![]() |
ທ່ານ ນາງ ມະນີວອນ ສອນມະນີ ຮອງເລຂາພັກເມືອງແອດ ແຂວງຫົວພັນ ຜູ້ປະຈຳການ ຄະນະກຳມະການເລືອກຕັ້ງຂັ້ນເມືອງ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເມືອງແອດ ວ່າ: ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ອອກມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ອານຸກຳມະການ ປະຈໍາໜ່ວຍປ່ອນບັດ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ຂັ້ນເມືອງ ແລະ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ເຄື່ອນໄຫວ ຂອງບັນດາອານຸກຳມະການເລືອກຕັ້ງຂັ້ນເມືອງ, ໄດ້ລົງເກັບກຳສະຖິຕິພົນລະເມືອງຜູ້ທີ່ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ອາຍຸ 18 ປີ ຂຶ້ນໄປ ເພື່ອລາຍງານໃຫ້ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ສຳເລັດ. (ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນ ເມືອງແອດ ມີພົນລະເມືອງ ຜູ້ມີສິດປ່ອບບັດ ເລືອກຕັ້ງທັງໝົດ 15,109 ຄົນ ຍິງ 6,477 ຄົນ), ໄດ້ກຳນົດຈຸດປ່ອນບັດມີ 38 ຈຸດ, ວຽກໂຄສະນາ ປຸກລະດົມຂະບວນການ ອະນາໄມຕາມສາຍທາງຫຼວງ ແລະ ຕິດປ້າຍຄໍາຂວັນ, ລາຍງານການກະກຽມແຕ່ລະໜ້າວຽກຫາຄະນະເລືອກຕັ້ງຂັ້ນແຂວງ ເຊັ່ນ: ລາຍງານກ່ຽວກັບຫີບບັດ, ກາຈ້ຳ, ບັດຕິດເອີກໃຫ້ແຕ່ລະອານຸກຳມະການຊ່ວຍວຽກ, ໄດ້ຄົ້ນຄວ້າຄັດເລືອກເປົ້າໝາຍບຸກຄະລາກອນຜູ້ມີມາດຖານເງື່ອນໄຂ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ, ຜ່ານການກະກຽມຢ່າງເປັນລະບົບຕໍ່ເນື່ອງ, ມາຮອດປັດຈຸບັນເຫັນວ່າມີຄວາມສະຫງົບໂດຍພື້ນຖານ, ໄດ້ເຊື່ອມຊຶມບັນດາເອກະສານກ່ຽວກັບການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ຈຸດເທດສະບານເມືອງແອດໃຫ້ແກ່ ຄະນະປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ.
![]() |
ໃນນັ້ນບັນດາໜ້າວຽກທີ່ພວກເຮົາໄດ້ກະກຽມຄວາມພ້ອມໃນໄລຍະຜ່ານມາ ຈາກບັນຫາດັ່ງກ່າວ ເມືອງຂອງພວກເຮົາກໍປາສະຈາກບໍ່ໄດ້ຂໍ້ຫຍຸ້ງຍາກ ທີ່ຈະໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນແມ່ນ: ງົບປະມານ ໃນການກະກຽມການປ່ອນບັດ ບໍ່ພຽງພໍກັບຄວາມຕ້ອງການໜ້າທີ່ວຽກງານ, ຢາກຂໍສະເໜີ ໃຫ້ສະພາອານຸມັດດ້ານງົບປະມານໃຫ້ທັນກັບການຈັດຕັ້ງປະຕິບັດວຽກງານ, ຂໍອຸປະກອນຮັບໃຊ້ ໃຫ້ຄະນະກຳມະການເລືອກຕັ້ງຂັ້ນເມືອງແອດ ເປັນຕົ້ນແມ່ນ ຄອມພິວເຕີ, ປິນເຕີ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານສະດວກຂຶ້ນ.
ທ່ານ ຈະເລີນ ເຢຍປາວເຮີ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກ ແຕ່ນີ້ຮອດ ວັນທີ 22 ກຸມພາ 2026 ວຽກງານຈຸດສຸມ ແມ່ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ ເພື່ອໃຫ້ເຂົາເຈົ້າຮັບຮູ້ສິດ, ພັນທະ ແລະ ຜົນປະໂຫຍດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ເພື່ອຮັບປະກັນ 100%, ເອົາໃຈໃສ່ກະກຽມຄວາມພ້ອມຕ່າງໆເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ດໍາເນີນໄປຢ່າງຖືກຕ້ອງ ແລະ ມີຜົນສໍາເລັດຢ່າງຈົບງາມ, ໃຫ້ຄະນະກຳມະການເລືອກຕັ້ງຂັ້ນເມືອງ ສືບຕໍ່ສຶກສາອົບຮົມ ຜູ້ມີສິດເລືອກຕັ້ງໃຫ້ທົ່ວເຖິງ, ກຳແໜ້ນກ່ຽວກັບລະບຽບການເລືອກຕັ້ງ, ໃຫ້ລະອຽດຊັດເຈນ, ໃຫ້ແຕ່ລະອະນຸກໍາມະການສືບຕໍ່ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານຂອງຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ, ໃຫ້ເກັບກໍາຜູ້ທີ່ມີສິດລົງສະໝັກເລືອກຕັ້ງມີຈຳນວນທໍໍ່ໃດ, ຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນເມືອງມີຈໍານວນທໍ່ໃດ, ຈຳນວນຜູ້ເຖົ້າບໍ່ສາມາດມາປ່ອນບັດໄດ້ມີຈໍານວນທໍ່ໃດ, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງໄປບ່ອນຢູ່ບ່ອນອື່ນມີຈໍານວນທໍ່ໃດ, ໃຫ້ປະສານສົມທົບກັບບັນດາບໍລິສັດຕ່າງໆ ຢູ່ພາຍໃນເມືອງໃຫ້ການຮ່ວມມື. ສະເພາະ 2 ກຳລັງ ປກສ-ປກຊ ແມ່ນຕ້ອງໄດ້ປ່ອນກ່ອນ ເພາະຮອດວັນທີ 22 ກຸມພາ 2026 , 2 ກຳລັງດັ່ງກ່າວແມ່ນປ້ອງກັນຄວາມສະຫງົບ ແລະ ເຮັດໜ້າທີ່ບໍລິການໃຫ້ຄວາມສະດວກ ແລະ ເປັນລະບຽບຮຽບຮ້ອຍ ແລະ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ທວງທັນເວລາຕາມລະດັບຄາດໝາຍທີ່ວາງໄວ້,
ຂ່າວ-ພາບ: ບຸນຕອມ.


ຄໍາເຫັນ