ເມືອງຫົງສາ ສຳເລັດກອງປະຊຸມ ອົງການປົກຄອງເມືອງ ປະຈຳປີ 2023 

ເມືອງຫົງສາ ສຳເລັດກອງປະຊຸມ ອົງການປົກຄອງເມືອງ ປະຈຳປີ 2023 
ກອງປະຊຸມອົງການປົກຄອງເມືອງ ປະຈຳປີ 2023 ແລະ ຮັບຮອງທິດທາງແຜນການຈຸດສຸມ ປະຈຳປີ2024 ເປີດກວ້າງເມືອງຫົງສາ ແຂວງໄຊຍະບູລີ ໄດ້ປິດລົງໃນວັນທີ 9 ມັງກອນ ຜ່ານມາທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ທ່ານ ຄຳຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ, ມີຮອງເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມແຈ້ງການຂອງທ່ານເຈົ້າແຂວງ ວ່າດ້ວຍການຫ້າມນຳເຂົ້າສິນຄ້າທີ່ບໍ່ຈຳເປນຈາກຕ່າງປະເທດ; ຮັບຟັງບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2023 ແລະທິດທາງຈຸດສຸມປີ 2024; ຮັບຟັງລາຍງານການເຄື່ອນໄຫວ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນແລະວາລະແຫ່ງຊາດວ່າດ້ວຍກາແກ້ໄຂບັນຫາຢາເສບຕິດ; ຊຶ່ງຕະຫຼອດໄລຍະ1 ປີຜ່ານມາເມືອງຫົງສາ ໄດ້ພົບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍປະການທັງທາງກົງແລະທາງອ້ອມໂດຍສະເພາະຄວາມຫຍຸ້ງ ຍາກທາງດ້ານ ເສດຖະກິດ- ການເງິນ, ລາຄາສິນຄ້າ, ລາຄານໍ້າມັນເຊື້ອໄຟ, ອັດຕາແລກປ່ຽນແລະເງິນກີບອ່ອນຄ່າ ບວກກັບໄພທໍາມະຊາດມີການປ່ຽນແປງ ເປັນຕົ້ນໄພແຫ້ງແລ້ງ, ນໍ້າຖ້ວມ ແລະ ສັດຕູພຶດທໍາລາຍຜົນລະປູກ, ແຕ່ພາຍໃຕ້ການນໍາພາ - ຊີ້ນໍາຂອງອົງການປົກຄອງເມືອງເຮັດໃຫ້ເມືອງສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເງິນຮັບປະກັນບໍ່ໃຫ້ເກີດວິກິດທີີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ສັງຄົມມີຄວາມສະຫງົບແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາຄາດໝາຍສູ້ຊົນຂອງຂະແໜງການຂັ້ນຕ່າງໆໄດ້ບັນລຸຕາມແຜນທີ່ວາງໄວ້, ສະແດງອອກ ການຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໜົດ10,16 ຕື້ກວ່າກີບ ເທົ່າກັບ 148,63% ຂອງແຜນການປີ, ໃນນີ້ ລາຍຮັບຈາກສ່ວຍສາອາກອນ 9,87 ຕື້ກີບ ເທົ່າກັບ 149,63% ຂອງແຜນການປີ, ຮັບຈາກຊັບສິນຂອງລັດ 290,93 ລ້ານກີບ ເທົ່າກັບ 121,22% ຂອງແຜນການປີ ແລະ ປະຕິບັດລາຍຈ່າຍໄດ້ທັງໝົດ 3,92 ຕື້ກີບ ເທົ່າກັບ 100% ຂອງແຜນການປີ, ໃນນີ້ ຈ່າຍບໍລິຫານ 3,34 ຕື້ກີບ ເທົ່າກັບ 100% ຂອງແຜນການປີ, ຈ່າຍດັດສົມສົ່ງເສີມ 573,99 ລ້ານກີບ ເທົ່າກັບ 100% ຂອງແຜນການປີ; ເຄື່ອນຍ້າຍເງິນໄປແຂວງ 5,05 ຕື້ກີບ, ລາຍຮັບຂອງແຂວງປະຕິບັດຢູ່ເມືອງ 31,63 ຕື້ກີບ, ອັນພົ້ນເດັ່ນ ໄດ້ນໍາເອົາຫົວໜ່ວຍຈຸນລະວິສາຫະກິດເຂົ້າລະບົບທັນສະໄໝ (TaxRis) ຈໍານວນ 520 ຫົວໜ່ວຍ ເທົ່າກັບ 100%, ຫັນເອົາຫົວໜ່ວຍຈຸນລະວິສາຫະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມແບບສະໝັກໃຈ ໄດ້ 9 ຫົວໜ່ວຍ, ອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໄດ້ 3.488 ຫົວໜ່ວຍ.
    ໃນຂະນະທີ່ມູນຄ່າສິນຄ້າສົ່ງອອກມີທັງໝົດ 59 ຕື້ກີບ ເທົ່າກັບ 295% ຂອງແຜນການປີ, ມູນຄ່າສິນຄ້ານໍາເຂົ້າພາຍໃນເມືອງ 54 ຕື້ກີບ, ເທົ່າກັບ 108% ຂອງແຜນການປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 20%, ມູນຄ່າສິນຄ້າຈໍລະຈອນພາຍໃນ 134 ຕື້ກີບ ເທົ່າກັບ 103% ຂອງແຜນການປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1,5%, ໄດ້ສືບຕໍ່ຈັດຕັ້ງປະຕິບັດໂຄງການລົງທຶນທັງໝົດ 26ໂຄງການ, ມູນຄ່າຕາມສັນຍາ 153,3 ຕື້ກີບ, ປະຕິບັດໜ້າວຽກສໍາເລັດ 35,65% ເປັນເງິນ 54,6 ຕື້ກີບ, ໃນນີ້ ໂຄງການປະຕິບັດໜ້າວຽກສໍາເລັດ 100% ມີ 11 ໂຄງການ, ມູນຄ່າ 13,7 ຕື້ກີບ, ທົ່ວເມືອງມີບ້ານໄດ້ຊົມໃຊ້ໄຟຟ້າໃນລະບົບ ກວມເອົາ 96,87%, ມີຜູ້ຊົມໃຊ້ຈໍານວນ 5.723 ຄອບຄົວ ກວມເອົາ 91,63 %, ເພີ່ມຂຶ້ນ 69 ຄອບຄົວ.
    ການຜະລິດທາງດ້ານກະສິກໍາ ທົ່ວເມືອງມີແຜນການຜະລິດເຂົ້າທັງໝົດ 2.600 ເຮັກຕາ ປະຕິບັດໄດ້ 3.257 ເຮັກຕາ ເທົ່າກັບ 125%, ຜົນຜະລິດເຂົ້າໄດ້ 10.507 ໂຕນ ໃນນີ້ ນາປີ 1.628 ເຮັກຕາ ຜົນຜະລິດໄດ້ 7.246 ໂຕນ (ເນື້ອທີ່ຖືກສັດຕູພືດທໍາລາຍ 18,5 ເຮັກຕາ), ເຂົ້າໄຮ່ 1.620 ເຮັກຕາ ຜົນຜະລິດໄດ້ 3.227 ໂຕນ (ເນື້ອທີ່ຖືກສັດຕູພືດທຳລາຍ 6,4 ເຮັກຕາ), ນາແຊງ 8,4 ເຮັກຕາ ຜົນຜະລິດໄດ້ 33,6 ໂຕນ,ນອກຈາກນີ້ ຍັງໄດ້ຜະລິດພືດຜັກອື່ນໆອີກ.
ຂ່າວ - ພາບ: ຊາຍນະສານ ຫານສຸວິ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ