ເມືອງໂຂງ ຮັບຟັງການຊີ້ແຈງ ຕໍ່ຄຳສະເໜີຂອງປະ​ຊາ​ຊົນ

ເມືອງໂຂງ ຮັບຟັງການຊີ້ແຈງ ຕໍ່ຄຳສະເໜີຂອງປະ​ຊາ​ຊົນ

ເມືອງໂຂງ ຮັບຟັງການຊີ້ແຈງ ຕໍ່ຄຳສະເໜີຂອງປະ​ຊາ​ຊົນ
​ ເພື່ອຮັບປະກັນໃຫ້ຄຳສະເໜີຂອງປະຊາຊົນ ທີ່ໄດ້ສະເໜີຜ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໃນໂອກາດລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ໄດ້ຮັບການແກ້ໄຂຢ່າງທັນການ ແລະ ແທດເຖິງຕົວຈິງ. ສະນັ້ນ, ວັນທີ 29 ມິຖຸນາຜ່ານ​ມາ ທີ່ ຫ້ອງປະຊຸມຫ້ອງວ່າການເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມຮັບຟັງການຊີ້ແຈງຈາກພາກສ່ວນກ່ຽວຂ້ອງຂອງຫ້ອງການອ້ອມຂ້າງເມືອງ ໂດຍການເປັນປະທານ​ຂອງ ທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເມອງໂຂງ ຮບຟງການຊແຈງ ຕຄຳສະເໜຂອງປະ​ຊາ​ຊນ - image 1
 

ທ່ານ ນາງ ໄພວັນ ສີບຸນເຮືອງ ຮອງຄະນະສະມາຊິກສະພາເຂດເລືອກຕັ້ງເມືອງໂຂງ ທັງເປັນຫົວໜ້າຫ້ອງວ່າການສະພາປະຈຳເມືອງ ໄດ້ກ່າວວ່າ: ການລວບລວມເອົາຄຳສະເໜີຂອງປະຊາຊົນຜູ້ມີສິດເລືອກຕັ້ງມາຈາກການລົງເຄື່ອນໄຫວຂອງ ສສຊ ແລະ ສສຂ ທັງໝົດ 9 ຈຸດ, ສາມາດເຄື່ອນໄຫວໄດ້ 20 ບ້ານ ແລະ 1 ສຳນັກງານ. ກອງປະຊຸມ ຄັ້ງນີ້ ແມ່ນການຮັບຟັງລາຍງານ ແລະ ຊີ້ແຈງຈາກຕາງໜ້າຂະແໜງການຕ່າງໆ ເຊິ່ງມີຫຼາຍປະເດັນຮີບດ່ວນທີ່ຕ້ອງໄດ້ຮັບການແກ້ໄຂຢູ່ຂັ້ນເມືອງເປັນຕົ້ນແມ່ນ ຂະແໜງກະສິກຳ ແລະ ສິ່ງແວດລ້ອມ: ບັນຫາບໍລິສັດເອກະຊົນສຳປະທານທີ່ດິນທັບຊ້ອນກັບດິນທຳການຜະລິດຂອງປະຊາຊົນ ຢູ່ບ້ານຄອນ (ເນື້ອທີ່ປະມານ 12 ເຮັກຕາ), ການອອກໃບຕາດິນຖາວອນໃຫ້ປະຊາຊົນບ້ານຮີທາດ ທີ່ຍັງຄ້າງຄາຫຼາຍຕອນ ແລະ ບັນຫາການຄຸ້ມຄອງທີ່ດິນຈັດສັນຢູ່ບ້ານພຽງດີ; ຂະແໜງໂຍທາທິການ ແລະ ຂົນສົ່ງ: ຂໍໃຫ້ຊ່ວຍສ້ອມແປງ ຫຼື ກໍ່ສ້າງທໍ່ລະບາຍນ້ຳ ແລະ ຝາຍນ້ຳລົ້ນ ເພື່ອແກ້ໄຂບັນຫານ້ຳຖ້ວມຂັງ ແລະ ຮອງຮັບການຜະລິດລະດູແລ້ງຂອງປະຊາຊົນຢູ່ບ້ານເສັດນ້ຳອ້ອມ ແລະ ບ້ານສົງເປືອຍ; ຂະແໜງໄຟຟ້າ: ປະຊາຊົນຫຼາຍບ້ານ (ເຊັ່ນ: ບ້ານຄອນ ແລະ ດອນເດດ, ບ້ານສາລາ, ບ້ານຫໍ່ເຂົ້າ ແລະ ອື່ນໆ) ສະເໜີໃຫ້ກວດກາຄືນລະບົບຕາຂ່າຍໄຟຟ້າທີ່ບໍ່ທົ່ວເຖິງ, ບັນຫາໄຟຟ້າຕົກເປັນປະຈຳ ແລະ ຄ່າຊົມໃຊ້ໄຟຟ້າເຂົ້າໃນການຜະລິດນາແຊງທີ່ສູງຜິດປົກກະຕິ; ຂະແໜງສາທາລະນະສຸກ: ສະເໜີຂໍງົບປະມານສ້ອມແປງສຸກສາລາບ້ານຮີທາດ ທີ່ຊຸດໂຊມ ແລະ ບັນຫາຂາດຄູສອນ.

ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄຳສະເໜີທີ່ຕ້ອງໄດ້ນຳສະເໜີຕໍ່ຂັ້ນແຂວງເພື່ອພິຈາລະນາເຊັ່ນ: ການຂໍງົບປະມານກໍ່ສ້າງເສັ້ນທາງເບຕົງ, ການແກ້ໄຂລາຄາເຂົ້າເປືອກຕໍ່າ, ການຂໍທຶນສ້ອມແປງໂຮງຮຽນ.

ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ຮີບຮ້ອນລົງກວດກາຕົວຈິງ ແລະ ວາງແຜນແກ້ໄຂບັນຫາທີ່ຍັງຄ້າງຄາໃຫ້ປະກົດຜົນເປັນຈິງໂດຍໄວ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ.

ຂ່າວ: ເມືອງໂຂງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ