![]() |
ໂອກາດນີ້, ທ່ານ ຈັນທະນົງສິນ ຈັນທະພິມ ຍົກໃຫ້ເຫັນວ່າ: ການຝຶກອົບຮົມຄັ້ງນີ້, ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດບັ້ນເລືອກຕັ້ງ ໃຫ້ດຳເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍ. ຊຶ່ງໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນເຊື່ອມຊຶມ 4 ເອກະສານຫຼັກທີ່ສຳຄັນເປັນຕົ້ນແມ່ນ: ມະຕິຂອງກົມການເມືອງສູນກາງພັກ ເລກທີ 26/ກມສພ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງ; ເອກະສານການເພີ່ມທະວີນຳພາແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນບັນດາເຜົ່າ; ເນື້ອໃນກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ; ແຜນດໍາເນີນງານຂອງຄະນະກຳມະການເລືອກຕັ້ງເມືອງໂຂງ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ລົງເລິກແນະນຳການຜັນຂະຫຍາຍຄຳສັ່ງແນະນຳຂອງອະນຸກຳມະການລະດັບຊາດ ທີ່ຕິດພັນກັບວຽກງານຂັ້ນທ້ອງຖິ່ນເຊັ່ນ: ການແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດ, ການເກັບກຳສະຖິຕິຜູ້ມີສິດປ່ອນບັດ, ໂຄງປະກອບບຸກຄະລາກອນຜູ້ສະໝັກຮັບເລືອກຕັ້ງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄຸ້ມຄອງງົບປະມານ, ວຽກງານໂຄສະນາປຸກລະດົມ ແລະ ຂັ້ນຕອນການນັບຄະແນນສຽງຈົນເຖິງການປະກາດຜົນການເລືອກຕັ້ງ.
ພ້ອມດຽວກັນນີ້, ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ, ສໍາມະນາກອນຍັງໄດ້ເຊື່ອມຊຶມເອກະສານຖາມ-ຕອບອີກ 3 ສະບັບ ທີ່ກ່ຽວຂ້ອງກັບສິດເປັນເຈົ້າຂອງປະຊາຊົນ, ພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ລວມເຖິງລະບຽບການເລືອກຕັ້ງຕ່າງໆ ເພື່ອຮັບປະກັນໃຫ້ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
(ແຫຼ່ງຂ່າວ: ເມືອງໂຂງ)

ຄໍາເຫັນ