![]() |
ໂອກາດນີ້, ທ່ານ ພອນໄຊ ວິຣິຍະວົງສາ ໄດ້ລາຍງານໃຫ້ຮູ້ວ່າ: ອີງຕາມການລາຍງານຕົວເລກສັດຕິດເຊື້ອເປັນຕົ້ນ ກຸ່ມໂສດ: ພົບສັດຕິດເຊື້ອທັງໝົດ 2.542 ໂຕ (ບ້ານນາສົງເປືອຍ 610 ໂຕ, ບ້ານໂສດ 1.320 ໂຕ ແລະ ບ້ານນາປາກຽບ 612 ໂຕ). ໃນນີ້, ມີສັດຕາຍ 212 ໂຕ ແລະ ສ່ວນທີ່ເຫຼືອແມ່ນໄດ້ຮັບການປິ່ນປົວຈົນເຊົາເປັນປົກກະຕິ. ກຸ່ມກະດັນ: ພົບສັດຕິດເຊື້ອທັງໝົດ 347 ໂຕ (ບ້ານເສັດສະຫວັນ 73 ໂຕ, ບ້ານແສນໂຮມ 56 ໂຕ, ບ້ານທ່າມ່ວງ 137 ໂຕ, ບ້ານເສັດເຕົາເຫຼັກ 47 ໂຕ ແລະ ບ້ານນາກະສັງ 34 ໂຕ). ມີສັດຕາຍ 14 ໂຕ ແລະ ປັດຈຸບັນແມ່ນກຳລັງສືບຕໍ່ປິ່ນປົວຢ່າງໃກ້ຊິດ.
(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ)

ຄໍາເຫັນ