![]() |
ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ລາຍງານໃຫ້ຮູ້ໂດຍສັງເຂບວ່າ: ການສ້າງຕັ້ງຕາແສງກະດັນ ແມ່ນສ່ວນໜຶ່ງຂອງການປັບປຸງລະບົບການຄຸ້ມຄອງບໍລິຫານລັດ ພາຍຫຼັງການຄົ້ນຄວ້າ ແລະ ປະສານສົມທົບກັບຂັ້ນແຂວງ.
ເມືອງໂຂງ ມີ 5 ຕາແສງຄື: ຕາແສງດອນໂຂງ, ຕາແສງຫາດຊາຍຄູນ, ຕາແສງກະດັນ, ຕາແສງຄອນ ແລະ ຕາແສງຂະເໝົາ. ຕາແສງກະດັນ ມີເນື້ອທີ່ທັງໝົດ 51,100 ເຮັກຕາ, ກວມເອົາ 23 ບ້ານ (ບ້ານເກາະດອນ 3 ບ້ານ ແລະ ບ້ານເຂດຝັ່ງ 20 ບ້ານ). ພົນລະເມືອງທັງໝົດ 26,399 ຄົນ ຍິງ 13.241 ຄົນ, ປະຊາຊົນຖືສາສະໜາພຸດ 100% ແລະ ປະກອບອາຊີບກະສິກຳ, ລ້ຽງສັດ, ຄ້າຂາຍ ແລະ ບໍລິການ. ຕາແສງກະດັນໄດ້ກຳນົດໂຄງປະກອບບຸກຄະລາກອນ 13 ຕຳແໜ່ງງານ ໂດຍມີອົງຄະນະພັກຮາກຖານຕາແສງ, ແບ່ງກົງຈັກຊ່ວຍວຽກອອກເປັນ 5 ໜ່ວຍງານຄື: ໜ່ວຍງານບໍລິຫານ-ການປົກຄອງ, ໜ່ວຍງານພັກ-ອົງການຈັດຕັ້ງມະຫາຊົນ, ໜ່ວຍງານເສດຖະກິດ-ການເງິນ, ໜ່ວຍງານວັດທະນະທຳ-ສັງຄົມ ແລະ ໜ່ວຍງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
![]() |
(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ)


ຄໍາເຫັນ