![]() |
ການສະເຫຼີມສະຫຼອງໃນຄັ້ງນີ້, ກໍເພື່ອສະແດງໃຫ້ເຫັນຄຸນຄ່າຂອງຜູ້ອາຍຸສູງ ແລະ ຜູ້ອາຍຸສູງໄດ້ສ້າງຜົນງານ, ສ້າງຄຸນງາມຄວາມດີທີ່ເປັນປະໂຫຍດໃຫ້ກັບສັງຄົມໃນຫຼາຍດ້ານ ນັບແຕ່ອາດີດຈົນເຖິງປັດຈຸບັນ. ຊຶ່ງໃນສະຖິຕິອົງການສະຫະປະຊາຊາດໄດ້ຍົກໃຫ້ເຫັນຈໍານວນຜູ້ອາຍຸສູງນັບແຕ່ 60 ປີ ຂຶ້ນໄປໃນທົ່ວໂລກມີຈໍານວນເພີ່ມຂຶ້ນໃນແຕ່ລະປີ. ສາເຫດອັນເນື່ອງມາຈາກການພັດທະນາການທາງດ້ານການແພດທີ່ມີຄວາມກ້າວໜ້າ ແລະ ທັນສະໄໝ ຄວບຄູ່ກັບຄວາມຮັບຜິດຊອບ ຂອງລັດຖະບານທີ່ມີນະໂຍບາຍ, ມີສະຫວັດດີການຕໍ່ຜູ້ສູງອາຍຸນັບມື້ນັບຍົກສູງຂຶ້ນ.
![]() |
ໃນໂອກາດນີ້, ທ່ານ ດາວວີ ສວຍທະລັງສີ ໄດ້ມີຄໍາເຫັນວ່າ: ວັນສາກົນຜູ້ອາຍຸສູງ ແມ່ນວັນທີ່ມີຄວາມໝາຍສໍາຄັນ ຊຶ່ງພັກ-ລັດຖະບານ ກໍຄື ຄະນະພັກ-ອົງການປົກຄອງແຂວງເຊກອງ ໂດຍສະເພາະເມືອງລະມາມ ໄດ້ຖືເອົາການສະເຫຼີມສະຫຼອງວັນດັ່ງກ່າວ ເປັນການຈາລຶກເຖິງຜົນງານຄຸນງາມຄວາມດີ ຂອງຜູ້ອາຍຸສູງ ທີ່ໄດ້ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ “ ມີເພິ່ນໃນວັນນັ້ນ ຈິ່ງມີເຮົາໃນວັນນີ້ “ ທຸກສິ່ງຢ່າງທີ່ໄດ້ມາ ແມ່ນໄດ້ມາຈາກເຫື່ອແຮງ, ສະມຕິປັນຍາ ແລະ ຄວາມເສຍສະຫຼະອັນສູງສົ່ງຂອງພວກເພິ່ນຢ່າງບໍ່ມີຂອບເຂດ. ສະນັ້ນ, ຂໍຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫລວດ ແລະ ປະຊາຊົນຊາວແຂວງເຊກອງ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ, ສືບຕໍ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ແຂວງເຊກອງໃຫ້ຈະເລີນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ສັນຍາ)


ຄໍາເຫັນ