ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X

ເມືອງເລົ່າງາມ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X
ກອງປະຊຸມ ທາບທາມບຸກຄະລາກອນເຂົ້າໂຄງປະກອບຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສາລະວັນ (ຮອບທີ 1) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນະທານຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ທັງແມ່ນຫົວໜ້າອະນຸກຳມະການ ໂຄງປະກອບບຸກຄະລາກອນ ແລະ ດຳເນີນຊີວິດການເມືອງຂັ້ນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ທັງແມ່ນຜູ້ຊີ້ນຳເມືອງເລົ່າງາມ.
ເມອງເລາງາມ ທາບທາມບກຄະລາກອນ ເຂາໃນຄະນະບລຫານງານພກແຂວງສາລະວນ ສະໄໝທ X - image 1
 

ທ່ານ ພູທົງ ຄຳມະນີວົງ ໄດ້ຜ່ານຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ, ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ເພື່ອກວດກາ, ຕີລາຄາການຜັນຂະຫຍາຍນຳພາ - ຊີ້ນໍາຈັດຕັງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ - ສັງຄົມ 5 ປີຂອງລັດ, ເພື່ອຄັດເລືອກບຸກຄະລາກອນທີ່ມີມາດຖານເງື່ອນໄຂຕາມທີ່ກຳນົດໄວ້ ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນໃນລະບົບການເມືອງ, ຊຸກຍູ້ແຮງການເຄື່ອນໄຫວວຽກງານຮອບດ້ານໃນທົ່ວອົງຄະນະພັກ, ປຸກລະດົມສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາພັດທະນາປະເທດຊາດ, ພັດທະນາທ້ອງຖິ່ນ ແລະ ຂະແໜງການຕົນ.

ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກເລກທີ 186/ຄຈສພ, ລົງວັນທີ 3 ກໍລະກົດ 2024 ກ່ຽວກັບການຄົ້ນຄວ້າເລືອກເຟັ້ນກຳມະການຄະນະບໍລິຫານງານພັກຊຸດປັດຈຸບັນ ທີ່ມີອາຍຸກະສຽນເກີນເງື່ອນໄຂຕາມທີ່ນິຕິກຳກຳນົດໄວ້ ເພື່ອເປັນເປົ້າໝາຍພັກຜ່ອນບຳນານ, ທາບທາມບຸກຄະລາກອນທີ່ຈະສະໝັກຮັບເລືອກຕັ້ງເຂົ້າຄະນະບໍລິຫານງານພັກແຕ່ລະຂັ້ນຊຸດໃໝ່ ພ້ອມທັງຜ່ານມາດຖານເງື່ອນໄຂຜູ້ສະໝັກເຂົ້າໂຄງປະກອບຄະນະບໍລິຫານງານພັກແຂວງ (ຊຸດໃໝ່) ສະໄໝທີ X. ຈາກນັ້ນ, ກອງປະຊຸມໄດ້ດຳເນິນການປ່ອນບັດທາບທາມບຸກຄະລາກອນທີ່ຮັບສະໝັກເລືອກຕັ້ງເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 1).

(ຂ່າວ - ພາບ: ແວວມະນີ ຄຳສິງສະຫວັດ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ