ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I
ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຄັ້ງທີ I ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 31 ສິງຫານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ ຮອງລັດຖະມົນຕີ ຮອງປະທານ ຄລທ ຜູ້ປະຈໍາການ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີບັນດາສະຫາຍກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງ ຈາກກະຊວງ, ອົງການ, ສະຫາຍເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກຂອງບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ຄລທ, ຕາງໜ້າບັນດາກະຊວງ ແລະ ອົງການທຽບເທົ່າອ້ອມຂ້າງ ທັງສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ເປດກອງປະຊມໃຫຍສະມາຊກພກ ອງຄະນະພກ ຄລທ ຄງທ I - image 1
 

 

ໂອກາດນີ້, ສະຫາຍ ນາງ ພອນວັນ ອຸທະວົງ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຈາກນັ້ນ, ສະຫາຍ ວັນທະນາ ນໍລິນທາ ຮອງເລຂາຄະນະບໍລິຫານງານພັກ ຄລທ ໄດ້ຂຶ້ນຜ່ານຮ່າງແຜນພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງລາຍງານການເມືອງແຜນພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຊຶ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃນໄລຍະຜ່ານມາ. ກອງປະຊຸມໄດ້ລົງປະຊາມະຕິຮັບຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາຂະແໜງການລົງທຶນ ໄລຍະ 5 ປີເພື່ອເປັນບ່ອນອີງຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງອົງຄະນະພັກ ຄລທ ໃນໄລຍະ 5 ປີຕໍ່ໜ້າ.

ເປດກອງປະຊມໃຫຍສະມາຊກພກ ອງຄະນະພກ ຄລທ ຄງທ I - image 2
 

ໃນໂອກາດທີ່ສະຫງ່າລາສີນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ ພ້ອມທັງຮຽກຮ້ອງມາຍັງ ຄະນະບໍລິຫານງານພັກ ຄລທ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນ, ມີຄວາມເດັດຂາດ ແລະ ເປັນເຈົ້າການສູງຂຶ້ນໃນການຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເພື່ອປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນຊຸມປີຕໍ່ໜ້າ ໃຫ້ບັນລຸຄາດໝາຍທີ່ວາງໄວ້, ໃຫ້ເປັນເສນາທິການທີ່ເຂັ້ມແຂງໃຫ້ລັດຖະບານໃນການຄຸ້ມຄອງມະຫາພາກດ້ານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ປັບປຸງການສ້າງແຜນໃນໄລຍະໃໝ່ໃຫ້ແທດເໝາະກັບຕົວຈິງຫຼາຍຂຶ້ນ ແລະ ມີວິທະຍາສາດ, ປະຕິຮູບການລົງທຶນພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ ໂດຍສະເພາະການຈັດລຽງບຸລິມະສິດ ແລະ ໂຄງການທີ່ຮີບດ່ວນ, ຈໍາເປັນ ແລະ ໃຫ້ປະໂຫຍດແກ່ສັງຄົມ, ມີປະສິດທິຜົນ ແລະ ເຫັນຜົນໄວທາງດ້ານເສດຖະກິດທີ່ແທ້ຈິງ ຄຽງຄູ່ກັບການຈໍາກັດໂຄງການທີ່ບໍ່ມີປະສິດທິຜົນ ແລະ ໂຄງການລົງທຶນທີ່ແກ່ຍາວ. ເພີ່ມທະວີການຮ່ວມມືກັບສາກົນ, ການຮ່ວມມືລາວ-ຫວຽດນາມ ແລະ ການຮ່ວມມືລາວ-ຈີນ, ການຮ່ວມມືຫຼາຍຝ່າຍ, ສອງຝ່າຍ ແລະ ຂອບຮ່ວມມືຕ່າງໆ, ເອົາໃຈໃສ່ແຕ່ຫົວທີວຽກງານປະເມີນຜົນໂຄງການລົງທຶນໃນແຕ່ລະໄລຍະ, ເລັ່ງໃສ່ການຕິດຕາມ-ກວດກາ ແລະ ປະເມີນໂຄງການຢ່າງເປັນລະບົບປົກກະຕິ ແລະ ຕ້ອງມີມາດຕະການແກ້ໄຂຢ່າງເຂັ້ມງວດ, ເລັ່ງຄົ້ນຄວ້າສ້າງ ຫຼື ປັບປຸງບັນດານິຕິກໍາຕ່າງໆໃນການດຶງດູດ, ບໍລິການ ແລະ ຄຸ້ມຄອງການລົງທຶນ ແລະ ວຽກກງານອື່ນໆ, ເຮັດໃຫ້ການລົງທຶນເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ມີຄຸນນະພາບສູງຂຶ້ນປະກອບສ່ວນພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ