![]() |
ໃນກອງປະຊຸມ, ຄະນະຮັບຜິດຊອບຝຶກອົມຮົມຂັ້ນແຂວງໄດ້ບັນລະຍາຍເອກະສານ ເປັນຕົ້ນ ແມ່ນພາລະບົດບາດບໍລິຫານລັດດີຈີຕ໋ອນ ແລະ ຄວາມປອດໄພໄຊເບີ, ການຄຸ້ມຄອງເດັກນ້ອຍໃຫ້ປອດໄພຈາກສື່ສັງຄົມອ່ອນລາຍ, ກົນໄກການຕອບໂຕ້ສື່ສັງຄົມອອນລາຍ, ສະຕິຕໍ່ການບໍ່ຖືກຫຼອກລວງທາງອ່ອນລາຍ, ການສ້າງຄິວອາ (QR) ແລະ ລົງທະບຽນອ່ອນລາຍ, ທັກສະການນໍ້າໃຊ້ ເອໄອ(AI) ແລະ ໂປຣແກຣມຈັດເອກະສານຂາເຂົ້າ-ຂາອອກອ່ອນລາຍ, ການຕອບໂຕ້ສື່ສັງຄົມອ່ອນລາຍ, ຕິດຕາມສະພາບເຫດການ, ການຮ່ວມມືຂັ້ນສູນກາງ ແລະ ທ້ອງຖີ່ນເພື່ອຕອບໂຕ້, ການສ້າງບັນຊີເຟສບຸກນາມແຝງປິດລັບ, ພຶດຕິກໍາທີເປັນອາຊະຍາກໍາທາງໄຊເບີ, ການຄຸ້ມຄອງເດັກນ້ອຍໃຫ້ປອດໄພຈາກສື່ສັງຄົມອ່ອນລາຍ, ຄວາມສໍາຄັນຂອງລະບົບຈັດເອກະສານ ແລະ ນິຕິກໍາກ່ຽວຂ້ອງອື່ນໆ.
ການຝຶກອົມຮົມຄັ້ງນີ, ເພື່ອເຮັດໃຫ້ ຄະນະຄຸ້ມຄອງອິນເຕີເນັດຂັ້ນເມືອງ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ໜ່ວຍງານບໍລິຫານຂາເຂົ້າ-ຂາອອກບັນດາຫ້ອງການ ແລະ ຄະນະບ້ານ 5ບ້ານເທສະບານເມືອງໄດ້ຮັບຮູ້ແລະ ເຂົ້າໃຈ, ມີສະຕິຕໍ່ການບໍຖືກຫຼອກລວງ, ຕວົະຍວະ ທາງອ່ອນລາຍ, ວິທີການຮັບມື ແລະ ປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອ-ການຫຼອກລວງໃນຮູບແບບຕ່າງໆຜ່ານຊອງທາງອ່ອນລາຍເຊັນ: ອິເມວ, ເຟສບຸກ, ເວັບໄຊ ຫຼື ສື່ໂຊຊຽວມີເດຍຕ່າງໆ.
(ຂ່າວ: ເຂັມຄໍາ ຄອນມະນີ)
ຄໍາເຫັນ