ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ
ໃນວັນທີ 14 ພະຈິກນີ້ ຢູ່ທີ່ເດີນໜ້າຫ້ອງວ່າການເມືອງຫຼວງນໍ້າທາ, ຫ້ອງການແຮງງານ ແລະ ສະຫວັດດີການສົງຄົມເມືອງ ສົມທົບກັບ ອົງການຈັດຕັ້ງສະຫະພັນແມ່ຍິງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງເຂົ້າຮ່ວມ.
ເມອງຫວງນາທາ ສະຫອງວນຜອາຍສງສາກນ, ວນຄນພການແຫງຊາດ ແລະ ວນສາກນລບລາງຄວາມຮນແຮງຕແມຍງ - image 1
 

ທ່ານ ຄໍາຫຼ້າ ແຫຼງ່ໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງຫຼວງນໍ້າທາ ໃຫ້ຮູ້ວ່າ: ເນື່ອງໃນໂອກາດລະນຶກ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ປີນີ້ ຄົບຮອບ 65 ປີ ທີ່ ສປປ ລາວ ແລະ ທົ່ວໂລກພ້ອມກັນລະນຶກເຖິງວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຊຶ່ງເປັນວັນທີ່ປະຊາຄົມໂລກສະແດງຄວາມໝາຍໝັ້ນຂອງຕົນໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວໂລກ ແມ່ຍິງໄດ້ປະສົບກັບຄວາມຮຸນແຮງເພີ່ມຂຶ້ນເລື້ອຍໆ ໃນສະພາບແວດລ້ອມຕ່າງໆໃນສະຖານທີ່ເຮັດວຽກ ແລະ ຢູ່ໄກ ຊຶ່ງການໃຊ້ຄວາມຮຸນແຮງແມ່ນມີຫຼາຍປັດໄຈ, ທີ່ຕິດພັນກັບບັນຫາເຊື້ອຊາດ, ຊົນເຜົ່າ, ສາສະໜາ, ຊົນຊັ້ນ, ອາຍຸ, ຄວາມພິການ ແລະ ຄວາມນິຍົມທາງເພດ ເປັນຕົ້ນແມ່ນ ການທຸບຕີ, ການກັກຂັງ, ການດູຖູູກໝິ່ນປະໝາດກຽດສັກສີ, ການປ້ອຍດ່າ, ການເມີນເສີຍ, ການປ່ອຍປະລະເລີຍ, ການນອກໃຈ ແລະ ການທໍລະມານໃນຮູບການຕ່າງໆ. ນອກຈາກນີ້, ຍັງມີບັນຫາທາງດ້ານວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖືງົມງວາຍທີ່ຫຼ້າຫຼັງ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຍັງສົ່ງຜົນສະທ້ອນທາງດ້ານເສດຖະກິດ - ສັງຄົມ ຢ່າງກວ້າງຂວາງ ຕໍ່ບຸກຄົນ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ທັງກີດຂວາງການບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ດັ່ງນັ້ນ, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ສະ ເໜີ ແລະ ຮັບຮອງເອົາວັນທີ 25 ພະຈິກ ຂອງທຸກໆປີເປັນວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ໄດ້ຍົກໃຫ້ເຫັນ ວັນຜູ້ອາຍຸສູງສາກົນ ຄົບຮອບ 43 ປີ ວັນທີ 1 ຕຸລາ 1982 –ວັນທີ 1 ຕຸລາ 2025 ແລະ ວັນຄົນພິການແຫ່ງຊາດ ຈຸດປະສົງເພື່ອຂະບວນການຊ່ວຍເຫຼືອ, ຟື້ນຟູ, ບຳບັດ, ພັດທະນາຄົນພິການ ກໍ່ຄືຜູ້ສູງອາຍຸຢູ່ ສປປ ລາວ ໄດ້ມີການດຳເນີນການຊ່ວຍເຫຼືອ ແລະ ພັດທະນາ.

ໃນສະໄໝການຕໍ່ສູ້ປົດປ່ອຍຊາດ, ພັກ-ລັດຖະບານລາວ ຍາມໃດກໍໄດ້ເປັນຫ່ວງເປັນໄຍຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າເວົ້າລວມ, ເວົ້າສະເພາະແມ່ນຜູ້ເສຍອົງຄະ ແລະ ພິການ, ເດັກນ້ອຍ, ແມ່ຍິງ ແລະ ຜູ້ອາຍຸສູງ. ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າ ໄດ້ຮັບການປົວແປງນັບມື້ນັບດີຂື້ນ. ລັດຖະບານຈິ່ງໄດ້ອອກດຳລັດເລກທີ 232/ນຍ ລົງວັນທີ 6 ກັນຍາ 2013 ວ່າດ້ວຍການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງຄະນະກຳມະການ ເພື່ອຄົນພິການ ແລະ ຜູ້ອາຍຸສູງ. ຊຶ່ງເປັນຕົວແທນໃຫ້ແກ່ລັດຖະບານ ໃນການຄົ້ນຄວ້າ, ກຳນົດນະໂຍບາຍ ແລະ ລະບຽບກົດໝາຍຕ່າງໆ ເພື່ອແນ່ໃສ່ປົກປ້ອງ ແລະ ສົ່ງເສີມສິດທິຂອງຄົນພິການ ແລະ ຜູ້ອາຍຸສູງ ໃຫ້ກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງສັງຄົມ, ດ້ານສະຫວັດດີການ ແລະ ການພັດທະນາໃນໄລຍະຍາວ. ຈາກນັ້ນ, ຜູ້ເຂົ້າຮ່ວມພິທີກໍໄດ້ພາກັນຍ່າງເພື່ອສຸຂະພາບຈາກຫ້ອງວ່າການເມືອງຫຼວງນໍ້າທາ-ຫາຫ້ອງການບ້ານວຽງເໜືອ ເມືອງຫຼວງນໍ້າທາ ແລ້ວຍ່າງກັບຄືນຫ້ອງວ່າການເມືອງ ໄລຍະທາງປະມານ ເກືອບ 1 ກິໂລແມັດ.

(ຂ່າວ: ຄໍາຕັນ ອຸ່ນຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫ້ອງວ່າດານສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນຂອງພັກ ໃນວັນທີ 10 ພະຈິກນີ້ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ, ໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີທ່ານນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ບັນດາຄະນະນໍາຫສປທ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ.
ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ວັນທີ 10 ພະຈິກນີ້ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ເປີດພິທີຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII ໃຫ້ພະນັກງານສານປະຊາຊົນ ແລະ ສານທະຫານ, ໂດຍການເປັນປະທານຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຮອງປະທານສານທະຫານ, ກົມຈັດຕັ້ງ, ແຂກຖືກເຊີນ, ວິທະຍາກອນພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ວັນທີ 10 ພະຈິກນີ້ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ, ໂດຍການເປັນທະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ), ມີຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ, ຄະນະພັກ-ຄະນະອໍານວຍການ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ