ເມືອງມຸນລະປະໂມກເສດຖະກິດຂະຫຍາຍຕົວສະເລ່ຍ 6,3% ຕໍ່ປີ

ເມືອງມຸນລະປະໂມກເສດຖະກິດຂະຫຍາຍຕົວສະເລ່ຍ 6,3% ຕໍ່ປີ

ທ່ານ ວັນນະສັກ ຊາດຕະກູນ ເຈົ້າເມືອງມຸນລະປາໂມກ ແຂວງຈໍາປາສັກ ກ່າວລາຍງານໃນ ກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນອົງຄະນະພັກເມືອງມູນລະປະໂມກ ໄຂຂຶ້ນໃນວັນທີ 30-31 ມັງກອນ2025 ນີ້ວ່າ: ໃນໄລຍະ 5 ປີທີ່ຜ່ານມາ (2019-2024), ພາຍໃຕ້ການນຳພາຂອງອົງຄະນະພັກເມືອງມູນລະປະໂມກ ສະໄໝທີ VIII ເຮັດໃຫ້ເສດຖະກິດຂອງເມືອງມູນລະປະໂມກຍັງສືບຕໍ່ຂະຫຍາຍຕົວ ສະເລ່ຍ 6,3% ຕໍ່ປີ (ແຜນ 7,7% ຕໍ່ປີ), ລວມຍອດຜະລິດຕະພັນພາຍໃນ5ປີບັນລຸໄດ້4,751ຕື້ກີບ,ທຽບໃສ່ແຜນ 60%(ແຜນ2,969ຕື້ກີບ),ທຽບໃສ່ໄລຍະດຽວເພີ່ມຂຶ້ນ1,4ເທົ່າສະເລຍຫົວຄົນ 1 ໄດ້21,461.63ກີບ ເທົ່າກັບ1,073ໂດລາ(ແຜນ15,753.87 ກີບ ຫຼືເທົາກັບ1,943ໂດລາ),ການພັດທະນາໂຂງເຂດເສດຖະກິດມີການຂະຫຍາຍຕົວດ້ານກະສີກຳ-ປ່າໄມ້ການຜະລິດເຂົ້າປະຕິບັດໄດ້228,820ໂຕນທຽບໃສ່ແຜນປະຕິບັດໄດ້99% (ແຜນ230,614 ໂຕນ); ສະເລ່ຍເຂົ້າເປືອກໃສ່ປະຊາກອນໄດ້ຮັບ 1,096 ກິໂລກຼາມຕໍ່ຄົນຕໍ່ປີ; ມີເຂົ້າເຫຼືອກິນ 132,550 ໂຕນ, ປູກພືດລະດູແລ້ງ ແລະ ລະດູຝົນ ປະຕິບັດໄດ້ 142,600.44 ໂຕນ, ທຽບໃສ່ແຜນລື່ນ 1.93%; ປູກພືດສະບຽງ ອາຫານ ປະຕິບັດໄດ້ 42,484.70 ໂຕນ, ທຽບໃສ່ແຜນລື່ນ 1,57% (ແຜນ 41,826.54 ໂຕນ); ປູກພືດເປັນສິນຄ້າ ປະຕິບັດໄດ້ 100,115.74 ໂຕນ, ທຽບໃສ່ແຜນລື່ນ 2.08% (ແຜນ 98,071.95 ໂຕນ); ບໍລິໂພກ ຊີ້ນ-ປາ ອາຫານ ສະເລ່ຍໃສ່ພົນລະເມືອງໄດ້ 64.8 ກິໂລຕໍ່ຄົນຕໍ່ປີ; ການລ້ຽງສັດໄດ້ຮັບການຊຸກຍູ້ສົ່ງເສີມຂະຫຍາຍຕົວເພີ່ມຂຶ້ນ, ກຸ່ມລ້ຽງງົວມີ 1 ກຸ່ມ, ສ້າງລາຍຮັບສະເລ່ຍໄດ້ 53 ລ້ານກີບຕໍ່ຄອບຄົວຕໍ່ປີ, ການລ້ຽງງົວແບບຄອບຄົວ ມີ 9 ຄອບຄົວ, ສ້າງລາຍຮັບສະເລ່ຍ 77 ລ້ານກີບຕໍ່ຄອບຄົວຕໍ່ປີ, ປັດຈຸບັນ ມີຄວາຍ4,431 ໂຕ, ງົວ16,113 ໂຕ, ໝູ 13,113 ໂຕ, ແບ້ 4,070ໂຕ, ສັດປີກ 261,302ໂຕ; ການປະມົງ: ຜົນຜະລິດປາໄດ້ທັງໝົດ 24,070 ໂຕນ ທຽບໃສ່ແຜນປະຕິບັດໄດ້ 84.42% (ແຜນ 28,511 ໂຕນ); ມີຊົນລະປະທານນໍາໃຊ້ໄດ້ 6 ແຫ່ງ ສະໜອງນໍ້າໄດ້ 1,028.80 ເຮັກຕາ ທຽບໃສ່ ແຜນປະຕິບັດໄດ້ 56.30% (ແຜນ 1,305 ເຮັກຕາ)

ສໍາລັບ ການຈັດເກັບລາຍຮັບເຂົ້າງົບປະມານໄດ້ 65.99 ຕື້ກີບ ທຽບໃສ່ແຜນລື່ນ 17.44% (ແຜນ 56.19 ຕື້ກີບ). ໃນນັ້ນ, ແຂວງດຸ່ນດ່ຽງ 36.42 ຕື້ກີບ; ເມືອງຫາເອງ 29.57 ຕື້ກີບ (ແຜນ 19.77 ຕື້ກີບ) ທຽບໃສ່ແຜນລື່ນ 49.57%;ໃນນັ້ນ, ຮັບຈາກສ່ວຍສາ 19.98 ຕື້ກີບ, ຮັບຈາກຊັບສິນ 9.59 ຕື້ກີບ; ເກີນແຜນ 9.8 ຕື້ກີບ, ດຸ່ນດ່ຽງໃຫ້ແຂວງ.ປະຕິບັດລາຍຈ່າຍ ໄດ້ 57.43 ຕື້ກີບ, ທຽບໃສ່ແຜນລື່ນ 3%; ວຽກງານ ອຸດສາຫະກຳ ແລະ ການຄ້າ: ລວມຍອດຜະລິດຕະພັນອຸດສາຫະກຳ-ຫັດຖະກຳປະຕິບັດໄດ້ 193.81ຕື້ກີບ, ທຽບໃສ່ແຜນລື່ນ 15%; ທົ່ວເມືອງມີໂຮງງານອຸດສາຫະກຳ-ຫັດຖະກຳ 105 ຫົວໜ່ວຍ, ທຽບໃສແຜນປະຕິບັດໄດ້ 46%. ໃນນັ້ນ, ອຸດສາຫະກຳ 40 ຫົວໜ່ວຍ, ອຸດສະຫະກຳປຸງແຕ່ງແບບຄອບຄົວ 19 ຫົວໜ່ວຍ, ອຸດສະຫະກຳ ບໍລິການ 46 ຫົວໜ່ວຍ; ຂຶ້ນທະບຽນຫົວໜ່ວຍວິສະຫະກິດຂະໜາດນ້ອຍ ໄດ້ 724 ໜ່ວຍ ທຽບໃສ່ແຜນປະຕິບັດ ໄດ້ 91%; ຈໍລະຈອນສິນຄ້າສົ່ງອອກ 93.81 ຕື້ກີບ, ທຽບໃສ່ແຜນລື່ນ 2 ເທົ່າ; ຈໍລະຈອນສິນຄ້ານໍາເຂົ້າ 107 ຕື້ກີບ, ທຽບໃສ່ ແຜນລື່ນ 3 ເທົ່າ; ກຸ່ມຜະລິດອຸດສະຫະກຳປຸງແຕ່ງ ມີ 2 ກຸ່ມຄື: ຜະລິດເສັ້ນເຝີ-ແຜ່ນແໜມ ບ້ານສະພັງ ແລະ ກຸ່ມ ຜະລິດເຫຼົ້າຂາວປອດສານເຄມີ ບ້ານປາໂມກ-ບ້ານເວີນເເຄນ ໄດ້ຮັບຮອງເປັນສິນຄ້າ (ODOP); ກຸ່ມຜະລິດຫັດຖະກຳຈັກສານມີ 4 ກຸ່ມ ສ້າງຕັ້ງໃໝ່ໄດ້ 2 ກຸ່ມຄື: ກຸ່ມຫັດຖະກຳໄມ້ປ່ອງ ບ້ານທ່າແຮ່; ໄດ້ຮັບຮອງເອົາກຸ່ມຫັດຖະກຳສາດ ຜືບ້ານເດື່ອເຕ້ຍ ເປັນສິນຄ້າ (ODOP).

(ແຫຼ່ງຂ່າວ: ສະຖານີວິທະຍຸແຂວງຈຳປາສັກ)

ຄໍາເຫັນ

ຂ່າວເສດຖະກິດ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ເພີ່ມເຕີມ