ເມືອງນໍ້າບາກຈະສຸມໃສ່ຜະລິດສະບຽງອາຫານໃຫ້ພຽງພໍ-ທັງເປັນສິນຄ້າສົ່ງອອກ

ອີງໃສ່ທ່າແຮງດ້ານພື້ນຖານກະສິກໍາ-ປູກຝັງ,ລ້ຽງສັດ ສະພາບພູມມີປະເທດ ແລະ ອາກາດເໝາະສົມພາຍໃນເມືອງນໍ້າບາກ ແຂວງຫຼວງພະບາງໃນປີ 2024 ທີ່ຈະມາເຖິງນີ້ ເມືອງນໍ້າບາກຈະເອົາໃຈໃສ່ແຕ່ງນັກວິຊາການກະສິກໍາລົງປຸກລະດົມຊຸກຍູ້ຊາວກະສິກອນພາຍໃນເມືອງປູກເຂົ້ານາແຊງໃຫ້ໄດ້ 300 ຮຕ, ຄາດຄະເນຜະລິດຕະພາບ 5 ໂຕ່ນ/ຮຕ, ຄາດຄະເນຜົນຜະລິດໃຫ້ໄດ້ 1.500 ໂຕ່ນ, ປູກເຂົ້ານາປີ 3.335,02 ຮຕ ຄາດຄະເນຜະລິດຕະພາບ 5,3 ໂຕນ/ຮຕ ຄາດຄະເນຜົນຜະລິດໃຫ້ໄດ້ 17.675,60 ໂຕ່ນ, ເຂົ້າ ໄຮ່ 3.674 ຮຕ ຄາດຄະເນຜົນຜະລິດໃຫ້ໄດ້ 5,178 ໂຕນ; ຄາດຄະເນຈະຜະລິດເຂົ້າໃຫ້ໄດ້ 24.353,6 ໂຕນ ສະເລ່ຍ 297 ກິໂລຕໍ່ຄົນຕໍ່ປີ, ສູ້ຊົນສະໜອງຊີ້ນ, ປາ ແລະ ໄຂ່ໃຫ້ໄດ້ 5.163,34 ໂຕ່ນ, ສະເລ່ຍ 65 ກິໂລຕໍ່ຄົນຕໍ່ປີ. ການຜະລິດເປັນສິນຄ້າ, ປູກຝັງ ແລະ ລ້ຽງສັດ: ສົ່ງເສີມຊາວກະສິກອນປູກພືດລະດູແລ້ງ ໃຫ້ໄດ້ 2.100 ຮຕ ຄາດຄະເນຜົນຜະລິດ 12.854 ໂຕ່ນ ແລະ ກະກຽມປູກພືດລະດູຝົນ ໃນເນື້ອທີ່ 5.015 ຮຕ ຄາດຄະເນຜົນຜະລິດໃຫ້ໄດ້ 34.905 ໂຕ່ນ, ປູກໝາກກ້ຽງໃຫ້ໄດ້ 10 ຮຕ, ສວນໄມ້ໃຫ້ໜາກຕ່າງໆໃຫ້ໄດ້ 8 ຮຕ ຢາງພາລາໃຫ້ໄດ້ 45 ຮຕ, ປູກຊາແຈ 11 ຮຕ.  ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນຂະຫຍາຍກິດຈະກໍາການສັດລ້ຽງເປັນຕົ້ນ: ຟາມໄກ່ພັນໄຂ່ 1 ຟາມ, ເປັດ ໄຂ່ 1 ຟາມ, ໄກ່ພັນຊີ້ນ 1 ຟາມ, ຄວາຍໃຫ້ເພີ່ມຂຶ້ນ 2% ເທົ່າ 5.832 ໂຕ ງົວເພີ່ມຂຶ້ນ 6% ເທົ່າ 16.568 ໂຕ, ແບ້ເພີ່ມຂຶ້ນ 12% ເທົ່າ 12.953 ໂຕ, ໝູໃຫ້ເພີ່ມຂຶ້ນ 15% ເທົ່າ 69.254 ໂຕ ແລະ ສັດປີກເພີ່ມ 20% ເທົ່າ 2.396.868 ໂຕ; ສັກຢາກັນພະຍາດສັດລ້ຽງແຕ່ລະປະເພດໃຫ້ໄດ້ 375.500 ໂຕ, ງົວໃຫ້ໄດ້ 3.000 ໂຕ, ຄວາຍໃຫ້ໄດ້ 2.000 ໂຕ, ໝູໃຫ້ໄດ້ 15.000 ໂຕ, ແບ້ໃຫ້ໄດ້ 3.500 ໂຕ, ສັດປີກໃຫ້ໄດ້ 350.000 ໂຕ; ສູ້ຊົນສົ່ງສັດອອກເປັນສິນຄ້າໃຫ້ໄດ້ 1.100 ໂຕ ໃນນັ້ນງົວ 300 ໂຕ, ຄວາຍ 200 ໂຕ, ໝູ 600 ໂຕ.ຊຸກຍູ້ສົ່ງເສີມການລ້ຽງປາປ່ອຍໃຫ້ໄດ້ 1.500.000 ໂຕ.ປູກຫຍ້າອາຫານສັດໃຫ້ໄດ້ 320 ເຮັກຕາ.
ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ກັບຊາວກະສິກອນ ປີ 2024 ນີ້ ເມືອງຈະຈັດຝຶກອົບຮົມເຕັກນິກການປູກ ແລະ ການລ້ຽງໃຫ້ຊາວກະສິກອນໃຫ້ໄດ້ 6 ຄັ້ງຕໍ່ປີ, ສະໜອງວັກຊິນ ແລະ ຢາປົວພະຍາດສັດໃຫ້ຊາວກະສິກອນເປັນປົກກະຕິ. ຂຶ້ນແຜນສໍາຫຼວດອອກແບບຊົນລະປະທານຫ້ວຍລີ, ຫ້ວຍມື, ລົງຈັດຕັ້ງກຸ່ມນໍາໃຊ້ຊົນລະປະທານໃຫ້ໄດ້ 6 ໂຄງການ, ຕິດຕາມກວດກາການນໍາໃຊ້ນໍ້າຊົນລະປະທານ; ສືບຕໍ່ຍາດແຍ່ງທຶນໂຄງການໃຫ້ໄດ້ 4 ໂຄງການ.(ໂດຍ: ຕະວິນຍານ)

ຄໍາເຫັນ

ຂ່າວເສດຖະກິດ

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ເພີ່ມເຕີມ