ເມືອງນໍ້າບາກນໍາພາອົງການຈັດຕັ້ງມະຫາຊົນເຄື່ອນໄຫວໄດ້ເປັນປົກະຕິ

ເມືອງນໍ້າບາກນໍາພາອົງການຈັດຕັ້ງມະຫາຊົນເຄື່ອນໄຫວໄດ້ເປັນປົກະຕິ
ໂດຍ:ວັນໄຊ ຕະວິນຍານ
ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມແມ່ນພາກສ່ວນທີ່ສໍາຄັນທີ່ຂາດບໍ່ໄດ້ ເປັນອົງປະກອບໃນການເຄື່ອນໄຫວປົກປັກຮັກສາ-ພັດທະນາປະເທດຊາດ ຕາມພາລະບົດບາດ ສິດໜ້າທີ່ຂອງຕົນ. ຍ້ອນເຫັນຄວາມສໍາຄັນ ທີ່ເປັນກໍາລັງແຮງໃນການຊຸກຍູ້ປະກອບສ່ວນໃນທຸກວຽກງານ. ເມືອງນໍ້າບາກ ແຂວງຫຼວງພະບາງ ຈຶ່ງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ເຄື່ອນໄຫວເປັນປົກກະຕິເຊັ່ນ: ວຽກງານແນວລາວສ້າງຊາດ ໄດ້ຕັ້ງໜ້າເຄື່ອນໄຫວສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມຮັກຊາດ, ຮັກສາມູນເຊື້ອຄວາມສາມັກຄີ, ສີລະປະວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງບັນດາເຜົ່າໄວ້ໃຫ້ໝັ້ນຄົງ; ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ໃນປີ 2023 ເມືອງໄດ້ປະເມີນບ້ານສາມັກຄີປອງດອງໄດ້ 8 ບ້ານ, ທົ່ວເມືອງມີຄອບຄົວສາມັກຄີປອງດອງ 12.490 ຄອບຄົວ ກວມ 91%,  ບ້ານສາມັກຄີປອງດອງທັງໝົດ 81 ບ້ານ ກວມ 95%, ສໍາເລັດການເກັບຂໍ້ມູນຊົນເຜົ່າພາຍໃນເມືອງ, ສໍາເລັດກອງປະຊຸມຄົບຄະນະກໍາມະການແນວລາວສ້າງຊາດ ຄັ້ງທີ 3 ສະໄຫມທີ VII ປະຈໍາປີ 2022, ຄົ້ນຄວ້າ-ປຶກສາຫາລື ວຽກງານສາສະໜາ 7 ບ້ານເຂດເທດສະບານເມືອງ, ຊຸກຍູ້ການຈັດງານບຸນປະເພນີທາງສາສະໜາ 4 ຄັ້ງ, ທຽບໃສ່ແຜນປະຕິບັດໄດ້ 80%, ຊຸກຍູ້ຄະນະ ອົງການພຸດທະສາສະໜາ ສຳພັນລາວ(ອພສ) ເມືອງລົງບັນຍາຍທໍາໄດ້ 2 ບ້ານ, ລົງປັບປຸງຄະນະກໍາມະການແນວລາວສ້າງຊາດບ້ານໄດ້ 1 ບ້ານ, ເກັບກໍາຫາງສຽງສັງຄົມສົ່ງໃຫ້ແນວລາວສ້າງຊາດແຂວງໄດ້ 2 ຄັ້ງ, ລົງແກ້ໄຂບັນຫາສາສະໜາຢູ່ບ້ານໂພນມະນີ 1 ຄັ້ງ ແລະ ຫົວນາ 1 ຄັ້ງ, ທົ່ວເມືອງມີຜູ້ເຊື່ອຖືສາສະຫນາຄຣິດສະຕຽນ 362 ຄອບຄົວ ມີ ພົນລະເມືອງ 2.088 ຄົນ. 
   ວຽກງານຊາວຫນຸ່ມ-ເຍົາວະຊົນ ໄດ້ລົງເຜີຍແຜ່ກົດໝາຍ, ແນວທາງນະໂຍບາຍຂອງພັກໃຫ້ຊາວໝຸ່ມ ໄວໝຸ່ມ ມີຄວາມຕື່ນຕົວທາງດ້ານການເມືອງໄດ້ 116 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.732 ຄົນຍິງ 577 ຄົນ, ໄດ້ບໍາລຸງພາລະບົດບາດໜ່ວຍຊາວໝຸ່ມໄດ້ 116 ໜ່ວຍ ທຽບໃສ່ແຜນປະຕິບັດໄດ້ 100%, ປະກາດເມືອງຊາວໜຸ່ມ 4 ບຸກປະຈໍາປີ 2022 ສໍາເລັດ, ຍົກຍ້າຍສະມາຊິກຊາວໜຸ່ມ ໄປບ່ອນໃໝ່ໄດ້ 421 ສະຫາຍ ແລະ ອອກໃບອະນຸຍາດລາອອກໃຫ້ສະມາຊິກຊາວໜຸ່ມທີ່ພົ້ນອາຍຸກະສຽນໄດ້ 73 ສະຫາຍຍິງ 24 ສະຫາຍ,ປັດຈຸບັນທົ່ວເມືອງມີໜ່ວຍຊາວໜຸ່ມທັງໝົດ 116 ໜ່ວຍ, ດໍາເນີນກອງປະຊຸມໃຫຍ່ ຂອງໜ່ວຍ ຄຊປປລ ສໍາເລັດ 53 ໜ່ວຍ ທຽບໃສ່ແຜນການປີປະຕິບັດໄດ້ 45,68%, ຂະຫຍາຍ ສະມາຊິກຊາວໜຸ່ມ ປປລາວໄດ້ 412 ສະຫາຍຍິງ 178 ສະຫາຍ ທຽບໃສ່ແຜນການປີປະຕິບັດໄດ້ລື່ນ 37%, ມີສະມາຊິກຊາວໜຸ່ມ ປປລາວ ທັງຫມົດ 4.717 ສະຫາຍຍິງ 1.583 ສະຫາຍ, ກອງອາສາສະໝັກຊາວໜຸ່ມຕະລຸມບອນ 3 ກອງ, ປັດຈຸບັນ,ມີກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນທັງໝົດ 14 ໜ່ວຍ, ມີສະມາຊິກກອງທຶນທັງໝົດ 120 ສະຫາຍຍິງ 56 ສະຫາຍ, ປະຕິບັດນະໂຍບາຍສະມາຊິກກອງທຶນທີ່ເຈັບເປັນ ແລະ ປະສູດລູກ ໄດ້ຈໍານວນໜຶ່ງ,ຂະຫຍາຍສະມາຊິກເຍົາວະຊົນໄດ້ 455ຄົນຍິງ 271ຄົນ ທຽບໃສ່ແຜນການປີ ປະຕິບັດໄດ້ລື່ນ 82%, ມີກອງເຍົາວະຊົນ 22 ກອງ, 65 ໝວດ ແລະ 251 ໝູ່, ມີເຍົາວະຊົນທັນວາທັງໝົດ 3.931ຄົນຍິງ 1.978ຄົນ, ມີກອງເຍົາວະຊົນທັນວາ 3 ດີ 4 ຮູ້ ທັງໝົດ 5 ກອງ ທຽບໃສ່ແຜນປະຕິບັດໄດ້ 100%, ໄດ້ເຜີຍແຜ່ຄໍາຂວັນ 3 ດີ 4 ຮູ້ 6 ຮັກ 3 ຊັງ ໄດ້ 20 ຄັ້ງ ທຽບໃສ່ແຜນການປີປະຕິບັດໄດ້ 100%, ໄດ້ ສົມທົບອົງການກາແດງແຂວງຫຼວງພະບາງຂົນຂວາຍຊາວໜຸ່ມ-ໄວໜຸ່ມບໍລິຈາກເລືອດໄດ້ 55 ຖົງ. 
ວຽກງານແມ່ຍິງ ເມືອງໄດ້ດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍສະຫະພັນແມ່ຍິງຮາກຖານໄດ້ 4 ຮາກຖານ, ຂັ້ນໜ່ວຍໄດ້ 33 ໜ່ວຍ ແລະ ຮາກຖານບ້ານໄດ້ 5 ຮາກຖານ, ຂະຫຍາຍສະມາຊິກໄດ້ 329 ສະຫາຍ, ທຽບໃສ່ແຜນ ປະຕິບັດໄດ້ລື່ນແຜນ 73,15%, ອອກໃບຍົກຍ້າຍໃຫ້ສະມາຊິກສະຫະພັນແມ່ຍິງໄດ້ 223 ສະຫາຍ, ຕິດຕາມ ກວດກາກຸ່ມທ້ອນເງິນຂອງເອື້ອຍນ້ອງແມ່ຍິງ ມີ 12 ບ້ານ, ມີສະມາຊິກກອງທຶນທັງໝົດ 907 ຄົນ, ມີເງິນທັງຫມົດ 4.758.013.000 ກີບ, ມອບໃບຢັ້ງຢືນ 3 ດີໃຫ້ຮາກຖານບ້ານ ແລະ ໜ່ວຍໄດ້ 126 ໃບ ແລະ ປະກາດເປັນເມືອງ ສະຫະພັນແມ່ຍິງ 3 ດີ ປະຈໍາປີ 2022, ພ້ອມທັງລົງປະເມີນຄືນຂໍ້ແຂ່ງຂັນ 3 ດີໄດ້ 54 ຮາກຖານບ້ານ, ຮາກຖານໜ່ວຍໄດ້ 8 ຮາກຖານ ແລະ ໜ່ວຍໄດ້ 33 ໜ່ວຍ, ໂຄສະນາ, ເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ສົນທິສັນຍາທີ່ພົວພັນເຖິງສິດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍໄດ້ 25 ຄັ້ງ ມີຜູ້ເຂົ້າຮ່ວມ 1.782 ຄົນ, ລົງຝຶກອົບຮົມກຸ່ມເປົ້າໝາຍແມ່ຍິງອາຍຸຍັງນ້ອຍໄດ້ 5 ບ້ານ ແລະ ວຽກງານບົດບາດຍິງ-ຊາຍໄດ້ 5 ບ້ານ. 
ສໍາລັບວຽກງານກໍາມະບານ: ໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ເປັນປົກກະຕິ, ສໍາເລັດການເປີດກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນກໍາມະບານເມືອງ ຄັ້ງທີ 5, ດໍາເນີນກອງປະຊຸມໃຫຍ່ຮາກຖານກໍາມະບານໄດ້ 25 ໜ່ວຍ ທຽບໃສແຜນ ປະຕິບັດໄດ້ 64,10%, ໄດ້ປະກາດສະຫະພັນກໍາມະບານເມືອງ 5 ເປັນເຈົ້າ ປະຈໍາປີ 2022, ຕິດຕາມສະພາບການອອກແຮງງານຂອງກໍາມະກອນຊາວຜູ້ອອກແຮງງານຢູ່ຕາມຫົວໜ່ວຍແຮງງານເປັນປົກກະຕິ, ສົມທົບກັບຄະນະບ້ານ 5 ບ້ານເປົ້າໝາຍເພື່ອລົງໂຄສະນາເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຈາກການນໍາໃຊ້ທາດໄຍຫີນຂາວຂອງໂຮງງານກະເບື້ອງ, ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດທີ່ເມືອງນໍ້າບາກໄດ້ 1 ຄັ້ງ, ໃນໄລຍະ 1 ປີໄດ້ຮັບເງິນບໍາລຸງຈາກສະມາຊິກກໍາມະບານທັງຫມົດ 32.215.000 ກີບ, ຮັບຈາກສະມາຊິກກອງທຶນ 90.550.000 ກີບ. 
ວຽກງານນັກຮົບເກົ່າ ກໍໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ລົງເຊື່ອມຊຶມໃຫ້ພະນັກງານນັກຮົບເກົ່າເປັນປົກກະຕິ, ສໍາເລັດກອງປະຊຸມຂັ້ນຈຸສະຫະພັນນັກຮົບເກົ່າໜ່ວຍຮາກຖານ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍສະຫະພັນນັກຮົບເກົ່າທົ່ວເມືອງ, ປັດຈຸບັນ,ທົ່ວເມືອງມີໜ່ວຍນັກຮົບ ເກົ່າຮາກຖານ 8 ໜ່ວຍ, ມີສະມາຊິກັກນັບຮົບເກົ່າທັງໝົດ 613 ສະຫາຍຍິງ 33 ສະຫາຍ, ໃນນີ້ມີສະມາຊິກກອງທຶນທັງໝົດ 244 ສະຫາຍ, ມີເງິນກອງທຶນທັງໝົດ 157.236.000 ກີບ, ມີຄອບຄົວຕົວແບບ ຂອງສະຫະພັນ ນັກຮົບເກົ່າ 6 ຄອບຄົວ ທຽບໃສ່ແຜນປະຕິບັດໄດ້ 100%  ນີ້ ແມ່ນຜົນງານສ່ວນໜຶ່ງໃນຕະຫຼອດປີ 2023 ຜ່ານມາ,ໃນການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ທີ່ຍາມໃດກໍຕັດສິນໃຈບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຈັດຕັ້ງຜັນຂະຫຍາຍແນວທາງ ແຜນນະໂຍບາຍຂອງລັດ ແລະ ລັດ ຈຶ່ງເຮັດໃຫ້ເມືອງນໍ້ບາກ ແຂວງຫຼວງພະບາງ ມີສະຖຽນລະພາບດ້ານການເມືອງໜັກແໜ້ນ,ມີຄວາມສະຫງົບ,ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 6 ຕຸລາຜ່ານມານີ້, ການນຳເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ສົມທົບກັບຫ້ອງການກາແດງເມືອງ ສືບຕໍ່ນຳເອົາເຄື່ອງບໍລິໂພກ ປະເພດ ເຂົ້າສານ ແລະ ອາຫານສຳເລັດຮູບ ຈຳນວນ 285ຖົງ, ລົງເຄື່ອນໃຫວຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ1 ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສເປັນການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ວັນທີ 6 ຕຸລາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວໄດ້ຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນຂຶ້ນທີ່ບໍລິສັດ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ໂດຍການເຂົ້າຮ່ວມຂອງທ່ານ ຢາງສົວ ຮອງຜູ້ອໍານວຍໃຫຍ່ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ.
ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ການຈະຜະລິດສິນຄ້າໃດອອກມາວາງຂາຍ-ຈໍາໜ່າຍ ໄດ້ກໍຍ້ອນມາຈາກຄວາມຮັກມັກ, ການທົດລອງນໍາໃຊ້ໃຫ້ເກີດຜົນຈິງ ແລະ ຈຶ່ງສາມາດນໍາມາບອກຕໍ່ ແລ້ວຕໍ່ຍອດໃຫ້ເປັນສິນຄ້າທີ່ມີຄຸນນະພາບອອກວາງຂາຍ-ຈໍາໜ່າຍຕໍ່ສັງຄົມ ຄືດັ່ງສະບູບ້ານມອນ ອໍແກນິກ ເປັນຜະລິດຕະພັນລາວທີ່ໃຊ້ດີຂອງຊາວເມືອງພວນ ແຂວງຊຽງຂວາງ ກໍາລັງເປັນທີ່ຮູ້ຈັກກັນໃນສັງຄົມເປັນຢ່າງດີ.
ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ການແຂ່ງຂັນ ຊ່ວງເຮືອ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 5-7 ຕຸລາ 2025ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຈາກພາຍໃນ ແລະ ຕ່າງແຂວງ ຈໍານວນ 20 ລໍາ.ໃນນີ້, ເຮືອປະເພດ 30-35 ສີພາຍມີ 11 ລໍາ, ເຮືອປະເພດ 50-55 ສີພາຍມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບ 30-35 ສີພາຍ ທີ່ມາຈາກ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທມີ 4 ລໍາ, ຊຶ່ງຜົນການແຂ່ງຂັນດັ່ງນີ້:ເຮືອປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອເພັດສີໂພໄຊ ຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ອັບດັບທີ 3 ເຮືອ ດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເຮືອຄຸດທອງຄໍາ ບ້ານປາກເປັ່ງ ເມືອງທ່າແຂກ.ປະເພດ 30-35 ສີພາຍ ອັນດັບທີ 1 ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ, ອັບດັບທີ 3 ເຮືອ 20ມັງກອນ ກອງບັນຊາການທະຫານ (ປກຊ) ແຂວງຄໍາມ່ວນ ແລະ ອັນດັບທີ 4ເຮືອພອນພຣະອິນປົງ SS ກໍ່ສ້າງ, ສຳລັບຜົນການແຂ່ງຂັນເຮືອມິດຕະພາບ ລະຫວ່າງ ທ່າແຂກ-ນະຄອນພະນົມ ອັນດັບທີ 1 ເຮືອ ພົງສະຫວັນນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອ 20ມັງກອນ ປກຊ ແຂວງ, ອັນດັບທີ 3 ເຮືອ ອິງຟ້າ ນາວາ ຈາກອຳເພີເມືອງນະຄອນພະນົມ ແລະ ອັນດັບທີ 4 ເຮືອ ແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ.
ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

​ໃນຕອນເຊົ້າວັນທີ 7 ຕຸລານີ້, ທີ່ສະໂມສອນກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ໂອ້ລົມ ຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຂວງໄຊຍະບູລີ; ມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ; ສະຫາຍ ພົຈວ ບຸນຍອງ ດວງດີ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ 2, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13/12/1920-13/12/2025) ຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າອະນຸກໍາມະການເນື້ອໃນກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດລະດັບຊາດ, ໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກ ກະຊວງ-ອົງການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະນໍາ ນະຄອນຫຼວງວຽງຈັນ ແລະ ບັນດາສະຫາຍ ຫົວໜ້າກົມ ຮອງກົມ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ  ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ການມີສ່ວນຮ່ວມຮັກສາຄວາມສະອາດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2025 ມີຄວາມສຳຄັນຢ່າງຍິ່ງ ຊຶ່ງເປັນໜຶ່ງໃນນະໂຍບາຍ 6 ສ ທີ່ນະຄອນຫຼວງວຽງຈັນວາງອອກ ນັ້ນກໍຄື ສ ສະອາດງາມຕາ ເພື່ອເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໄວ້ຢ່າງຍືນຍົງ.
ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ໃນຕອນເຊົ້າຂອງວັນທີ 7 ຕຸລາ ນີ້ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍລະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະ ເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ເພີ່ມເຕີມ