ເມືອງນໍ້າບາກສຸມໃສ່ພັດທະນາໂຄງລ່າງດ້ານຄົມມະນາຄົມ-ຂົນສົ່ງ ແລະ ນໍ້າປະປາ

ເມືອງນໍ້າບາກສຸມໃສ່ພັດທະນາໂຄງລ່າງດ້ານຄົມມະນາຄົມ-ຂົນສົ່ງ ແລະ ນໍ້າປະປາ
ໂດຍ:ຕະວິນຍານ
 ເພື່ອເຮັດໃຫ້ການສັນຈອນໄປມາຫາສູ່ຂອງປະຊາຊົນ ແລະ ການຂົນສົ່ງສິນຄ້າສະດວກຍິ່ງຂຶ້ນ,ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ເອົາໃຈໃສ່ກໍ່ສ້າງໂຄງລ່າງພື້ນຖານຄົມມະນາຄົມ-ຂົນສົ່ງ ແລະ ສາທາລະນຸປະໂພກໃຫ້ປະຊາຊົນ ເຊັ່ນ: ຕິດຕາມໂຄງການສ້ອມແປງທາງຫຼວງເລກທີ 13N ແລະ 1C ຫຼັງລະດູຝົນ, ຊຸກຍູ້ບັນດາບ້ານພາຍໃນເມືອງນໍ້າບາກບູລະນະຮັກສາທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ,ສົມທົບຄະນະກໍາມະການຂັ້ນແຂວງ ແລະ ເມືອງລົງກວດກາປະເມີນຜົນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງປູເບຕົງເສີມເຫຼັກ 3 ບ້ານເທດສະບານ ແລະ ໂຄງການຟື້ນຟູສ້ອມແປງຂົວອູ່ຂ້າມນໍ້າບາກ ບ້ານຟ້າ ຫາ ບ້ານໂຄ້ງໃນ ໃນໄລຍະຄໍ້າປະກັນ ພ້ອມທັງກຽມມອບ-ຮັບ, ລົງກວດກາຖົມດິນສົ້ນຂົວ 4 ແຫ່ງ ກຸ່ມນໍ້າດ່ວນ, ຕິດຕາມໂຄງການສ້ອມແປງເສັ້ນທາງບ້ານຫ້ວຍຫົກ ຫາ ບ້ານຫ້ວຍຮຽມສໍາເລັດ 85%, ສໍາເລັດການປັບແລວນໍ້າຢູ່ສົ້ນຂົວນໍ້າບາກ, ລົງເກັບກໍາຂໍ້ມູນສະຖິຕິທາງຊົນນະບົດ, ຈົກຮ່ອງລະບາຍນໍ້າແຄມທາງບ້ານໂພນສະອາດ, ຕິດຕາມກວດກາໂຄງການກໍ່ສ້າງ ເຄຫາສະຖານ, ສໍານັກງານ ແລະ ໂຮງຮຽນ ເພື່ອອອກໃບ ອະນຸຍາດການປຸກສ້າງໃຫ້ຖືກຕ້ອງຕາມລະບຽບການ, ຕິດຕາມ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງໂຄງການກໍ່ສ້າງນໍ້າປະປາກຸ່ມນໍ້າຖ້ວມ ແລະ ກຸ່ມປາກມອງ ພ້ອມທັງແກ້ໄຂສິ່ງກີດຂວາງສໍາເລັດ 60,16%,ອະນຸຍາດການປຸກສ້າງໄດ້ 9 ກິດຈະການ, ກວດກາໂຮງຮຽນບ້ານກິວຈະລິ ສໍາເລັດ 50%, ກວດກາການແລ່ນລົດ ຢູ່ສະຖານີປາກມອງ 18 ຄັ້ງ, ອະນຸຍາດດໍາເນີນທຸລະກິດຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ພາຍໃນເມືອງນໍ້າບາກ, ລົງກວດກາຂຸດຄົ້ນຫີນ ແຮ່ຊາຍ ສາຍນໍ້າບາກ.
ສໍາລັບວຽກງານນໍ້າປະປາ ເມືອງສາມາດຜະລິດນໍ້າປະປາໄດ້ 495.390 ມ3/ປີ ທຽບໃສ່ແຜນການປະຕິບັດໄດ້ 95% ຈໍາໜ່າຍນໍ້າໄດ້ 403.318 ແມັດກ້ອນ/ປີ ທຽບໃສ່ແຜນການປະຕິບັດໄດ້ 95%, ບໍລິມາດນໍ້າສູນເສຍ 92.072ແມັດກ້ອນ ເທົ່າກັບ 18,5%, ຄິດໄລ່ຕິດຕັ້ງນໍ້າເຂົ້າເຮືອນໄດ້ 48 ໜ່ວຍ ທຽບໃສ່ແຜນການປະຕິບັດໄດ້ລື່ນ 37%,  ສ້ອມແປງ 125 ບ່ອນ, ສ້າງລາຍຮັບໄດ້ທັງໝົດ 1.671.510.000 ກີບ ທຽບໃສ່ແຜນການປະຕິບັດໄດ້ 92%.
    ໃນປີ 2024ນີ້ ເມືອງນໍ້າບາກຈະສືບຕໍ່ຕິດຕາມໂຄງການກໍ່ສ້າງເສັ້ນທາງປູເບຕົງເທດສະບານເມືອງ ໄລຍະທີ 2 ໃຫ້ຮັບປະກັນ 100%, ຊຸກຍູ້ບັນດາບ້ານ ໃຫ້ມີສ່ວນຮ່ວມໃນການບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ, ຕິດຕາມໂຄງການສ້ອມແປງທາງເລກທີ 1C ແລະ 13 N ຫຼັງ ລະດູຝົນ ແລະ ໂຄງການກໍ່ສ້າງນໍ້າປະປາກຸ່ມນໍ້າຖ້ວມ-ກຸ່ມປາກມອງ, ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຊຸມຊົນໜ້າຕະຫຼາດນໍ້າບາກ ແລະ ນໍ້າຖ້ວມ, ຕິດຕາມກວດກາໂຄງການກໍ່ສ້າງເຄຫາສະຖານ ສໍານັກງານ ແລະ ໂຮງຮຽນ ເພື່ອອອກໃບອະນຸຍາດການປຸກສ້າງໃຫ້ຖືກຕ້ອງຕາມລະບຽບການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ