![]() |
ທ່ານ ທອງພັນ ສຸກສະຫວັດ ໄດ້ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2026). ໂດຍຍົກໃຫ້ເຫັນການກຳເນີດ, ເຕີບໃຫຍ່ ຂະຫຍາຍຕົວ, ທາດແທ້ ແລະ ບັນດາຜົນງານອັນໃຫຍ່ຫຼວງຂອງກອງທັບນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ. ເພື່ອເປັນການຫວນຄືນມູນເຊື້ອອັນດີງາມ ມູນເຊື້ອພິລະອາດຫານທີ່ກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າຍາດມາໄດ້ ຕະຫຼອດໄລຍະ 77 ປີ ເພື່ອເປັນການສືກສາອົບຮົມ ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ ເຖິງຄວາມເກັ່ງກ້າປີຊາສາມາດ, ບໍ່ຍອມຈໍານົນ ຂອງກອງທັບປະຊາຊົນລາວ ກໍຄື: ວິລະບູລຸດ, ວິລະສະຕີ ທີ່ໄດ້ເສຍສະຫຼະເລືອດເນື້ອ, ຊີວິດ, ເຫື່ອແຮງ ແລະ ສະຕິປັນຍາ ເພື່ອກອບກູ້ເອົາປະເທດຊາດທີ່ແສນຮັກ, ມາສູ່ປວງຊົນລາວທັງຊາດ ຈົນສາມາດປະກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນທຸກວັນນີ້.
![]() |
ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ, ຄະນະການນໍາຂັ້ນເມືອງ ນໍາໂດຍທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ ໄດ້ນຳເອົາກະຕ່າດອກໄມ້ ແລະ ຂອງຂວັນ ໄປມອບໃຫ້ກົມກອງທີປະຈຳຢູ່ ບັນດາຄ້າຍ, ປ້ອມຕ່າງໆທີປະຕິບັດໜ້າທີ່ການເມືອງຢູ່ເມືອງເງິນ ເພື່ອອວຍພອນອັນປະເສີດ ມາຍັງນາຍ ແລະ ພົນທະຫານ ພະນັກງານນັກຮົບເຂດທຸລະກັນດານ ບັນດາປ້ອມແນວໜ້າຂອງເມືອງຈົ່ງໃຫ້ມີສຸຂະພາບແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນສືບຕໍ່ເຮັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດ ທັງຮັບປະກັນໃຫ້ເມືອງເງິນມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ.
(ຂ່າວ: ອິນແປງ ແຫວນຄຳ)


ຄໍາເຫັນ