![]() |
ໃນພິທີ, ທ່ານ ຊູລິສິດ ຄໍາພູວົງ ໃຫ້ກຽດຈູດທຽນໄຊບູຊາພະລັດຕະນະໄຕ. ຈາກນັ້ນ, ພະອາຈານອໍາມະຕະ ຍານະເມທີ ປະທານ ອພສ ເມືອງເງິນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງມາດຖານເງື່ອນໄຂວັດພັດທະນາ 4 ສໍ ເມືອງເງິນປະກອບມີ 11 ວັດ ແລະ 1 ສໍານັກສົງ(ທາດໝັດຄໍາ)ທີ່ນອນຢູ່ໃນ 22 ບ້ານ. ໄລຍະຜ່ານມາໄດ້ສ້າງກຸ່ມເປົ້າໝາຍສ້າງເປັນວັດພັດທະນາ 4 ສໍ ຈໍານວນ 5 ວັດຄື: ວັດສຣີດອນແຍງ ບ້ານເພຍງາມ, ວັດບີໝີສີໂພໄຊ ບ້ານບີໝີ, ວັດຂອນສຸວັນນະຣາມ ບ້ານຂອນ, ວັດສີບຸນຍືນ ບ້ານຫຼວງມີໄຊ ແລະວັດສະຫຼີນາງົວ ບ້ານນາງົວ,ນັບແຕ່ວັນທີ 3 ຕຸລາ 2024ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດ ມາຮອດ ວັນທີ 28-29 ສິງຫາ 2025 ທາງຄະນະຮັບຜິດຊອບໄດ້ລົງຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດເຫັນວ່າ ວັດທີ່ຄົບຕາມມາດຖານເງື່ອນໄຂມີ 3 ວັດຄື: ວັດສຣີດອນແຍງ ບ້ານເພຍງາມ, ວັດສຼີບຸນຍືນ ບ້ານຫຼວງມີໄຊ ແລະ ວັດສະຫຼີນາງົວ ບ້ານນາງົວ ຊຶ່ງສາມາດປະເມີນຕາມ 4 ມາດຖານ 20 ຕົວຊີ້ວັດດັ່ງນີ້:ວັດສະຫຼີດອນແຍງ ບ້ານເພຍງາມ:ມາດຖານທີ 1 ສ. ສະອາດ ໄດ້ 100%, ມາດຖານທີ 2 ສ. ສະຫງົບ ໄດ້ 100%, ມາດຖານທີ 3 ສ. ສີຂຽວ ໄດ້ 95.75%, ມາດຖານທີ 4 ສ ສະຫວ່າງ ໄດ້ 100%. ວັດສີບຸນຍືນ ບ້ານຫຼວງມີໄຊ: ມາດຖານທີ່ 1 ສ. ສະອາດ ໄດ້ 90%, ມາດຖານທີ 2 ສ. ສະຫງົບ ໄດ້ 93.13%, ມາດຖານທີ 3 ສ. ສີຂຽວ ໄດ້ 92.50%, ມາດຖານທີ 4 ສ. ສະຫວ່າງ ໄດ້ 91.25% ແລະ ວັດສະຫຼີນາງົວ ບ້ານນາງົວ: ມາດຖານທີ 1 ສ. ສະອາດ ໄດ້ 96.25%, ມາດຖານທີ່ 2 ສ. ສະຫງົບ ໄດ້ 95.87%, ມາດຖານທີ່ 3 ສ. ສີຂຽວ ໄດ້ 90%, ມາດຖານທີ 4 ສ. ສະຫວ່າງ ໄດ້ 96.25%. ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການຮັບຮອງ ວັດພັດທະນາ 4 ສໍ ແລະ ມອບໃບຢັ້ງຢືນໃຫ້ທັງ 3 ວັດດັ່ງກ່າວ, ລັນຄ້ອງ 9 ບາດເພື່ອເປັນສີລິມຸ່ງຄຸນ ແລະ ເປີດປ້າຍວັດ 4 ສໍຕື່ມຢ່າງເປັນທາງການ.
![]() |
(ພາບ-ຂ່າວ: ສົມຄິດ ຂຽວສີຟ້າ)


ຄໍາເຫັນ