![]() |
ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນໃນທຸກໆປີ ໂດຍຕິດພັນກັບວັນສ້າງຕັ້ງເມືອງເງິນ, ຄືວັນທີ 14 ພະຈິກ ປີ 1992- 14 ພະຈິກ 2025 (ຄົບຮອບ 33 ປີ). ກິດຈະກຳພາຍໃນງານ ມີຕະຫຼາດນັດວາງສະແດງສິນຄ້າ, ປະກວດອາຫານພື້ນບ້ານ, ງານສະແດງສິລະປະວັນນະຄະດີ. ເຮືອທີ່ເຂົ້າຮ່ວມແຂ່ງຂັນໃນປີນີ້, ປະກອບມີເຮືອໄວເພດຊາຍ 8 ທີມ, ເຮືອໄວເພດຍິງ 8 ທີມ, ຜ່ານການແຂ່ງຂັນມີ ຜົນດັ່ງນີ້: ເຮືອໄວເພດຊາຍ ອັນດັບ 1 ບ້ານນາງົວ ໄດ້ຮັບຂັນເງິນ 1 ໜ່ວຍ ນໍ້າໜັກ 1 ກິໂລ, ເງິນສົດ 10 ລ້ານກີບ, ອັນດັບ 2 ບ້ານນໍ້າເງິນໄດ້ຮັບເງິນສົດ 9 ລ້ານກີບ, ອັນດັບ 3 ບ້ານຂອນໄດ້ຮັບເງິນສົດ 8.000.000 ກີບ. ເຮືອໄວເພດຍິງ ອັນດັບ 1 ບ້ານນາງົວ ໄດ້ຮັບຂັນເງິນ 1 ໜ່ວຍ ນໍ້າໜັກ 1 ກິໂລ, ເງິນສົດ 10 ລ້ານກີບ, ອັນດັບ 2 ບ້ານນໍ້າເງິນ ໄດ້ຮັບເງິນສົດ 9 ລ້ານກີບ, ອັນດັບ 3 ບ້ານບີໝໄດ້ຮັບເງິນສົດ 8 ລ້ານກີບ. ສໍາລັບການປະກວດອາຫານພື້ນບ້ານ: ອັນດັບ 1 ບ້ານຫຼວງມີໄຊ, ອັນດັບ 2 ບ້ານເພຍງາມ ແລະ ອັນດັບ 3 ບ້ານຂອນ. ເປັນກຽດມອບລາງວັນຊະນະເລີດ ທັງເພດຊາຍ ແລະ ເພດຍິງ ໂດຍແມ່ນ ທ່ານ ອາເມຊົງ ເຢ້ຍເລັງ.
![]() |
(ພາບ-ຂ່າວ: ຄ.ອ.ມ ເມືອງເງິນ)


ຄໍາເຫັນ