ເມືອງຍົມມະລາດຖືສໍາຄັນວຽກງານກວດກາລາຄາສິນຄ້າ

ເມືອງຍົມມະລາດຖືສໍາຄັນວຽກງານກວດກາລາຄາສິນຄ້າ
ໂດຍ: ແດງສະຫວັດ ແສນພານິດ
ທ່ານ ຄໍາຫວາ ແກ້ວມາລາ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າປະຈໍາເມືອງຍົມມະລາດ ແຂວງຄໍາມ່ວນໄດ້ລາຍງານການກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະເກືອບໜຶ່ງປີຜ່ານມາຕໍ່ຜູ້ສື່ຂ່າວທ້ອງຖິ່ນໃຫ້ຮູ້ວ່າ:ໃນໄລຍະຜ່ານມາທາງຄະນະນໍາຂອງຫ້ອງການກໍໄດ້ມີການຊີ້ນໍາພະນັກງານວິຊາການໂດຍມີຈໍານວນທັງໝົດ 63 ທ່ານ, ປະກອບມີ 4 ໜ່ວຍງານທີ່ໄດ້ປະຕິບັດຕາມພາລະໜ້າທີ່ໂດຍສະເພາະແມ່ນເຈົ້າໜ້າທີ່ກວດກາການຄ້າທັງນີ້ແມ່ນອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງທາງເຈົ້າເມືອງ ແລະ ຄະນະຊີ້ນໍາຂັ້ນເມືອງທີ່ໄດ້ເລັ່ງໃສ່ເຂດບ້ານຈຸດສຸມທີ່ມີຕະຫຼາດຊຸມຊົນຈາກບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍກໍຄືບ້ານຫາງການໂດຍທາງຫ້ອງການອຸດສາຫະກໍາ ແລະ ການຄ້າກໍໄດ້ລົງໄປປັບປຸງກໍ່ສ້າງຕະຫຼາດຊຸມຊົນດັ່ງກ່າວ ແລະ ໄດ້ເປີດໃຊ້ຢ່າງບໍລິການເປັນທາງການສໍາລັບຕະຫຼາດເຂດດັ່ງກ່າວ. ທ່ານໃຫ້ຮູ້ຕື່ມວ່າ: ໃນການລົງຕິດຕາມກວດກາທາງພະນັກງານພາຍໃນຫ້ອງການໄດ້ກໍານົດລາຄາສະເພາະຊີ້ນງົວ-ຄວາຍລາຄາປັດຈຸບັນຢູ່ຕາມທ້ອງຕະຫຼາດກິໂລລະ 100.000 ກີບ, ຊີ້ນໝູກິໂລລະ 70 ພັນກີບທັງນີ້ແມ່ນອີງໃສ່ໂຄງປະກອບທາງດ້ານລາຄາຢູ່ທ້ອງຖິ່ນທີ່ເຂົາເຈົ້າຂາຍສັດລວມເຖິງຄ່າສິ້ນເປືອງອື່ນໆຂອງຜູ້ປະກອບການໜ່ວຍຂ້າສັດຂອງເມືອງໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນເມືອງເພື່ອຕົກລົງເປັນເອກະພາບກັນດ້ານການກໍານົດລາຄາ. ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ຕິດຕາມການຊື້-ຂາຍມັນຕົ້ນຢູ່ພາຍໃນເມືອງແຕ່ບໍ່ໄດ້ເປັນຜູ້ກໍານົດດ້ານລາຄາເນື່ອງຈາກວ່າລາຄາມີການຂຶ້ນ-ລົງຕາມທ້ອງຕະຫຼາດ (ໄປຕາມກົນໄກຕະຫຼາດ) ແຕ່ເປັນມັນຕົ້ນແຫ້ງຕາມການແຈ້ງການຂອງກະຊວງກະສິກໍາ ຊຶ່ງໃນປັດຈຸບັນມັນຕົ້ນແຫ້ງລາຄາຊື້ຢູ່ໂຮງງານ 4.600 ກີບ/ກິໂລ, ມັນຕົ້ນດິບ 2.000 ກີບ/ ກິໂລ. ລາຄາເຂົ້າ 80 ພັນກີບ/ໝື່ນ ພ້ອມກັນນັ້ນຍັງໄດ້ມີການຕິດຕາມດ້ານຄາລານໍ້າມັນທີ່ທາງກະຊວງແຈ້ງມາກ່ຽວກັບການຂຶ້ນ-ລົງຂອງລາຄານໍ້າມັນຕ້ອງໄດ້ມີການລົງກວດກາຖ້າຫາກຜູ້ປະກອບການບໍ່ປະຕິບັດຕາມລະບຽບການແມ່ນຈະໄດ້ມີການເຮັດບົດບັນທຶກສຶກສາອົບຮົມຕາມແຕ່ລະກໍລະນີ. ດ້ານການເໜັງຕີງຂອງລາຄາສິນຄ້າເຄື່ອງອຸປະໂພກ-ບໍລິໂພກ,ສິນຄ້າປອມແປງ,ລອກຮຽນແບບ ແລະ ເຊື່ອມຄຸນນະພາບຕາມຫ້າງຮ້ານຢູ່ທ້ອງຕະຫຼາດພາຍໃນເມືອງທີ່ເປັນຂອງຄົນລາວ ແລະ ຕ່າງດ້າວກໍໄດ້ມີການລົງກວດກາຕາມແຜນການປີນີ້ແມ່ນໄດ້ 3 ຄັ້ງພ້ອມທັງອາຍັດ, ເຮັດບົດບັນທຶກ ແລະ ຈັດປະຊຸມປຶກສາຫາລືເພື່ອທໍາລາຍສິນຄ້າດັ່ງກ່າວ. 
ດ້ານຂໍ້ສະດວກແມ່ນອີງໃສ່ທິດຊີ້ນໍາ,ມີການປຶກສາຫາລືກັບພາກສ່ວນກ່ຽວຂ້ອງໂດຍສະເພາະແມ່ນທາງພະແນກອຸດສາຫະກໍາ ແລະ ການຄ້າແຂວງກໍໄດ້ໃຫ້ທິດຊີ້ນໍາໃນການລົງປຸກລະດົມ,ຊຸກຍູ້ພໍ່ແມ່ປະຊາຊົນເປັນຕົ້ນກຸ່ມຜະລິດເປັນສິນຄ້າ(ODOP)ມາຮອດປັດຈຸບັນປະຊາຊົນແມ່ນຮູ້ຜະລິດ,ຮູ້ຊື້,ຮູ້ຂາຍສະເພາະແມ່ນການຜະລິດແຜ່ນແພທໍາມະຊາດດ້ວຍສີມືແຮງງານພ້ອມນັ້ນທາງເມືອງກໍໄດ້ມີແຜນໃຫ້ພະນັກງານຕາມຫ້ອງການສໍານັກງານຂອງເມືອງໄດ້ນໍາໃຊ້ຜະລິດຕະພັນໂອດັອບຂອງເມືອງເພື່ອເປັນການສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນ. ດ້ານຂໍ້ຫຍຸ້ງຍາກພາລະບົດບາດຂອງຫ້ອງການອຸດສາຫະກໍາ ແລະ ການຄ້າແມ່ນບໍ່ສາມາດອອກຄໍາສັ່ງໄດ້ແຕ່ພຽງຝ່າຍດຽວຕ້ອງມີການປຶກສາຫາລືໂດຍອີງໃສ່ນິຕິກໍາຂອງສາຍຕັ້ງ ແລະ ສາຍຂວາງ, ພ້ອມນັ້ນພາຍໃນຫ້ອງການແມ່ນມີພະນັກງານຈໍານວນໜ້ອຍແຕ່ວຽກຂ້ອນຂ້າງຫຼາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ