![]() |
ທ່ານ ບຸນສົງ ລາດຊະວົງ ປະທານຄະນະກໍາມະການປົກຄອງເມືອງ ໃຫ້ຮູ້ວ່າ: ຕາແສງບຸ່ງມ່າ-ຕາກແດດ ເມືອງປາກລາຍປະກອບມີ 8 ບ້ານຄື: ບ້ານບຸ່ງມ່າ, ບ້ານຕາກແດດ, ບ້ານປາກແລງ, ບ້ານຫ້ວຍໄຮ, ບ້ານສີວິໄລ, ບ້ານຫ້ວຍຕ່າງ, ບ້ານດົງສະຫງວນ ແລະ ບ້ານຫ້ວຍເດື່ອຫວານ, ມີ 109 ໜວ່ຍ, ມີ 1,357ຄອບຄົວ, ມີພົນລະເມືອງ 6,711 ຄົນ, ຍິງ 3,286 ຄົນ ກົງຈັກການຈັດຕັ້ງຂອງຕາແສງ ປະກອບມີ 5 ໜ່ວຍງານ, ມີຄະນະກຳມະການປົກຄອງຕາແສງ 13 ທ່ານ, ມີນາຍບ້ານ ແລະ ຮອງນາຍບ້ານ 24 ທ່ານ, ພ້ອມດ້ວຍ 15 ຂະແໜງການຊ່ວຍວຽກບ້ານ.
ໃນພິທີ, ຄະນະຮັບຜິດຊອບຂັ້ນເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍສ້າງຕັ້ງຕາແສງ ແລະ ແຕ່ງຕັ້ງບຸກຄະລາກອນເພື່ອບັນຈຸເຂົ້າໃນກົງຈັກການຈັດຕັ້ງຂອງຕາແສງບຸ່ງມ່າ-ຕາກແດດ ໂດຍເຫັນດີແຕ່ງຕັ້ງ ທ່ານ ສິດ ຍຸຕິທໍາ ເປັນປະທານຕາແສງ, ທ່ານ ສີຖານ ພັນທະສອນ ແລະ ທ່ານ ພັທ ສີພັນ ໄຊຄໍາມູນ ເປັນຮອງປະທານຄະນະກໍາມະການປົກຄອງຕາແສງ.
ໂອກາດນີ້, ທ່ານ ບຸດສະກອນ ອິນທະລັງສີ ໄດ້ກ່າວວ່າ: ການສ້າງຕັ້ງຕາແສງໃນຄັ້ງນີ້ ມີຈຸດຈຸດປະສົງເພື່ອປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບປະສິດທິພາບການຄຸ້ມຄອງບໍລິຫານລັດໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ. ພ້ອມທັງເນັ້ນໃຫ້ທຸກພາກສ່ວນ ຈົ່ງໃຫ້ການຊຸກຍູ້ສົ່ງເສີມໃຫ້ການຊ່ວຍເຫຼືອ ຮ່ວມມືກັບອົງການປົກຄອງຕາແສງໃນການເຄື່ອນໄຫວວຽກງານທີ່ກ່ຽວພັນກັບຂະແໜງການຕົນຢ່າງແຂງແຮງ, ປັບປຸງນິຕິກຳຮັບໃຊ້ວຽກງານໃຫ້ແທດເໝາະກັບສະພາບການປົກຄອງໃໝ່, ຄະນະບໍລິຫານງານຕາແສງຊຸດໃໝ່ທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດວຽກງານໂດຍສະເພາະ ຮັບໃຊ້ປະຊາຊົນ, ສ້າງຄວາມສາມັກຄີພາຍໃນ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເຂົ້າເຖິງຮາກຖານຢ່າງທົ່ວເຖິງ ແລະ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ.
ຂ່າວ: ເມືອງປາກລາຍ

ຄໍາເຫັນ