ເມືອງປາກລາຍ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ

ເມືອງປາກລາຍ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ,ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກອງທຶນພັກທົ່ວເມືອງປາກລາຍ ແຂວງໄຊຍະບູລີປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024ໄດ້ຈັດຂື້ນໃນວັນທີ8ພຶດສະພາ2024 ນີ້ທີ່ຫໍປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ບຸນຫຼາຍ ວົງດາລາ ເລຂາພັກເມືອງ ວ່າການເຈົ້າເມືອງໆປາກລາຍ ເຂົ້າຮວ່ມມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ, ອົງການ, ກົມກອງ, ຮາກຖານບ້ານ, ຕະຫຼອດຮອດພະນັກງານຜູ້ເຮັດວຽກງານຈັດຕັ້ງຢູ່ແຕ່ລະຫ້ອງການພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງ ປີ 2024,
ຮ່າງບົດສະຫຼຸບວຽກງານກອງທຶນພັກປະຈໍາປີ2023 ແລະ ແຜນການ2024,ຮ່າງກົດລະບຽບກອງທຶນພັກສະບັບປັບປຸງ,ນອກຈາກນັ້ນຍັງໄດ້ເຊື່ອມຊຶມນິຕິກໍາຈໍານວນໜຶ່ງເປັນຕົ້ນເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກຽ່ວກັບການປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນແຕ່ງຕັ້ງ,ສັບປຽ່ນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ,ຄໍາແນະນໍາຂອງະນະຈັດຕັ້ງສູນກາງພັກວ່າດ້ວຍການຕີລາຄາພະນັກງານ,ຜ່ານແຜນດໍາເນີນງານຂອງຄະນະປະຈໍາພັກເມືອງ ສະບັບປັບປຸງ ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ, ບົດຮຽນທີ່ຖອດຖອນໄດ້ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າເຊິ່ງທົ່ວເມືອງມີຮາກຖານພັກທັງໝົດ 158 ຮາກຖານໃນນີ້: ຄະນະພັກຮາກຖານມີ6ຄະນະພັກຮາກຖານ, ມີໜ່ວຍພັກຮາກຖານ 152ໜ່ວຍພັກ, ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ 23ໜ່ວຍພັກມີສະມາຊິກພັກທັງໝົດ 2.580 ສະຫາຍ, ຍິງ 31ສະຫາຍ ເຊິ່ງໃນໄລຍະຜ່ານມາຄະນະພັກແຕ່ລະຂັ້ນໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານແຖວໜ້າໃນການເຄື່ອນໄຫວນໍາພາ-ຊີ້ນໍາໂດຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າໂດຍໄດ້ນຳເອົາແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດລົງເຜີຍແຜ່ຢ່າງເປັນປົກກະຕິເຮັດໃຫ້ສະມາຊິກພັກ, ພະນັກງານມີຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສາມັກຄີ, ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງໄດ້ມອບໝາຍມີຜົນສໍາເລັດເປັນຢ່າງດີ ໃນໂອ້ກາດນີ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດຄຳເຫັນເພຶ່ອຊອກຫາວິທີ່ແກ້ໄຂບັນດາດ້ານທີ່ຍັງຄົງຄ້າງ,ສະຫາຍ ບຸນຫຼາຍ ວົງດາລາ ໄດ້ມີຄຳເຫັນໂອ້ລົມເຊິ່ງສະຫາຍໄດ້ຮຽງຮ້ອງມາຍັງຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ຕ້ອງສຸມໃສ່, ນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຢ່າງທົ່ວເຖິງ. ຮີບຮ້ອນຄົ້ນຄວ້ານຳສະເໜີຄະນະພັກຂັ້ນເທິງໃນການປັບປຸງບຸກຄະລາກອນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງເມືອງ, ສືບຕໍ່ປັບປຸງ-ກໍ່ສ້າງຮາກຖານພັກໃຫ້ນັບມື້ນັບໜັກແໜ້ນ-ເຂັ້ມແຂງ, ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊືມກົດລະບຽບຂອງພັກໃຫ້ເລິກເຊິ່ງ, ກວດກາຄວາມຮັບຜິດຊອບການເມືອງ, ຄວາມຮູ້, ຄວາມສາມາດ ຂອງພະນັກງານ-ສະມາຊິກພັກ ແລະ ການຈັດຕັັ້ງພັກໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ.ຂ່າວ: ກ່າ ຄຸດທະວົງສັກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະອໍານວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 22 ຕຸລານີ້, ແຂວງວຽງຈັນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ - ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ ຍິງ 33 ສະຫາຍ.
ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ໄດ້ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ໃນງານສັບປະດາດີຈີຕອນລາວ ປະຈຳປີ 2026 (Lao Digital Week 2026) ງານ Lao Digital Week 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈີຕອນ. ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈີຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈີຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ມີຄະນະພະແນກ, ອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ໃນວັນທີ 22 ຕຸລານີ້, ທີ່ໜ້າຝາຍ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນຊ່ວງເຮືອ ເນື່ອງໃນໂອກາດບຸນອອກພັນສາ-ປະວໍລະນາ ປະຈຳປີ 2026 ໂດຍມີທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທັງເປັນຜູ້ຊີ້ນຳຮອບດ້ານເມືອງຈອມເພັດ, ມີທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແຂກຖືກເຊີນ ແລະ ມວນຊົນຈາກເມືອງຈອມເພັດ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ຂຶ້ນໃນວັນທີ 22 ຕຸລານີ້ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລາ-ນຸເຖລະ, ຮອງປະທານ ສນຊ ພ້ອມດ້ວຍອະນຸກໍາມະການຮັບຜິດຊອບຈັດກອງປະຊຸມ ເຂົ້າຮ່ວມ.
ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ວັນທີ 21 ຕຸລາຜ່ານມາ, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ໂດຍມີທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ອຍກ) ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ