ເມືອງພຽງ ອະ​ນຸ​ມັດ​ໃຫ້ບໍ​ລິ​ສັດລົງ​ທຶນ ກ້າແນວພັນຫົວດຸກເດືອ

ເມືອງພຽງ ອະ​ນຸ​ມັດ​ໃຫ້ບໍ​ລິ​ສັດລົງ​ທຶນ ກ້າແນວພັນຫົວດຸກເດືອ

ເມືອງພຽງ ອະ​ນຸ​ມັດ​ໃຫ້ບໍ​ລິ​ສັດລົງ​ທຶນ ກ້າແນວພັນຫົວດຸກເດືອ
ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາຊຸກຍູ້ການລົງທຶນປູກພືດກະສິກຳເປັນສິນຄ້າ ວ່າດ້ວຍການຄຸ້ມຄອງການລົງທຶນກ້າແນວພັນ ຫົວດຸກເດືອ (ຫົວບຸກ) ລະຫວ່າງ ອົງການປົກຄອງເມືອງພຽງ (ຕາງໜ້າໂດຍ ຫ້ອງການການເງິນເມືອງ) ແລະ ບໍລິສັດ ລາວ-ຈີນ ໂຍ່ງຮຸຍ ພັດທະນາກະສິກຳ ຈຳກັດຜູ້ດຽວ.

 

ພິທີເຊັນສັນຍາ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ເມືອງພຽງໂດຍມີທ່ານ ກອງໄຊ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງເມືອງພຽງ, ມີຄະນະຮັບຜິດຊອບຊຸກຍູ້ຄຸ້ມຄອງການປູກພືດກະສິກຳຂັ້ນເມືອງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການລົງທຶນກ້າແນວພັນຫົວດຸກເດືອໃນຄັ້ງນີ້ ແມ່ນຮູບແບບການລົງທຶນຂອງເອກະຊົນ 100% ໂດຍມີມູນຄ່າທຶນຈົດທະບຽນທັງໝົດ 8 ຕື້ກີບ, ໂຄງການມີກຳນົດອາຍຸການລົງທຶນ 3 ປີ (ນັບແຕ່ເດືອນມີນາ 2026 ຫາ ເດືອນມີນາ 2029) ເຊິ່ງໃນໄລຍະທຳອິດນີ້, ບໍລິສັດໄດ້ເຊົ່າທີ່ດິນນາຂອງປະຊາຊົນໃນເນື້ອທີ່ທັງໝົດ 6.85 ເຮັກຕາ ຢູ່ເຂດບ້ານແສງຈະເລີນ ໃນລາຄາ 24 ລ້ານກີບ/ເຮັກຕາ/ປີ. ສຳລັບແຜນການຜະລິດໃນປີ 2026-2027 ນີ້ ຄາດຄະເນວ່າຈະສາມາດສະໜອງຜົນຜະລິດແນວພັນໄດ້ເຖິງ 1,027,500 ເບ້ຍ/ປີ ເພື່ອຕອບສະໜອງໃຫ້ແກ່ປະຊາຊົນພາຍໃນເມືອງນຳໄປປູກເປັນສິນຄ້າໃນຕໍ່ໜ້າ.

ຈຸດປະສົງຂອງການເຊັນສັນຍາຮ່ວມກັນໃນຄັ້ງນີ້ ກໍເພື່ອເປັນການຊຸກຍູ້ ແລະ ພັດທະນາເສດຖະກິດ-ສັງຄົມຂອງເມືອງພຽງ ເປັນຕົ້ນແມ່ນການສົ່ງເສີມການຜະລິດກະສິກຳເປັນສິນຄ້າເພື່ອສົ່ງອອກ , ທັງເປັນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ໂດຍຮັບປະກັນໃຫ້ການຄຸ້ມຄອງການລົງທຶນດັ່ງກ່າວຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ. ໃນຂໍ້ຜູກພັນຂອງສັນຍາ, ຝ່າຍບໍລິສັດ (ຝ່າຍ ຂ) ຈະຕ້ອງໄດ້ເອົາໃຈໃສ່ປະກອບພັນທະອາກອນຕ່າງໆ ໃຫ້ຖືກຕ້ອງຕາມກຳນົດເວລາ, ເປັນຕົ້ນແມ່ນ ອາກອນລາຍໄດ້ຈາກຄ່າເຊົ່າດິນ, ຄ່າຊົມໃຊ້ນ້ຳຊົນລະປະທານ, ເງິນຄັງພັດທະນາທ້ອງຖິ່ນ-ສັງຄົມ, ອາກອນເງິນເດືອນ ແລະ ເງິນກອງທຶນພັດທະນາສີມືແຮງງານ, ພ້ອມທັງວາງເງິນຄ້ຳປະກັນສັນຍາຈຳນວນ 100 ໂດລາ/ເຮັກຕາ/ປີ ເຂົ້າຄັງເງິນແຫ່ງຊາດປະຈຳເມືອງ.

ນອກຈາກນີ້, ບໍລິສັດຕ້ອງໄດ້ນຳໃຊ້ແຮງງານທ້ອງຖິ່ນເປັນຫຼັກ, ປະຕິບັດຕາມແຜນຄຸ້ມຄອງສິ່ງແວດລ້ອມ ແລະ ເມື່ອເກັບກູ້ຜົນຜະລິດແລ້ວ ຕ້ອງໄດ້ຟື້ນຟູ ແລະ ເກັບມ້ຽນສິ່ງເສດເຫຼືອອອກຈາກພື້ນທີ່ນາ ເພື່ອໃຫ້ປະຊາຊົນສາມາດທຳການຜະລິດໄດ້ຕາມປົກກະຕິ.

ຂ່າວ: ແສງສຸດາ ກິ່ງສະຫວັດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ, ໄດ້ໄຂຂຶ້ນໃນວັນທີ 5 ມິຖຸນາ 2026 ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ຍົກລະດັບຄວາມຮູ້ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ຍົກລະດັບຄວາມຮູ້ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຊຸດອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ພະນັກງານຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ໂດຍເປັນປະທານຂອງ ທ່ານ ສົນທອງ ວີບູນກ້ວາງ ຄະນະກຳມະການປົກຄອງແຂວງ ຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ.ມີວິທະຍາກອນຈາກກະຊວງ ຍຸຕິທຳ,ສຳມະນາກອນມາຈາກພະແນກ ຍຸດຕິທຳແຂວງ ແລະ 7 ຕົວເມືອງເຂົ້າຮ່ວມ.
ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ວັນທີ 5 ມິຖຸນາ 2026 ນີ້, ຢູ່ທີ່ເມືອງມຸນລະປາໂມກ ແຂວງຈຳປາສັກ, ໄດ້ຈັດງານສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ແລະ ມີບັນຍາກາດຟົດຟື້ນມ່ວນຊື່ນ ໂດຍມີທ່ານ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ,ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ປະທານກວດກາພັກ - ລັດເມືອງ ພ້ອມດ້ວຍຄະນະນຳແຂວງ-ເມືອງ, ນັກຮຽນ ແລະ ເດັກນ້ອຍ ເຂົ້າຮ່ວມ.
ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26 ຕຸລາ 1966-26 ຕຸລາ 2026) ໃນວັນທີ 5 ມິຖຸນາ ຜ່ານມາ ທີ່ກົມເຄມີສາດ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນທະຫານເຂົ້າຮ່ວມ.
ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ໃນວັນທີ 2 ມິຖຸນາ ຜ່ານມາ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານຝຶກອົບຮົມວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໃຫ້ພະນັກງານນໍາພາ-ຄຸ້ມຄອງຊຸດທີ XXII, ໂດຍການເປັນປະທານຂອງສະຫາຍພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດກ່ຽວກັບການໂຄສະນາຕ້ານການຄ້າມະນຸດໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍສະຫາຍ ພັທ ວັນປະດິດຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ໃຫ້ 13 ໜ່ວຍພັກນຮາກຖານ ທີ່ຂຶ້ນກັບອົງຄະນະພັກນະຄອນປາກເຊ. ຈັດຂື້ນໃນວັນທີ 4 ມິຖຸນາ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍະເດດ ທອງສະຫັວນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນ 13 ໜ່ວຍພັກ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນຮອບດ້ານ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງວຽງຈັນ. ໂດຍມີຄະນະນຳ, ຫົວໜ້າ,ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ 30,767 ຕາແມັດ ເພື່ອພັດທະນາໂຄງການກໍ່ສ້າງ ຈຸດເຊັກພອຍ, ຮ້ານກາເຟ, ຮ້ານອາຫານ, ຮ້ານຂາຍເຄື່ອງຝາກທີ່ລະນຶກ ແລະ ຈຸດຊົມວິວ ກຳແພງຍັກ ຢູ່ເຂດບ້ານ ໃໝ່ໂພສີ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງ ແລະ ບໍລິສັດ ວີເອັມແອວ (VML) ຈຳກັດຜູ້ດຽວ.
ເພີ່ມເຕີມ