ໄດ້ຈັດຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນທະວີ ຊົງເຮີ ຮອງເຈົ້າເມືອງໆພຽງ.
ການຊ່ວຍເຫຼືອຄັ້ງນີ້, ໄດ້ມອບຈ້າວຊ່ວຍເຫຼືອຜູ້ປະສົບໄພນ້ຳຖວມຈຳນວນ 14 ບ້ານ ມີ 480 ກ່ວາຄອບຄົວມີຈໍານວນ 23,000 ກິໂລ. ຊ່ວຍເຫຼືອຄອບຄົວຜູ້ຖືກຜົນກະທົບສັດຕູພືດທຳລາຍເຂົ້ານາປີ 2024 ຈຳນວນ 2 ບ້ານ ມີ 110 ກວ່າຄອບຄົວ ເຂົ້າຈ້າວ 4,000 ກິໂລ ແລະ ຊ່ວຍເຫຼືອນ້ອງນັກຮຽນທີ່ທຸກຍາກດ້ອຍໂອກາດເຂົ້ານອນຫໍພັກຢູ່ ສອງ ໂຮງຮຽນ ມີ 30 ກວ່ານ້ອງ ຍິງ 10 ກວ່ານ້ອງ ເຂົ້າສານຈ້າວ 160 ກິໂລ. ລວມທັງໝົດ 27,160 ກິໂລ.
(ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ)
ຄໍາເຫັນ