ເມືອງພຽງ ປາຖະກະຖາ ສອງວັນປະຫວັດສາດ

ເມືອງພຽງ ປາຖະກະຖາ ສອງວັນປະຫວັດສາດ

ເມືອງພຽງ ປາຖະກະຖາ ສອງວັນປະຫວັດສາດ
ການນຳຂອງເມືອງພຽງ ແຂວງໄຊຍະບູລີ, ມີນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ໄດ້ເຂົ້າວ່າງກະຕ່າດອກໄມ້ທີ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ຂອງເມືອງໃນຕ້ອນເຊົ້າວັນທີ 1 ເມສານີ້, ເນື້ອງໃນໂອ້ກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 65 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71 ປີ ຂຶ້ນ ແລະ ໄດ້ປາຖະກະຖາ 2 ວັນດັ່ງກ່າວ ຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ລ.
ເມອງພຽງ ປາຖະກະຖາ ສອງວນປະຫວດສາດ - image 1
 

ການປາຖະກະຖາຄັ້ງນີ້, ໄດ້ຍົກໃຫ້ເຫັນເຖີງປະຫວັດແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ໄຊຊະນະອັນໃຫຍ່ຫຼວງລວມເຖີງບັນດາຜົນງານອັນຍິງໃຫຍາທີ່ພົ້ນເດັນຂອງກຳລັງປ້ອງກັນຄວາມສະຫງົບ ແລະ ຜົນງານອັນຍິງໃຫຍ່ຂອງຊາວໜຸ່ມປະຊາຊົນປະຕິວັດລາວໃນແຕ່ລະໄລຍະຜ່ານມາ.

ການປະຖະກະຖາຄັ້ງນີ້, ກໍເພຶ່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ນ້ຳໃຈເສຍສະຫຼະອົງອາດ ເດັດດຽວໜຽວແໜ້ນ ແລະ ຜົນງານໄຊຊະນະອັນໃຫຍ່ຫຼວງຂອງກຳລັງປ້ອງກັນຄວາມສະຫງົບຕະຫຼອດໄລຍະ 65 ປີຜ່ານມາ ເພຶ່ອຊຸກຍູ້ຂະບວນການວຽກງານໃຫ້ແຂງແຮງເລີກເຊິ່ງ ຮອບດ້ານ ເປັນຂະບວນການຟົດຝື້ນກວ້າງຂວ້າງ, ຍົກສູງຈິດໃຈຮັກຊາດ, ຮັກລະບອບໃໝ່, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີແນ່ໃສ່ປັບປຸງກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໃສໜັກແໜ້ນມີຈັນຍາບັນ ແລະ ມີແບບແຜນທີ່ທັນສະໄໝເປັນກຳລັງທີ່ມາຈາກປະຊາຊົນໂດຍປະຊາຊົນ ແລະ ເພຶ່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

ເມອງພຽງ ປາຖະກະຖາ ສອງວນປະຫວດສາດ - image 2
 

ເພີມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ປຸກລະດົມກຳລັງແຮງ ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຄວາມສຫງົບທົ່ວປ່ວງຊົນຮອບດ້ານຕິດພັນການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີຜົນສຳເລັດ, ທັງເປັນການປຸກລະດົມກຳລັງຊາວໜຸ່ມ, ໄວໜຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ພ້ອມກັນປະກອບສ່ວນເຂົ້າໃນ 2 ໜ້າທີ່ຍຸດທະສາດກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຍຸດຢັ້ງ.

(ຂ່າວ: ວົງສະຫວັນ ສຸທິໂວຫານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ພິທີເຜີຍແຜ່ ຮ່າງນິຕິກຳວ່າດ້ວຍ ຫົວໜ່ວຍຊົດເຊີຍ ຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍໄລຍະເສັ້ນທາງບໍລິຄຳໄຊ-ແທງຖູຍ ຢູ່ຕາແສງ ບົວວຽງຄຳ ຈັດຂຶ້ຶນໃນວັນທີ 23 ກັນຍາຜ່ານມາ, ໂດຍມີທ່ານ ບຸນເລີດ ລັດທະພອນປະທານຄະນະກຳມະການປົກຄອງຕາແສງ ບົວວຽງຄຳ, ມີຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຂັ້ນແຂວງ,ຂັ້ນເມືອງ,ຕາງໜ້າໂຄງການ,ອຳນາດການປົກຄອງບ້ານ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII ໄດ້ເປີດຂຶ້ນໃນວັນທີ 25 ກັນຍານີ້, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທະຫານຮາບທີ 3 ທີ່ຈະໝູນວຽນມາບັນຈົບຄົບຮອບ 45 ປີ (ວັນທີ 25 ຕຸລາ 1981-25 ຕຸລາ 2026) ໃນວັນທີ 24 ກັນຍາຜ່ານມາ, ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ໄດ້ມອບເສື້ອໂປໂລແຂນສັ້ນຈໍານວນ 19 ຊຸດ, ເຄື່ອງຊຸດວອມ 5 ຊຸດ ແລະ ໝາກບູ່ນ 1 ຊຸດ ລວມມູນຄ່າ 3,268,000 ກີບ ມອບໃຫ້ກອງພັນໃຫຍ່ 302 ເພື່ອຊຸກຍູ້ຈິດໃຈຂອງພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ຢູໃນກົມກອງຂອງຕົນ, ທັງເປັນການຊຸກຍູ້ຂະບວນການກິລາ ຢູ່ກອງພັນໃຫຍ່ 302 ໃຫ້ມີບັນຍາກາດຟົດຟື້ນ, ໂດຍການກ່າວມອບຂອງສະຫາຍ ເຕີນ ລາດວົງສາ ຫົວໜ້າໜ່ວຍງານສະຖາບັນການເງິນຈຸລະພາກສິນຊັບເມືອງເໝືອ ສາຂາແຂວງບໍ່ແກ້ວ ພ້ອມດ້ວຍຄະນະໜ່ວຍງານ, ກ່າວຮັບໂດຍສະຫາຍ ພັນເອກ ຄຳອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 302 ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ໃນວັນທີ​ 24 ກັນຍາ​ຜ່ານມາ​,​ ກອງພົນທີ​ 2​ ໄດ້ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ​ ໂດຍການເປັນປະທານຂອງສະຫາຍ ພັນໂທ​ ສົມຈິດ ແກ້ວ​ໄຊຍະວົງ​ ກຳມະການຄະນະພັກກອງພົນ​ ຮອງ​ຫົວໜ້າ​ຫ້ອງ ການ​ເມືອງ​ກອງພົນ​ທີ​ 2,​ ມີ​ພະແນກການກ່ຽວຂ້ອງ ແລະ ນາຍທະຫານ ທີ່ອອກການຮັບເງິນອຸດໜູນເທື່ອດຽວເຂົ້າຮ່ວມ.
9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

ຕາມການລາຍງານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ ຕໍ່ກອງປະຊຸມຄະນະກໍາມະການປົກຄອງເມືອງປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ຊຶ່ງຈັດຂຶ້ນໃນວັນທີ 25 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ໃນວັນທີ 24 ກັນຍານີ້ ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງຮອງລັດຖະມົນຕີຮອງປະທານ ຄລທ ຜູ້ປະຈໍາການປະທານຄະນະກໍາມະການປະສານງານ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ໂດຍມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ແຂວງຫຼວງນໍ້າທາ ເຂົ້າຮ່ວມແບບຊ້ອງໜ້າ ແລະ ຜ່ານລະບົບທາງໄກ.
4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ 4 ໜ່ວຍພັກ ປະກອບມີ ໜ່ວຍພັກຂະແໜງບໍລິຫານ, ຈັດຕັ້ງ, ກວດກາແຜນການ-ການເງິນ; ໜ່ວຍພັກຂະແໜງຂົນສົ່ງ, ຄຸ້ມຄອງພາຫະນະ, ເຄຫາ-ຜັງເມືອງ, ໜ່ວຍພັກລັດວິສາຫະກິດນໍ້າປະປາ ແລະ ໜ່ວຍພັກທາງບົກ-ທາງນໍ້າ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນປະຈຳປີ 2025 ຈັດຂຶ້ນໃນວັນທີ 24 ກັນຍາຜ່ານມາ, ໃຫ້ກຽດມອບໃບຢັ້ງຢືນໂດຍສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.
ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກົມການຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ພ້ອມທັງກຳນົດແຜນການຮ່ວມກັນໃນການສະໜອງແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ຂຶ້ນ ໃນວັນທີ 24 ທັນວາ ນີ້ ທີ່ໂຮງແຮມລາວພຣາຊານະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ອານຸສອນ ຄໍາສິງສະຫວັດຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຫົວໜ້າຄະນະກອງເລຂາ ຄະນະດຸ່ນດ່ຽງທາງດ້ານການສະໜອງແຮງງານ.
ເພີ່ມເຕີມ