ເມືອງພຽງຊ້ອມໃຫຍ່ກ້ອນກໍາລັງບ້ານຕ່າງໆເພື່ອກະກຽມຄວາມພ້ອມເປີດ ງານເທດສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2024

ເມືອງພຽງຊ້ອມໃຫຍ່ກ້ອນກໍາລັງບ້ານຕ່າງໆເພື່ອກະກຽມຄວາມພ້ອມເປີດ ງານເທດສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2024
ໃນວັນທີ 5 ມັງກອນ 2024 ທີ່ເດີ່ນກອງເຂົ້າໃຫຍ່ ບ້ານສົມສະຫວັນ ເມືອງພຽງ ແຂວງ ໄຊຍະບູລີ ໄດ້ຈັດຝຶກຊ້ອມຂະບວນກ້ອນກໍາລັງບ້ານຕ່າງໆຄັ້ງສຸດທ້າຍ ເພື່ອກຽມຄວາມພ້ອມໃນການເປີດງານເທດສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2024 ນີ້ ເຂົ້າຮ່ວມໃນງານຄັ້ງນີ້ມີ ທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງ, ມີບັນດາທ່ານຄະນະຮັບຜິດຊອບກ້ອນກໍາລັງຕ່າງໆເຂົ້າຮ່ວມ.
ພິທີແມ່ນເລີ່ມຕົ້ນດ້ວຍກ້ອນກໍາລັງກອງເຍົາວະຊົນ ແລະ ກອງດຸລິຍາງ ຈາກນັ້ນ ກ້ອນແຫ່ຜະລິດຕະພັນເຫຼົ້າຂາວ ແລະ ເຄື່ອງຕໍ່າ, ຈັກສານ ຟ້ອນລາຍລື້ ໃຊ້ຄົນປະມານ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານດົງເງິນ ບ້ານພັດທະນາ ສ້າງເປັນຕົວແບບດ້ານວັດທະນະທໍາເຜົ່າລື້ ສົ່ງເສີມຫັດຖະກໍາຕໍ່າຫູກ ປຸງແຕ່ງ ແລະ ລ້ຽງສັດເປັນສິນຄ້າ, ຕໍ່ດ້ວຍບ້ານກິ່ວແຄ່ມແຫ່ຜົນຜະລິດພືດຜັກ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ສ້າງບ້ານກິ່ວແຄ່ມໃຫ້ເປັນບ້ານພັດທະນາ ສົ່ງເສີມການປູກພືດເປັນສິນຄ້າຕິດພັນກັບການຕະຫຼາດ, ຕໍ່ມາບ້ານໂພນໄຊ ແຫ່ຮວງເຂົ້າໃຫຍ່ ແລະ ພືດຜັກ ໃຊ້ຄົນ 100 ຄົນພາຍໃຕ້ຄໍາຂວັນ ບ້ານໂພນໄຊ ບ້ານພັດທະນາສືບຕໍ່ສ້າງຕົວແບບ ການເຮັດກະເສດສຸມປູກເຂົ້າ ແລະ ສົ່ງເສີມການປູກພືດຜັກເປັນສິນຄ້າ ຕິດພັນກັບການຕະຫຼາດ, ບ້ານໜອງງົວ ແຫ່ພາຂວັນ ແລະ ຜະລິດຕະພັນເສັ້ນໝີ່ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານໜອງງົວ ບ້ານພັດທະນາສົ່ງເສີມການບໍລິການປຸງແຕ່ງເຂົ້າເປັນສິນຄ້າ ແລະ ອະນຸລັກວັດທະນະທໍາເຜົ່າລາວ, ບ້ານນາຊິງ ແຫ່ໂຮງສີເຂົ້າ ແລະ ຜະລິດລູກປາ-ກົບ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານນາຊິງ ບ້ານພັດທະນາ ສຸມໃສ່ການປຸງແຕ່ງເຂົ້າ ແລະ ບໍລິການເປັນສິນຄ້າ ຕິດພັນກັບການຕະຫຼາດ ແລະ ການບໍລິການທາງຜ່ານ, ບ້ານຫົວນາ ແຫ່ເຄື່ອງຫັດຖະກໍາຈັກສານ ສາດລາຍອ່ອນ ໝ້ຽງ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານຫົວນາ ບ້ານພັດທະນາສຸມໃສ່ການຜະລິດເຂົ້າ, ໝ້ຽງ ແລະ ຫັດຖະກໍາຈັກສານເປັນສິນຄ້າ ຕິດພັນກັບການຕະຫຼາດ, ບ້ານນາແຄມແຫ່ຢາສູບ ພືດຜັກ ແລະ ເຂົ້າເປັນສິນຄ້າ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານນາແຄມບ້ານພັດທະນາ ສຸມໃສ່ການຜະລິດເຂົ້າ ພືດຜັກ ຢາສູບ ຕິດພັນກັບການບໍລິການ, ບ້ານນາບວມ ແຫ່ພາບວັດພະເຈົ້າໂອ້ຍ ໝາກແຕງ ພືດຜັກ ໃຊ້ຄົນ 150 ຄົນ ພາຍໃຕ້ຄໍາຂວັນ ບ້ານນາບວມບ້ານພັດທະນາສຶບຕໍ່ສ້າງບ້ານໃຫ້ເປັນບ້ານພັດທະນາຮອບດ້ານ ມີຕົວແບບໃນການປູກເຂົ້າ ພືດຜັກເປັນສິນຄ້າ ຕິດພັນກັບການຕະຫຼາດ, ບ້ານວຽງຈະເລີນ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານວຽງຈະເລີນ ບ້ານພັດທະນາສືບຕໍ່ຮັກສາວັດທະນະທໍາເຜົ່າກຶມມຸ ສົ່ງເສີມການປູກພືດອຸດສາຫະກໍາ ບໍລິການເຫຼົ້າໄຫ ທີ່ເປັນເອກະລັກ ຕິດພັນກັບການທ່ອງທ່ຽວ, ບ້ານນໍ້າປຸຍ ແຫ່ເຮືອຊາວງ ເປົ່າແຄນ ເຜົ່າມົ້ງ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານນໍ້າປຸຍບ້ານພັດທະນາ ສ້າງບ້ານນໍ້າປຸຍເປັນຕົວເມືອງສະອາດ ສີຂຽວ ສວຍງາມ ບໍລິການທາງຜ່ານ ແລະ ການທ່ອງທ່ຽວ; ສະເພາະບັນດາກ້ອນແຫ່ຂອງແຕ່ລະບ້ານທີ່ເຂົ້າຮ່ວມໃນງານເທດສະການບຸນກອງເຂົ້າໃຫຍ່ ປີ 2024 ແມ່ນໄດ້ກໍານົດເອົາ 10 ກ້ອນ ແລະ ກ້ອນຢືນ 10 ກ້ອນ ແລະ ການຊ້ອມໃຫຍ່ໃນຄັ້ງນີ້ໂດຍລວມແມ່ນໄດ້ຕາມແຜນທີ່ວາງໄວ້ ແຕ່ມີບາງກ້ອນບາງບ້ານໃນການຟ້ອນ, ການຍ່າງ ບໍ່ທັນໄດ້ດີເທົ່າທີ່ຄວນ ຕ້ອງໄດ້ເຝິກຊ້ອມໃໝ່ ຫວັງວ່າໃນມື້ວັນທີ 9 ມັງກອນ 2024 ເຊິ່ງເປັນມື້ເປີດງານເທດສະການບຸນກອງເຂົ້າໃຫຍ່ເປັນທາງການ ບັນດາແຕ່ລະກ້ອນຄົງຈະໄດ້ດີ ແລະ ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກຜູ້ມາຊົມ ແລະ ມາຮ່ວມງານອີກດ້ວຍ. ຂ່າວ: ບຸນທີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...
ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.
ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ມອບເງິນປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ lX ທີ່ຈະໄຂຂຶ້ນໃນລະຫວ່າງວັນ 26-27 ມິຖຸນານີ້, ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃນການກະກຽມກອງປະຊຸມໃຫຍ່ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ພິທີມອບ-ຮັບເງິນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໂດຍການກ່າວມອບຂອງທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານ ແລະ ກ່າວຮັບໂດຍທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ຮັກສາການເລຂາພັກນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ ພ້ອມຄະນະ.
ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ເມື່ອບໍ່ດົນມານີ້ ຢູ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ຈິດຕະວົງ ສີສົງຄາມ ຮອງປະທານຄະນະກວດກາພັກແຂວງວຽງຈັນ.
ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ໃນວັນທີ 23 ມິຖຸນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່ ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ.
ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣ ນານາຊາດ ປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້ฌ ການລາຍງານຂ່າວບັນຫາຫາສີຂຽວ ໃຫ້ສື່ມວນຊົນ ພາກກາງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຊຶ່ງຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ນະຄອນຫຼວງວຽງຈັນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ເພື່ອເປັນການລະນຶກເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ ສານປະຊາຊົນແຂວງຜົ້ງສາລີ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນນະທີຫ້ອງປະຊຸມຊັ້ນ 3 ສານປະຊາຊົນແຂວງ. ໂດຍການເປັນປະທານຂອງ ສະຫາຍ ອິກ ເພັງສະໝຸດ ເລຂາໜ່ວຍພັກ ຮັກສາການປະທານສານປະຊາຊົນແຂວງຜົ້ງສາລີ.
ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານ ແລະ ປະດັບຫຼຽນໂດຍ ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ເພີ່ມເຕີມ