ເມືອງພຽງຊ້ອມໃຫຍ່ກ້ອນກໍາລັງບ້ານຕ່າງໆເພື່ອກະກຽມຄວາມພ້ອມເປີດ ງານເທດສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2024

ເມືອງພຽງຊ້ອມໃຫຍ່ກ້ອນກໍາລັງບ້ານຕ່າງໆເພື່ອກະກຽມຄວາມພ້ອມເປີດ ງານເທດສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2024
ໃນວັນທີ 5 ມັງກອນ 2024 ທີ່ເດີ່ນກອງເຂົ້າໃຫຍ່ ບ້ານສົມສະຫວັນ ເມືອງພຽງ ແຂວງ ໄຊຍະບູລີ ໄດ້ຈັດຝຶກຊ້ອມຂະບວນກ້ອນກໍາລັງບ້ານຕ່າງໆຄັ້ງສຸດທ້າຍ ເພື່ອກຽມຄວາມພ້ອມໃນການເປີດງານເທດສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2024 ນີ້ ເຂົ້າຮ່ວມໃນງານຄັ້ງນີ້ມີ ທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງ, ມີບັນດາທ່ານຄະນະຮັບຜິດຊອບກ້ອນກໍາລັງຕ່າງໆເຂົ້າຮ່ວມ.
ພິທີແມ່ນເລີ່ມຕົ້ນດ້ວຍກ້ອນກໍາລັງກອງເຍົາວະຊົນ ແລະ ກອງດຸລິຍາງ ຈາກນັ້ນ ກ້ອນແຫ່ຜະລິດຕະພັນເຫຼົ້າຂາວ ແລະ ເຄື່ອງຕໍ່າ, ຈັກສານ ຟ້ອນລາຍລື້ ໃຊ້ຄົນປະມານ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານດົງເງິນ ບ້ານພັດທະນາ ສ້າງເປັນຕົວແບບດ້ານວັດທະນະທໍາເຜົ່າລື້ ສົ່ງເສີມຫັດຖະກໍາຕໍ່າຫູກ ປຸງແຕ່ງ ແລະ ລ້ຽງສັດເປັນສິນຄ້າ, ຕໍ່ດ້ວຍບ້ານກິ່ວແຄ່ມແຫ່ຜົນຜະລິດພືດຜັກ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ສ້າງບ້ານກິ່ວແຄ່ມໃຫ້ເປັນບ້ານພັດທະນາ ສົ່ງເສີມການປູກພືດເປັນສິນຄ້າຕິດພັນກັບການຕະຫຼາດ, ຕໍ່ມາບ້ານໂພນໄຊ ແຫ່ຮວງເຂົ້າໃຫຍ່ ແລະ ພືດຜັກ ໃຊ້ຄົນ 100 ຄົນພາຍໃຕ້ຄໍາຂວັນ ບ້ານໂພນໄຊ ບ້ານພັດທະນາສືບຕໍ່ສ້າງຕົວແບບ ການເຮັດກະເສດສຸມປູກເຂົ້າ ແລະ ສົ່ງເສີມການປູກພືດຜັກເປັນສິນຄ້າ ຕິດພັນກັບການຕະຫຼາດ, ບ້ານໜອງງົວ ແຫ່ພາຂວັນ ແລະ ຜະລິດຕະພັນເສັ້ນໝີ່ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານໜອງງົວ ບ້ານພັດທະນາສົ່ງເສີມການບໍລິການປຸງແຕ່ງເຂົ້າເປັນສິນຄ້າ ແລະ ອະນຸລັກວັດທະນະທໍາເຜົ່າລາວ, ບ້ານນາຊິງ ແຫ່ໂຮງສີເຂົ້າ ແລະ ຜະລິດລູກປາ-ກົບ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານນາຊິງ ບ້ານພັດທະນາ ສຸມໃສ່ການປຸງແຕ່ງເຂົ້າ ແລະ ບໍລິການເປັນສິນຄ້າ ຕິດພັນກັບການຕະຫຼາດ ແລະ ການບໍລິການທາງຜ່ານ, ບ້ານຫົວນາ ແຫ່ເຄື່ອງຫັດຖະກໍາຈັກສານ ສາດລາຍອ່ອນ ໝ້ຽງ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານຫົວນາ ບ້ານພັດທະນາສຸມໃສ່ການຜະລິດເຂົ້າ, ໝ້ຽງ ແລະ ຫັດຖະກໍາຈັກສານເປັນສິນຄ້າ ຕິດພັນກັບການຕະຫຼາດ, ບ້ານນາແຄມແຫ່ຢາສູບ ພືດຜັກ ແລະ ເຂົ້າເປັນສິນຄ້າ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານນາແຄມບ້ານພັດທະນາ ສຸມໃສ່ການຜະລິດເຂົ້າ ພືດຜັກ ຢາສູບ ຕິດພັນກັບການບໍລິການ, ບ້ານນາບວມ ແຫ່ພາບວັດພະເຈົ້າໂອ້ຍ ໝາກແຕງ ພືດຜັກ ໃຊ້ຄົນ 150 ຄົນ ພາຍໃຕ້ຄໍາຂວັນ ບ້ານນາບວມບ້ານພັດທະນາສຶບຕໍ່ສ້າງບ້ານໃຫ້ເປັນບ້ານພັດທະນາຮອບດ້ານ ມີຕົວແບບໃນການປູກເຂົ້າ ພືດຜັກເປັນສິນຄ້າ ຕິດພັນກັບການຕະຫຼາດ, ບ້ານວຽງຈະເລີນ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານວຽງຈະເລີນ ບ້ານພັດທະນາສືບຕໍ່ຮັກສາວັດທະນະທໍາເຜົ່າກຶມມຸ ສົ່ງເສີມການປູກພືດອຸດສາຫະກໍາ ບໍລິການເຫຼົ້າໄຫ ທີ່ເປັນເອກະລັກ ຕິດພັນກັບການທ່ອງທ່ຽວ, ບ້ານນໍ້າປຸຍ ແຫ່ເຮືອຊາວງ ເປົ່າແຄນ ເຜົ່າມົ້ງ ໃຊ້ຄົນ 100 ຄົນ ພາຍໃຕ້ຄໍາຂວັນ ບ້ານນໍ້າປຸຍບ້ານພັດທະນາ ສ້າງບ້ານນໍ້າປຸຍເປັນຕົວເມືອງສະອາດ ສີຂຽວ ສວຍງາມ ບໍລິການທາງຜ່ານ ແລະ ການທ່ອງທ່ຽວ; ສະເພາະບັນດາກ້ອນແຫ່ຂອງແຕ່ລະບ້ານທີ່ເຂົ້າຮ່ວມໃນງານເທດສະການບຸນກອງເຂົ້າໃຫຍ່ ປີ 2024 ແມ່ນໄດ້ກໍານົດເອົາ 10 ກ້ອນ ແລະ ກ້ອນຢືນ 10 ກ້ອນ ແລະ ການຊ້ອມໃຫຍ່ໃນຄັ້ງນີ້ໂດຍລວມແມ່ນໄດ້ຕາມແຜນທີ່ວາງໄວ້ ແຕ່ມີບາງກ້ອນບາງບ້ານໃນການຟ້ອນ, ການຍ່າງ ບໍ່ທັນໄດ້ດີເທົ່າທີ່ຄວນ ຕ້ອງໄດ້ເຝິກຊ້ອມໃໝ່ ຫວັງວ່າໃນມື້ວັນທີ 9 ມັງກອນ 2024 ເຊິ່ງເປັນມື້ເປີດງານເທດສະການບຸນກອງເຂົ້າໃຫຍ່ເປັນທາງການ ບັນດາແຕ່ລະກ້ອນຄົງຈະໄດ້ດີ ແລະ ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກຜູ້ມາຊົມ ແລະ ມາຮ່ວມງານອີກດ້ວຍ. ຂ່າວ: ບຸນທີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ