ປະກາດຮັບຮອງຈຸດສຸມບ້ານມອມ ເປັນຕົວເມືອງນ້ອຍໃນຊົນນະບົດ

ເມືອງຕົ້ນເຜິ້ງ ປະກາດຮັບຮອງຈຸດສຸມບ້ານມອມ ເປັນຕົວເມືອງນ້ອຍໃນຊົນນະບົດ

ເມືອງຕົ້ນເຜິ້ງ ປະກາດຮັບຮອງຈຸດສຸມບ້ານມອມ ເປັນຕົວເມືອງນ້ອຍໃນຊົນນະບົດ
ພິທີປະກາດຮັບຮອງຈຸດສຸມບ້ານມອມ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ ເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ຈັດຂຶ້ນເມື່ອບໍ່ດົນນີ້ ທີ່ເດີ່ນໂຮງຮຽນປະຖົມສົມບູນບ້ານມອມໂດຍການເຂົ້າຮ່ວມເປັນປະທານມີທ່ານ ຄຳພະຫຍາ ພົມປັນຍາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ,

ມີທ່ານ ຄຳແຍງ ຄອນໄຊຍະກິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຕົ້ນເຜິ້ງ, ມີທ່ານ ເພັດສະໝອນ ຖານະສັກ ຮອງຫົວໜ້າກົມພັດທະນາຊົນນະບົດ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພິທີ ທ່ານ ອຸ່ນແສງ ທິບພະສົມບັດ ເລຂາຄະນະພັກ ນາຍບ້ານໆ ມອມ ໄດ້ລາຍງານການສ້າງຈຸດສຸມບ້ານມອມເປັນຕົວເມືອງໃນຊົນນະບົດຈຸດສຸມບ້ານມອມ ມີທີ່ຕັ້ງຢູ່ຫ່າງຈາກເທດສະບານເມືອງຕົ້ນເຜິ້ງ ໄປທາງທິດເໜືອປະມານ 20 ກມ ພູມສັນຖານເປັນເຂດທົ່ງພຽງກວມປະມານ 70% ຂອງເນື້ອທີ່ທັງໝົດຂອງຈຸດສຸມ ພາຍໃນຈຸດສຸມ ປະກອບມີ 5 ບ້ານ, ມີ 554 ຄອບຄົວ, ມີ 2,315 ຄົນຍິງ 1,225 ຄົນ, ມີຄອບຄົວພົ້ນທຸກ 505 ຄອບຄົວ ກວມ 91.15% ແລະ ມີຄອບຄົວພັດທະນາ 495 ຄອບຄົວ ກວມ 89% (ຕາມຂໍ້ມູນຂອງດໍາລັດ 348/ລບ ປະຈຳປີ 2024), ຢູ່ໃນຈຸດສູມປະກອບມີ 4 ເຜົ່າຄື: ເຜົ່າລື້, ເຜົ່າອາຄາ, ໄທດຳ ແລະ ເຜົ່າຄະມຸ, ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນເຮັດການຜະລິດກະສິກໍາ, ເຮັດການບໍລິການ ແລະ ການຄ້າຂາຍ, ສະເລ່ຍລາຍຮັບ GDP ຕໍ່ຫົວຄົນໄດ້ 35,700,000 ກີບ/ຄົນ/ປີ.

ຜົນສໍາເລັດໃນການສ້າງຈຸດສຸມບ້ານມອມ ເປັນຕົວເມືອງໃນຊົນນະບົດ, ຜ່ານການກວດກາ ແລະ ປະເມີນຈຸດສຸມບ້ານມອມ ຂອງຄະນະຮັບຜິດຊອບ ແລະ ກອງເລຂາ 348 ຂັ້ນເມືອງ ແລະ ແຕ່ລະຂະແໜງການທີ່ກ່ຽວຂ້ອງໄດ້ຢັ້ງຢືນວ່າ: ຈຸດສຸມບ້ານມອມ ໄດ້ມີເງື່ອນໄຂຄົບຕາມ 16 ຕົວຊີ້ບອກຂອງການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງດຳລັດເລກທີ 348/ລບ. ຈາກນັ້ນ ທ່ານ ອິ່ນຄຳ ແກ້ວນາລີ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຜ່ານຂໍ້ຕົກລົງຂອງເຈົ້າແຂວງໆ ບໍ່ແກ້ວ ວ່າດ້ວຍການຢັ້ງຢືນຮັບຮອງບ້ານມອມເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ກຽດຂຶ້ນມອບໃບຍັ້ງຍືນໂດຍທ່ານ ຮອງເຈົ້າແຂວງບໍ່ແກ້ວ ພ້ອມທັງເປີດປ້າຍ ແລະລັ່ນ ຄ້ອງ 9 ບາດ ແລະ ໃນພິທີຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນ, ກົມກອງທີ່ໄດ້ໃຫ້ການຊຸກຍູ້ເຂົ້າໃນການປະກາດຮັບຮອງບ້ານມອມເປັນຕົວເມືອງນ້ອຍໃນຊົນນະບົດ.

(ພາບ-ຂ່າວ: ສ ປັນຍາທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ການນໍາ ແຂວງຫຼວງພະບາງ ໃສ່ບາດໃນວັນບຸນປີໃໝ່ລາວ ພສ 2568

ການນໍາ ແຂວງຫຼວງພະບາງ ໃສ່ບາດໃນວັນບຸນປີໃໝ່ລາວ ພສ 2568

ຕອນເຊົ້າຂອງວັນທີ 16 ເມສາຜ່ານມາເປັນວັນຂຶ້ນປີໃໝ່ລາວ ກົງກັບມື້ແຮມ 4 ຄໍ່າ ເດືອນ 5 ພສ2567 ຢູ່ໜ້າວັດແສນສຸຂາຣາມ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ມີການໃສ່ບາດແດ່ພະສົງ-ສາມະເນນ ຕາມຮີດຄອງປະເພນີ,
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມ “ໃຕ້ຝຸ່ນ-2025”

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມ “ໃຕ້ຝຸ່ນ-2025”

ໃນຕອນເຊົ້າວັນທີ 10 ເມສາ 2025, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີປິດບັ້ນຝຶກອົບຮົມການທະຫານໄລຍະສັ້ນ ພາຍໃຕ້ຫົວຂໍ້ “ໃຕ້ຝຸ່ນ-2025” ຂອງກໍາລັງຕີພິເສດກອງທັບປະຊາຊົນລາວ,
ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ

ກະຊວງ ອຄ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ

ໃນວັນທີ 9 ເມສາ ນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຜູ້ຊີ້ນຳການໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງ ອຄ,
ລົງກວດກາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕະຫຼາດເມືອງໄຊທານີ

ລົງກວດກາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕະຫຼາດເມືອງໄຊທານີ

ພະເເນກອຸດສະຫະກໍາເເລະການຄ້ານະຄອນຫຼວງວຽງຈັນ ສົມທົບກັບອົງການປົກຄອງເມືອງໄຊທານີ ລົງເຄື່ອນໄຫວກວດກາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເເລະ ປຸກລະດົມຜູ້ປະກອບການຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ2567ຕ້ອນຮັບປີໃໝ່ລາວ2568 ຢູ່ຕະຫຼາດລາວ ບ້ານສະພັງມຶກ ນະຄອນຫຼວງວຽງຈັນ
ສະຖານກົງສູນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ

ສະຖານກົງສູນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າພ.ສ. 2567ແລະຕ້ອນຮັບປີໃໝ່ພ.ສ. 2568ທີ່ຈະມາເຖິງນີ້, ສະຖານກົງສູນໃຫຍ່ແຫ່ງສປປລາວທີ່ ຈັງຫວັດຂອນແກ່ນຣາຊະອານາຈັກໄທໄດ້ຈັດພິທີບາສີສູ່ຂວັນແລະສະເຫຼີມສະຫຼອງເນື່ອງໃນໂອກາດດັ່ງກ່າວຂຶ້ນ ໃນຕອນຄໍ່າຂອງວັນທີ8ເມສາ ຜ່ານມາ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ  ເຂົ້າວາງພວງມາລາໄວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ເຂົ້າວາງພວງມາລາໄວ້ອາໄລເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ໃນວັນທີ 5 ເມສາ ຜ່ານມານີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫຼິນລຸ້ຍ ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ໄວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ.
ຄວາມເປັນມາຂອງປູ່ເຍີຍ່າເຍີ

ຄວາມເປັນມາຂອງປູ່ເຍີຍ່າເຍີ

ໂດຍ: ອາພຸດເດດ ປູ່ເຍີ ຍ່າເຍີ ຫຼືບາງສະໄໝຮຽກວ່າປູ່ສັງຂະສາ ຍ່າສັງຂະສີ ຫຼືເທວະດາຫຼວງ ຊຶ່ງພະເຈົ້າຟ້າງຸ່ມມະຫາຣາດໄດ້ຊົງປະດິດສະຖານແຕ່ງຕັ້ງຂຶ້ນໃນປີກ່າໃສ້ ຈ.ສ 715 ຂຶ້ນເປັນພະເສື້ອເມືອງ.
ເພີ່ມເຕີມ