ເມືອງວັງວຽງ ສ້າງຂະບວນການປູກຕົ້ນໄມ້ເພີ່ມພື້ນທີ່ສີຂຽວ ແລະ ຮັກສາສິ່ງແວດລ້ອມ

ເມືອງວັງວຽງ ສ້າງຂະບວນການປູກຕົ້ນໄມ້ເພີ່ມພື້ນທີ່ສີຂຽວ ແລະ ຮັກສາສິ່ງແວດລ້ອມ

ເມືອງວັງວຽງ ສ້າງຂະບວນການປູກຕົ້ນໄມ້ເພີ່ມພື້ນທີ່ສີຂຽວ ແລະ ຮັກສາສິ່ງແວດລ້ອມ
ກົມພັດທະນາການທ່ຽວທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທຽວ (ວທ) ຮ່ວມກັບ ອົງການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນແຫ່ງຊາດ ຄົບຮອບ 46 ປີ ໃນວັນທີ 30 ພຶດສະພາ 2026 ຢູ່ສີແຍກຕະຫຼາດກາງຄືນ ເມືອງວັງວຽງ ແຂວງວຽງຈັນ. ແນໃສ່ເພີ່ມພື້ນທີ່ສີຂຽວ, ຮັກສາສິ່ງແວດລ້ອມ ແລະ ສົ່ງເສີມການທ່ອງທ່ຽວອະນຸລັກແບບຍືນຍົງ ໂດຍມີ ທ່ານ ນາງ ດາລານີ ພິມມະວົງສາ ຮອງລັດມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຄຳປຽນ ແສງສະຫວັດ ເລຂາພັກເມືອງວັງວຽງ ແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມອງວງວຽງ ສາງຂະບວນການປກຕນໄມເພມພນທສຂຽວ ແລະ ຮກສາສງແວດລອມ - image 1
 

 

ທ່ານ ຄຳປຽນ ແສງສະຫວັດ ໄດ້ກ່າວວ່າ: ການປູກຕົ້ນໄມ້ຄັ້ງນີ້, ເພື່ອປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ ແລະ ເພີ່ມພື້ນທີ່ສີຂຽວໃຫ້ແກ່ເມືອງວັງວຽງ ຊຶ່ງການປູກຕົ້ນໄມ້ໃນຄັ້ງນີ້, ບໍ່ແມ່ນພຽງແຕ່ການນຳເອົາຕົ້ນໄມ້ລົງດິນເທົ່ານັ້ນ ແຕ່ຕ້ອງເນັ້ນໜັກກ່ຽວກັບການບົວລະບັດ, ດູແລ ແລະ ຮັກສາຕົ້ນໄມ້, ຫາກຕົ້ນໄມ້ເຕີບໃຫຍ່ຈະສາມາດສ້າງຄວາມຮົ່ມເຢັນ ແລະ ຊ່ວຍປັບປຸງທັດສະນີຍະພາບຂອງເມືອງໃຫ້ສວຍງາມຍິ່ງຂຶ້ນ.

ພ້ອມກັນນັ້ນ, ການປູກຕົ້ນໄມ້ ຍັງເປັນການສ້າງຈິດສຳນຶກໃຫ້ແກ່ປະຊາຊົນໃນການຮ່ວມກັນອະນຸລັກທຳມະຊາດ, ຮັກສາສິ່ງແວດລ້ອມ ແລະ ສ້າງເມືອງວັງວຽງໃຫ້ເປັນເມືອງສີຂຽວ, ສະອາດ, ສວຍງາມ ແລະ ໜ້ຢູ່ຫຼາຍຂຶ້ນ.

ໃນໂອກາດນີ້, ທ່ານ ນາງ ດາລານີ ພິມມະວົງສາ ຮອງ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະນໍາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ເອົາໃຈໃສ່ ແລະ ຊຸກຍູ້ສົ່ງເສີມການປູກຕົ້ນໄມ້ ໃຫ້ກາຍເປັນຂະບວນການທີ່ກວ້າງຂວາງ ຕິດພັນກັບການທ່ອງທ່ຽວສີຂຽວ ແລະ ຍືນຍົງ ຊຶ່ງເມືອງວັງວຽງ ໄດ້ເປັນຈຸດໝາຍປາຍທາງການທ່ອງທ່ຽວລະດັບພາກພື້ນ ແລະ ສາກົນ ທີ່ມີຊື່ສຽງໂດ່ງດັງ ໂດຍສະເພາະການທ່ອງທ່ຽວທາງດ້ານທໍາມະຊາດ, ສາຍນໍ້າ, ພູເຂົາ ແລະ ປ່າໄມ້ທີ່ຂຽວງາມ. ສະນັ້ນ, ການຮັກສາຄວາມສົມດຸນຂອງທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງເປັນຫົວໃຈຫຼັກ ແລະ ເປັນພັນທະຂອງພວກເຮົາທຸກໆຄົນ. ເຖິງຢ່າງໃດກໍຕາມ, ໃນສະພາບປັດຈຸບັນ, ຍັງເຫັນໄດ້ວ່າການຂະຫຍາຍຕົວຂອງຕົວເມືອງ ແລະ ການທ່ອງທ່ຽວ ຖ້າຂາດການຄຸ້ມຄອງ ແລະ ວາງແຜນທີ່ຮັດກຸມ ກໍຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມ, ເກີດບັນຫາຂີ້ເຫຍື້ອ, ບັນຫານໍ້າເປື້ອນ ແລະ ການຫຼຸດໜ້ອຍຖອຍລົງຂອງເນື້ອທີ່ສີຂຽວ, ຖ້າພວກເຮົາບໍ່ຮ່ວມມືກັນປົກປັກຮັກສາຕັ້ງແຕ່ມື້ນີ້, ໃນອະນາຄົດລູກຫຼານຂອງພວກເຮົາກໍຈະບໍ່ມີໂອກາດໄດ້ເຫັນ ວັງວຽງທີ່ສວຍງາມ ແລະ ອຸດົມສົມບູນໄປດ້ວຍພື້ນທີ່ສີຂຽວ ຊຶ່ງມີເປົ້າໝາຍຈະປູກຕົ້ນໄມ້ຢູ່ຕົວເມືອງທ່ອງທ່ຽວວັງວຽງນີ້ ໃຫ້ໄດ້ທັງໝົດ 570 ຕົ້ນ. ໂເລກ 570 ຕົ້ນນີ້ບໍ່ສະເພາະແຕ່ເປັນພຽງໂຕເລກຕົ້ນໄມ້ທີ່ຈະຝັ່ງຮາກລົງສູ່ຜືນດິນວັງວຽງເທົ່ານັ້ນ, ແຕ່ມັນຄືຕົວແທນຂອງຄວາມມຸ່ງໝັ້ນ ຄືຄຳສັນຍາຮ່ວມກັນຂອງທຸກພາກສ່ວນ ທີ່ຈະຮ່ວມກັນເພີ່ມເນື້ອທີ່ສີຂຽວ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ຢ່າງເປັນຮູບປະທຳ, ທັງເປັນການສ້າງຮົ່ມເງົາໃຫ້ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ, ສ້າງອາກາດບໍລິສຸດ ແລະ ສ້າງຄວາມຊຸ່ມຊື່ນ ໃຫ້ແກ່ຕົວເມືອງທ່ອງທ່ຽວວັງວຽງ.

ການປູກຕົ້ນໄມ້ຄັ້ງນີ້, ເປັນການຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂອງ ສປປ ລາວ, ທັງເປັນການປະກອບສ່ວນເຂົ້າໃນການປັບປຸງຕົວເມືອງວັງວຽງ ໃຫ້ສອດຄ່ອງກັບມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ປະກອບສ່ວນເຂົ້າໃນການ ສ້າງເມືອງວັງວຽງ ໃຫ້ກາຍເປັນເມືອງທ່ອງທ່ຽວທີ່ “ສີຂຽວ, ສະອາດ, ສະຫວ່າງ, ສວຍງາມ ແລະ ຍືນຍົງ” ຢ່າງແທ້ຈິງ ເພື່ອໃຫ້ເມືອງວັງວຽງ ເປັນເມືອງມີສະເໜ່ ແລະ ເປັນຄວາມພາກພູມໃຈຂອງຄົນລາວທຸກຄົນ, ພ້ອມທັງສາມາດຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ.

ຂ່າວ-ພາບ: ກິດຕາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ