ເມືອງວິລະບູລີ ປະກາດບົ່ງຕົວແຕ່ງຕັ້ງ ພະນັກງານນໍາພາ-ຄຸ້ມຄອງ

ເມືອງວິລະບູລີ ປະກາດບົ່ງຕົວແຕ່ງຕັ້ງ ພະນັກງານນໍາພາ-ຄຸ້ມຄອງ
ໃນວັນທີ 23 ພະຈິກ ຜ່ານມານີ້ ທີ່ສະໂມສອນໃຫຍ່ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ມີກອງປະຊຸມປະກາດບົ່ງຕົວແຕ່ງຕັ້ງ ພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຂອງເມືອງວິລະບູລີ ເພື່ອທົດແທນໃນຕໍາແໜ່ງທີ່ວ່າງລົງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ລໍາທອງ ຂອບສີລາວົງ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ວາລິຍະ ສີຈັນທອງທິບ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຄະນະກົມກອງ-ຫ້ອງການອ້ອມຂ້າງເມືອງ, ຕາງໜ້າຈາກຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະພັກຮາກຖານໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຕາງໜ້າຈາກຄະນະຈັດຕັ້ງແຂວງສະຫວັນນະເຂດ ກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 2161/ຄປພຂ, ລົງວັນທີ 15 ພະຈິກ 2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການປະຈໍາພັກເມືອງວິລະບູລີ ໂດຍໄດ້ບົ່ງຕົວແຕ່ງຕັ້ງສະຫາຍ ໄພມະນີ ວົງໄຊຄໍາ ແລະ ສະຫາຍ ພູວະນາດ ບຸນສີພົມ ເປັນກໍາມະການປະຈໍາພັກເມືອງ ແລະ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 3803/ຈຂ ລົງວັນທີ 14 ພະຈິກ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານ ໂດຍໄດ້ເຫັນດີແຕ່ງຕັ້ງທ່ານ ໄພມະນີ ວົງໄຊຄໍາ ເປັນຮອງເຈົ້າເມືອງວິລະບູລີ ຊີ້ນໍາວຽກງານຂົງເຂດເສດຖະກິດ.
ໃນໂອກາດນີ້, ທ່ານ ລໍາທອງ ຂອບສີລາວົງກໍໄດ້ເປັນກຽດມອບໃບມະຕິຕົກລົງໃຫ້ແກ່ທັງ 2 ສະຫາຍທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງໃນຄັ້ງນີ້ຢ່າງສົມກຽດ ແລະໃນໂອກາດຕອນທ້າຍ ທ່ານປະທານກອງປະຊຸມ ກໍໄດ້ໃຫ້ຄໍາໂອວາດ ຕໍ່ກັບຜູ້ທີ່ໄດ້ຮັບການແຕ່ງຕັ້ງຕໍາແໜ່ງໃໝ່ໃນຄັ້ງນີ້ໂດຍທ່ານໄດ້ກ່າວວ່າ: ການສັບຊ້ອນ ແລະປັບປຸງການຈັດຕັ້ງແມ່ນກົດເກນທີ່ຈະຕ້ອງໄດ້ປະຕິບັດຢູ່ໃນທຸກໆການຈັດຕັ້ງແຕ່ລະຂັ້ນ, ເພື່ອເຮັດໃຫ້ວຽກງານມີການພັດທະນາທີ່ເຂັ້ມແຂງ ແລະຜູ້ທີ່ຖືກແຕ່ງຕັ້ງກໍລ້ວນແຕ່ຜ່ານການຄົ້ນຄວ້າພິຈາລະນາຢ່າງລະອຽດຈາກຄະນະພັກຂັ້ນເທິງ ແລະ ເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກໝູ່ຄະນະ, ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສະເໝີຕົ້ນສະເໝີປາຍ, ມີຄວາມສາມັກຄີ ເຮັດວຽກມີການປຶກສາຫາລື, ຢຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ໃນໂອກາດນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີມອບ-ຮັບລາງວັນການປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5 ທີ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ວ່າ: ບົດບາດຂອງວີດີໂອສັ້ນຕໍ່ການເຊື່ອມໂຍງປະຊາຊົນແມ່ນເປັນຂົວຕໍ່ທີ່ບໍ່ມີພົມແດນ.
ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ກອງປະຊຸມແນະນໍາວິທີວິທະຍາໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ສະໄໝ ທີ XII ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ຜ່ານມາ ທີ່ສະພາທິດສະດີສູນກາງພັກ,​ ໂດຍການເປັນປະທານຂອງ ທ່ານ ຄຳມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກຜູ້ປະຈໍາການ, ມີບັນດາຕາງໜ້າຄະນະຮັບຜິດຊອບກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຂອງສະພາທິດສະດີສູນກາງພັກ ເຂົ້າຮ່ວມ.
2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

ທ່ານ ພົຈວ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສາລະວັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 2 ປີຂອງແຂວງສາລະວັນ ໃນວັນທີ 23 ມິຖຸນານີ້,
ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ ແຂວງຊຽງຂວາງ ໃນ​ວັນ​ທີ 22-23 ມິ​ຖຸ​ນາ​ນີ້.
ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ໃນ​ວັນ​ທີ 22 ມິ​ຖຸ​ນາ​ຜ່ານ​ມາ,ໂດຍ​ມີ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງໂຂງ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກບ້ານ 114 ບ້ານໃນທົ່ວເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ), ພາຍໃຕ້ ການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບສູນກາງພັກ ປະທານຄະນະກວດກາ ຄອສພ ຊຶ່ງມີປະທານ, ຮອງປະທານ ຄະນະກວດກາພັກ, ປະທານກວດກາ ຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ຄອສພ.
ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.
ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ຈັດພິທີຈູດທໍາລາຍອາວຸດລ່າເນື້ອ, ຈັກສະຕິນ ແລະ ໝໍ້ຊັອດປາ ໃນວັນທີ 19 ມິຖຸນາຜ່ານມາ, ໂດຍມີທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດກ່ຽວຂ້ອງເຂົ້າຮ່ວມ.
ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານໃນວັນທີ 19 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົຈວ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ທີ່ ກະຊວງການເງິນ, ພາຍ​ໃຕ້​ການເປັນປະທານ​ຂອງ ທ່ານ ສັນຕິພາບ ພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ຂັ້ນສູນກາງ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ/ຮອງຫົວໜ້າກົມແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ