ໃນວັນທີ 5 ກັນຍາ 2026 ນີ້, ທ່ານ ພິມມະເສນ ຄູນສິລິວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ (ກສ) ພ້ອມດ້ວຍວິຊາການ ຂັ້ນແຂວງ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊ ສົມທົບກັບອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານໃໝ່ ອອກແຮງງານລວມອະນາໄມ, ຂຸດດິນຕົມ, ຊາກໄມ້ ແລະ ສິ່ງກີດຂວາງອອກຈາກຄອງເໝືອງຊົນລະປະທານທີ່ໄດ້ຮັບຄວາມເສຍຫາຍ ຈາກໄພນ້ຳຖ້ວມ ທັງນີ້ກໍເພື່ອເປັນການແກ້ໄຂຜົນກະທົບ ແລະ ຟື້ນຟູລະບົບຊົນລະປະທານໃຫ້ສາມາດສົ່ງນ້ຳເຂົ້າສູ່ເນື້ອທີ່ການຜະລິດກະສິກຳໄດ້ທັນລະດູການ.
ການອອກແຮງງານຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຄວາມເປັນຫ່ວງເປັນໃຍຂອງການນຳຂັ້ນແຂວງເມືອງ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນ ເພື່ອຮັບປະກັນໃຫ້ນ້ຳສາມາດໄຫຼສະດວກ ແລະ ຕອບສະໜອງໃຫ້ແກ່ການຜະລິດກະສິກຳຂອງກະສິກອນໄດ້ຢ່າງທັນການ, ລວມມີແຮງງານຜູ້ເຂົ້າຮ່ວມ 200 ກວ່າຄົນ.
ຂ່າວ-ພາບ: ໄມພອນ ພົມມະຈັນ
ຄໍາເຫັນ