![]() |
ໃນກອງປະຊຸມ, ທ່ານ ພັນ ພອນສະຫວັດ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ຂຶ້ນຜ່ານຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດງານມະຫະກໍາບຸນຊ້າງ, ຄະນະຮັບຜິດຊອບກ້ອນແຫ່ ແລະ ກ້ອນຢືນຂອງເມືອງ ໃນງານມະຫະກໍາບຸນຊ້າງ ປະຈໍາປີ 2026 ແຂວງໄຊຍະບູລີ; ຜ່ານມະຕິ ສະບັບເລກທີ 583/ຄລຂ.ຊຍ, ລົງວັນທີ 29 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງບັນດາອະນຸກໍາມະການຊ່ວຍວຽກຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ; ຜ່ານຂໍ້ຕົກລົງ ສະບັບເລກທີ 732/ຄປມ, ລົງວັນທີ 12 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດົມທະຫານພັນທະປະຈໍາປີ 2025; ຈາກນັ້ນ, ປະທານກອງປະຊຸມກໍໄດ້ມີຄຳເຫັນເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບັນດາຮ່າງຂໍ້ຕົກລົງ ແລະ ບັນດາມະຕິຕ່າງໆ ເພື່ອພ້ອມກັນປັບປຸງໃຫ້ຖືກຕ້ອງ, ສອດຄ່ອງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ສຳເລັດຕາມລະດັບຄາດໝາຍ.
(ຂ່າວ: ສົມພົງ ສີສະຫວັດ)

ຄໍາເຫັນ