ເມືອງໄຊຍະບູລີ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116ປີ.

ເມືອງໄຊຍະບູລີ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116ປີ.

ເມືອງໄຊຍະບູລີ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116ປີ.
ວັນທີ 3 ມີນານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 116ປີ ( 8 ມີນາ 1910- 8 ມີນາ 2026) ຂຶ້ນພາຍໃຕ້ຄຳຂັວນ“ ສິດທິຄວາມຍຸຕິທຳ ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ’’ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ,ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງໄຊຍະບູລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ເມອງໄຊຍະບລ ປາຖະກະຖາວນແມຍງສາກນຄບຮອບ 116ປ. - image 1
 

ທ່ານ ຄຳຫຼ້າ ຜິວວັນນາ ໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນທີ 8 ມີນາວ່າ: ວັນແມ່ຍິງສາກົນກຳເນີດເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດິນາ ແລະ ນາຍທຶນຂະຫຍາຍຕົວ ໄດ້ສ້າງຄວາມຮັ່ງມີໃຫ້ພວກນາຍທຶນຊ້ຳພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນເພດຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ, ກຳມະກອນແມ່ຍິງ ຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ພວກນາຍທຶນ ຕ້ອງແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າ; ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນ ແລະ ໄດ້ຈັດກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຂຶ້ນເປັນຄັ້ງທຳອິດ ຢູ່ໂກເປນຮາກ ນະຄອນຫຼວງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ໄດ້ຕົກລົງຮັບຮອງເອົາ ວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ ຊຶ່ງແມ່ນເຫດການການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ແລະ ທວງໃຫ້ມີສິດສະເໜີພາບ ປະຊາທິປະໄຕ ຄືກັບເພດຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ ພາຍໃຕ້ຄຳຂວັນ ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ ແມ່ຍິງ ແລະ ເພດຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ ແລະ ປົກປັກຮັກສາສັນຕິພາບຂອງໂລກ, ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນຈົນເຖິງປັດຈຸບັນ.

ການປາຖະກາຖາຄັ້ງນີ້, ກໍເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງ ມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງຕໍ່ກັບການຕໍ່ສູ້ຮຽກຮ້ອງເອົາສິດຜົນປະໂຫຍດອັນເປັນທຳ, ເທົ່າທຽມກັບເພດຊາຍ ແລະ ການເຄື່ອນໄຫວດ້ານຕ່າງໆຂອງແມ່ຍິງສາກົນ. ໃນໂອກາດນີ້, ກໍໄດ້ສ້າງກິດຈະກຳແຂງຂັນກິລາເປັນຕົ້ນແມ່ນ ກິລາໜີບບໝາກປຸມເປົ້າໃຫ້ແຕກ ມີທີມເຂົ້າຮ່ວມແຂ່ງຂັນ 18 ທີມ, ກິລາດູດນົມຈາກເຕົ້າມີທີມເຂົ້າຮ່ວມແຂ່ງຂັນ 16 ທີມ ແລະ ກິລາປິດຕາກິນກ້ວຍມີຜູ້ເຂົ້າຮ່ວມແຂ່ງຂັນ 19 ທີມ.

ເມອງໄຊຍະບລ ປາຖະກະຖາວນແມຍງສາກນຄບຮອບ 116ປ. - image 2
 

ຜ່ານການແຂ່ງຂັນ ກິລາໜີບໝາກປຸມເປົ້າໃຫ້ແຕກທີ1 ໄດ້ແກ່ບ້ານຖີ່ນ, ທີ2 ຫ້ອງການຄະນະໂຄສະນາອົບຮົມເມືອງ, ທີ3 ຫ້ອງການສືກສາທິການ ແລະ ກິລາເມືອງ, ກິລາປິດຕາກີນກ້ວຍທີ1 ໄດ້ແກ່ ບ້ານຖີ່ນ, ທີ2 ໂຮງຮຽນ ມໍຕົ້ນມິດຕະພາບ, ທີ3 ຫ້ອງການຄະນະໂຄສະນາອົບຮົມເມືອງ, ກິລາດູດນົມຈາກເຕົ້າ ທີ1 ໄດ້ແກ່ ຫ້ອງການສຶກສາທິການ ແລະ ກິລາເມືອງ, ທີ2 ໂຮງຮຽນ ມສ ເອກະພາບ, ທີ3 ຫ້ອງການຄະນະໂຄສະນາອົບຮົມເມືອງ.

(ຂ່າວ+ພາບ: ສົມພົງ ສີສະຫວັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ ໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບ ເລກທີ 3541/ກສ ລົງວັນທີ 12 ສິງຫາ 2026 ໃນວັນທີ 28 ກັນຍານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ກອງ ແລະ ສະຖາບັນທີ່ຂຶ້ນກັບກະຊວງ
ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ໄດ້ມອບຄອມພີວເຕີໂນດບຸກ, ປີນເຕີ ແລະ ກະເປົາໃຫ້ 3 ຕາແສງຄື: ຕາແສງ ໂນນໄຮ, ແດງມີໄຊ ແລະ ຕາແສງ ຮົ່ມທ້າວ, ໃນ​ວັນ​ທີ 28 ກັນ​ຍາ​ນີ້ ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ.
ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ ພ້ອມເລັ່ງແກ້ໄຂຄອບຄົວທຸກຍາກ 5,022 ຄອບຄົວ ໃນ 3 ເມືອງ, 14 ຕາແສງ ແລະ 36 ບ້ານເປົ້າໝາຍ.
ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ວັນທີ 28 ກັນຍານີ້, ທີ່ດ່ານສາກົນວັງເຕົ່າ ແຂວງຈໍາປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ. ໂດຍການເປັນປະທານຂອງທ່ານ ສົມສີ ມະນີນິນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ຄໍາປະຈັກ ແກ້ວພູວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ພ້ອມດ້ວຍຄະນະປັບປຸງກົງຈັກການຈັດຕັ້ງພັກ-ລັດຂັ້ນແຂວງ, ຄະນະພັກ-ຄະນະຄຸ້ມຄອງດ່ານ ແລະ ແຂກຖືກເຊີກ່ຽວຂ້ອງ ເຂົ້າຮ່ວມ.
ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ແຄມແມ່ນໍ້າເຫືອງ (ທ່າວັດສີພູມ) ເທສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ (15 ສີພາຍ) ປະຈໍາປີ 2026. ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ໄກຍະສອນ ສີດາ ຄະນະປະຈໍາພັກແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ ແລະ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີນັກກິລາສີພາຍ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມາະບານທົ່ວປະເທດຄັ້ງທີ IX ໃນວັນທີ 28 ກັນຍາ ນີ້, ໂດຍການເປັນປະທານຂອງທ່ານ ທອງຈັນ ພູມີພັນ ກຳມະການພັກ ຮອງປະທານສູນກາງສະ ຫະພັນກຳມະບານລາວ ຊຶ່ງມີສະມາຊິກກຳມະບານອ້ອມຂ້າງ ອອປສ ເຂົ້າຮ່ວມຮັບຟັງ.
ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ບັນດາທ່ານຫົວໜ້າຄະນະສານ, ຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ປະທານສານປະຊາຊົນພາກ, ແຂວງ, ເຂດ ເຂົ້າຮ່ວມ.
ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ທ່າຜາມໄຊ ບ້ານຝັ່ງແດງ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ປິດການແຂ່ງ ຂັນກິລາຊ່ວງເຮືອບຸນປະເພນີປະຈຳປີ 2026. ພາຍຫຼັງດຳເນີນການແຂ່ງຂັນເປັນເວລາ 2 ວັນ ໂດຍມີທ່ານ ສຸລິວົງ ອະໄພວົງ ຄະນະປະຈຳພັກແຂວງ, ມີທ່ານ ຄຳແບນແກ້ວ ນິສະຫວັນ ຮອງເລຂາພັກເມືອງໄຊເສດຖາ, ມີບັນດາຄະ ນະປະຈຳພັກເມືອງ, ປະທານຄະນະກຳມະການ, ອົງການປົກຄອງ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນຈຳນວນຫຼາຍເຂົ້າຮ່ວມຢ່າງຄຶກຄື້ນ.
ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເພີ່ມເຕີມ