![]() |
ທ່ານ ອິນປອນ ເດດວິກອນ ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ໃຫ້ຮູ້ໃນວັນທີ 2 ຕຸລາ 2026 ວ່າ: ສະພາບການລະບາດຂອງໄຂ້ຍຸງລາຍໃນເມືອງ ສ່ວນໃຫຍ່ເກີດຂຶ້ນໃນໄລ ຍະລະດູຝົນ. ໃນຈຳນວນຜູ້ປ່ວຍທັງໝົດ ກຸ່ມອາຍຸ 20 ປີຂຶ້ນໄປ ມີສັດສ່ວນສູງສຸດ ປະມານ 52%. ສຳລັບວຽກງານເຝົ້າລະວັງ ແລະ ຕອບໂຕ້ພະຍາດໃນຂັ້ນເມືອງ ມີຕາໜ່າງກວມເອົາເກືອບ 100%. ນັບແຕ່ ບ້ານ, ສຸກສາລາ ຫາ ໂຮງໝໍເມືອງ ໄດ້ລາຍງານສະພາບການລະບາດຢ່າງຕໍ່ເນື່ອງ ຜ່ານກຸ່ມ WhatsApp, ເຄືອຂ່າຍໂທລະສັບ ພ້ອມທັງຕິດຕາມການແຈ້ງເຕືອນຈາກສະຖານທີ່ບໍລິການ ແລະ ລະບົບ DHIS2 ຢ່າງໃກ້ຊິດ.
![]() |
ເພື່ອຈຳກັດການລະບາດບໍ່ໃຫ້ແຜ່ລາມເປັນວົງກວ້າງ ຫ້ອງການສາທາລະນະສຸກເມືອງໄຊເສດຖາ ໄດ້ວາງຫຼາຍມາດຕະການສຳຄັນ ໂດຍເນັ້ນການໂຄສະນາສື່ສານຢ່າງທົ່ວເຖິງ ຜ່ານໂທລະໂຄ່ງບ້ານ, ໂທລະໂຄ່ງເມືອງ, ປ້າຍໂປດສະເຕີ, ການສື່ສານແບບເຊິ່ງໜ້າ, ການໂຄສະນາເຄື່ອນທີ່ຕາມສາຍທາງ, ສື່ອອນລາຍ ແລະ ການອອກແຈ້ງການ ເພື່ອໃຫ້ປະຊາຊົນມີຄວາມຮູ້ ແລະ ຕື່ນຕົວໃນການປ້ອງກັນພະຍາດ. ພ້ອມນີ້ ຍັງໄດ້ມອບຄວາມຮັບຜິດຊອບໃຫ້ບ້ານ, ບຸກຄົນ, ຄອບຄົວ ແລະ ຊຸມຊົນ ຮ່ວມ ກັນສ້າງຂະບວນການອະນາໄມ ແລະ ທຳລາຍແຫຼ່ງເພາະພັນຍຸງລາຍເປັນປະຈຳ ຕາມຫຼັກການ 5 ປໍ ຄື: ປິດ, ປ່ຽນ, ປ່ອຍ, ປັບປຸງ ແລະ ປະຕິບັດເປັນປະຈຳ, ຂະນະດຽວກັນ ຍັງຈະສືບຕໍ່ລົງສຳຫຼວດ ແລະ ຕິດຕາມໜອນນ້ຳຕາມບ້ານທີ່ມີຄວາມສ່ຽງ, ຕິດ ຕາມຄວາມໜາ ແໜ້ນຂອງໜອນນ້ຳຕາມຕົວຊີ້ວັດ HI, BI ແລະ CI ຢ່າງໃກ້ຊິດ, ພ້ອມທັງຈ່າຍຢາຂ້າໜອນນ້ຳ ແລະ ຈ່າຍມຸ້ງຍ້ອມຢາໃຫ້ແກ່ກຸ່ມເປົ້າໝາຍ.ທ່ານ ອິນປອນ ເດດວິກອນ ຍັງຮຽກຮ້ອງໃຫ້ອຳນາດການປົກຄອງ 22 ບ້ານທົ່ວເມືອງ, ຕະຫຼອດຮອດພະ ນັກງານ, ທະຫານ-ຕຳຫຼວດ, ຊາວຄ້າຂາຍ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນທຸກພາກ ສ່ວນ ຈົ່ງຮ່ວມແຮງຮ່ວມໃຈກັນປ້ອງກັນ ແລະ ຕອບໂຕ້ພະຍາດໄຂ້ຍຸງລາຍ ໂດຍປະຕິບັດຕາມຫຼັກການ 5 ປໍ ຢ່າງເຂັ້ມງວດ ແລະ ເອົາໃຈໃສ່ນອນໃນມຸ້ງ. ພ້ອມກັນນີ້ ຖ້າມີອາການເປັນໄຂ້ ຄວນໄປພົບແພດຢູ່ສຸກສາລາ, ໂຮງໝໍເມືອງ ຫຼື ໂຮງໝໍແຂວງ ເພື່ອກວດ ແລະ ຮັກສາໃຫ້ທັນເວລາ ແລະ ຫ້າມບໍໃຫ້ຊື້ຢາມາກິນເອງ.ຂ່າວ: ສີບູ ມ.ໄຊເສດຖາ


ຄໍາເຫັນ