ເມືອງຊຽງຮ່ອນປະກາດຮັບຮອງກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລະລິດແຫ່ງຊາດ

ເມືອງຊຽງຮ່ອນປະກາດຮັບຮອງກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລະລິດແຫ່ງຊາດ
ໃນວັນທີ 27 ພະຈິກ ຜ່ານມາ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ ແລະ ຮັບຮອງເອົາ ຜະລິດຕະພັນຊາຂອງບໍລິສັດ ນິພົນຊັບການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ບ້ານດອນຕັນ ເມືອງຊຽງຮ່ອນ ຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ODOP ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມ ຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ມີບັນດາອຳນາດການປົກຄອງເມືອງ ແຂກຖືກເຊີນ ແລະ ຫົວໜ່ວຍທຸລະກິດ ພ້ອມດ້ວຍມວນຊົນພາຍໃນເມືອງເຂົ້າຮ່ວມ. 
         ໃນພິທີ, ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຊຽງຮ່ອນໄດ້ກ່າວວ່າ: ການຊຸກຍູ້ສົ່ງເສີມ, ປະເມີນຫົວໜ່ວຍດັ່ງກ່າວເຫັນວ່າຄົບຕາມມາດຖານ ແລະ ເງື່ອນໄຂຂອງກະຊວງອຸດສາຫະກຳ ແລະ ການຄ້າວາງອອກຈຶ່ງໄດ້ສະເໜີແຕ່ລະພາກສ່ວນທີ່ກ່ຽວຂ້ອງພິຈາລະນາ, ຈາກນັ້ນກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກໃບອະນຸຍາດໃຫ້ ຜະລິດຕະພັນຊາຂອງບໍລິສັດ ນິພົນຊັບການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານດອນຕັນ ເມືອງຊຽງຮ່ອນ ນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ODOP ຈຸດເດັ່ນຂອງຜະລິດຕະພັນເປັນຊາໝ້ຽງທໍາມະຊາດ ເປັນພູມປັນຍາຊາວບ້ານທີ່ໄດ້ມີການເຮັດໝ້ຽງສົ້ມ ຍັດໃສ່ບັ້ງ, ຍັດໃສ່ໄຫຂອງຄົນແຕ່ກ່ອນ ແລະຜະລິດຕະພັນຊາໝ້ຽງເປັນພູມປັນຍາທີ່ຄົ້ນຄິດຂອງປະຊາຊົນທີ່ສືບທອດກັນມາຕັ້ງແຕ່ສະໄໝກ່ອນ ໂດຍສະເພາະແມ່ນເຜົ່າລື້, ເຜົ່າຍວນ ໄດ້ລິເລີ່ມການຮຽນຮູ້ ແລະການສືບທອດນຳຜູ້ເຖົ້າຜູ້ແກ່ເປັນຜູ້ສິດສອນໃຫ້ ການສິດສອນນັ້ນແມ່ນການສື່ສານໂດຍປາກເປົ່າ ແລະການລົງມືປະຕິບັດຕົວຈິງໄປນຳອາໄສຄວາມຈື່ຈຳ ໂດຍບໍ່ມີຕຳລາໃດໆ ການຜະລິດໃນແຕ່ກ່ອນແມ່ນຜະລິດເພື່ອເກັບໄວ້ກິນພາຍໃນຄອບຄົວ.ເລີ່ມແຕ່ປີ 2005 ເປັນຕົ້ນມາບໍລິສັດ ນິພົນຊັບ ໄດ້ມາຕັ້ງ ໂຮງງານປຸງແຕ່ງຊາໝ້ຽງຢູ່ບ້ານດອນຕັນເມືອງຊຽງຮ່ອນ ແມ່ນໄດ້ມີການປຸງແຕ່ງເປັນຜະລິດຕະພັນໂດຍຜ່ານຂັ້ນຕອນການຄັດ, ການຕາກ, ການອົບ, ການຂົ້ວ ແລະການຫຸ້ມຫໍ່ເປັນຜະລິດຕະພັນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກໄປຕ່າງປະເທດ. ສ້າງມູນຄ່າເພີ່ມ ແລະ ໄດ້ສ້າງລາຍຮັບໃຫ້ປະຊາຊົນມີວຽກເຮັດງານທຳທີ່ໝັ້ນຄົງ. ຜະລິດຕະພັນຊາແດງ ເປັນຍອດໃບຊາອ່ອນໂດຍຜ່ານການຕາກແຫ້ງ ການອົບ ການຂົ້ວ ການຫຸ້ມຫໍ່ ຈະມີລົດຊາດຂົມອ່ອນ ມີນໍ້າເປັນສີແດງໃນເວລາຊົງໃສ່ນໍ້າຮ້ອນ, ຊາຂຽວເປັນຍອດໃບຊາອ່ອນໂດຍຜ່ານການຕາກແຫ້ງ ການອົບ ການຂົ້ວ ການຫຸ້ມຫໍ່ ຈະມີລົດຊາດຂົມອ່ອນໆ ມີນໍ້າເປັນສີຂຽວອ່ອນໃນເວລາຊົງໃສ່ນໍ້າຮ້ອນ, ຈຸດເດັ່ນຂອງຜະລິດຕະພັນເປັນຜະລິດຕະພັນທີ່ເຮັດດ້ວຍຊາທຳມະຊາດທີ່ມີອາຍຸເກົ່າແກ່ຫຼາຍກວ່າ 10 ປີ ການຜະລິດແມ່ນຜະລິດຕາມຄວາມຕ້ອງການຂອງລູກຄ້າໂດຍສະເພາະແມ່ນຜະລິດຕະພັນຊາແດງ ແລະ ຊາຂຽວ ຊຶ່ງເປັນທີ່ຍອມຮັບຂອງຕະຫຼາດພາຍໃນ ແລະ ຕ່າງປະເພດ ຈຸດເດັ່ນອີກຢ່າງໜຶ່ງ ວັດຖຸດິບທີ່ເອົາມາຜະລິດລ້ວນແລ້ວແຕ່ເປັນວັດຖຸດິບພາຍໃນທັງໝົດເຊັ່ນ: ຍອດໃບຊາອ່ອນທີ່ປະຊາຊົນພາຍໃນບ້ານດອນຕັນ, ບ້ານປ່າຫວ້ານ, ບ້ານດອນໄຈ ແລະ ບ້ານອ້ອມຂ້າງເກັບມາຂາຍໃຫ້ ສຳລັບການປຸງແຕ່ງແມ່ນນຳໃຊ້ວັດຖຸດິບຈາກທ້ອງຖິ່ນ 100% ຊັບພະຄຸນຂອງຊາ ແກ້ຮ້ອນໃນ ລົດນໍ້າຕານໃນເລືອດ ຊ່ວຍການໄຫຼວຽນຂອງລະບົບເລືອດໃນຮ່າງກາຍ ຊ່ວຍສະຫຼາຍໄຂມັນ ຊ່ວຍຫຼຸດຄວາມດັນ ແກ້ເມົາຄ້າງໄດ້ດີ ດື່ມແລ້ວຊຸ່ມຄໍ ແລະ ເຮັດໃຫ້ອາຍຸຍືນ ໂດຍໄດ້ຮັບອະນຸຍາດຈາກ ກົມອາຫານແລະຢາ ກະຊວງສາທາລະນະສຸກ ກອຍ/ຜນ ເລກທີ 2021933 ສະເລ່ຍໃນປີໜຶ່ງສ້າງລາຍຮັບຈາກຂາຍຜະລິດຕະພັນໄດ້ 250.000.000 ກີບຕໍ່ປີ.
        ໂອກາດດັ່ງກ່າວ, ທ່ານ ຈັນເພັງ ພັນທຸອາມາດ ໄດ້ມອບໃບຢັ້ງຍືນ ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດຢ່າງເປັນທາງການ ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນເປັນເຈົ້າການຊຸກຍູ້ສົ່ງເສີມ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ຫົວໜ່ວຍດັ່ງກ່າວໄດ້ຮັບການພັດທະນາໃຫ້ແຂງແຮງຂຶ້ນກວ່າເກົ່າ ພ້ອມທັງສືບຕໍ່ຕິດຕາມສົ່ງເສີມຫົວໜ່ວຍທຸລະກິດທີ່ຢູ່ພາຍໃນເມືອງ ເພື່ອສ້າງໃຫ້ແຕ່ລະຫົວໜ່ວຍໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໃຫ້ເພື່ມຂື້ນ. 
ຂ່າວ-ພາບ: ດອນ ຂຽວພະນາ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ