ສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງຄັ້ງທີ IX

ເມືອງຊຽງຮ່ອນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງຄັ້ງທີ IX

ເມືອງຊຽງຮ່ອນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງຄັ້ງທີ IX
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວເມືອງຊຽງຮ່ອນຄັ້ງທີ IX ໄດ້ໄຂຂຶ້ນໃນວັນທີ 25 ຕຸລາ ຜ່ານມາ ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ

 ໂດຍການເປັນປະທານຂອງສະຫາຍ ນາງ ເໝີຍ ໄຊວຸດ ວ່າການປະທານສະຫະພັນແມ່ຍິງເມືອງຊຽງຮ່ອນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ຄຳຜິວ ພັນທະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງ ແຂວງໄຊຍະບູລີ, ມີສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ, ມີແຂກຖືກເຊີນ ແລະ ຜູ້ແທນແມ່ຍິງເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ນາງ ເໝີຍ ໄຊວຸດ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກຄື: ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງເມືອງຊຽງຮ່ອນຄັ້ງທີ VIII ແລະ ຜ່ານທິດທາງແຜນການ ພັດທະນາແມ່ຍິງ 5 ປີຕໍ່ໜ້າ. ສະຫະພັນແມ່ຍິງແຕ່ລະຂັ້ນ ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງບັນດາເຜົ່າ ໄດ້ພ້ອມກັນຈັດຕັ້ງປະຕິບັດໂດຍຖືເອົາແຜນພັດທະນາ 10 ແຜນງານ 22 ໂຄງການຂອງສະຫະພັນແມ່ຍິງເມືອງວາງອອກ ກໍຄືການຈັດຕັ້ງປະຕິບັດຄໍາຂັວນ ແລະ ຂໍ້ແຂ່ງຂັນ 3 ດີ ສະມາຊິກສະຫະພັນແມ່ຍິງບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈ, ສ້າງໄດ້ສະມາຊິກສະຫະພັນແມ່ຍິງທີ່ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ ຄວາມສາມາດ ກ້າວໄປເຖິງການບັນຈຸຊັບຊ້ອນເຂົ້າໃນຕໍາແໜ່ງນໍາພາ,ຄຸ້ມຄອງແຕ່ລະຂັ້ນມີຈໍານວນເພີ່ມຂຶ້ນໄດ້ເຮັດໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ ໄດ້ຮັບຮູ້ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາແມ່ຍິງ, ການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ປຸກລະດົມແມ່ຍິງເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ຄໍາສັ່ງແນະນໍາ, ລັດຖະທໍາມະນູນແຜນພັດທະນາເສດຖະກິດ-ສັງຄົມ ແລະ ນິຕິກໍາຕ່າງໆ ເປັນຕົ້ນແມ່ນ ເຂົ້າຮ່ວມຮັບຟັງການເຜີຍແຜ່, ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກ ຂອງລັດ ທີ່ທາງຄະນະພັກ-ອົງການປົກຄອງຈັດຂຶ້ນ ແລະ ວຽກງານດ້ານອື່ນໆກໍມີຜົນສໍາເລັດ.

ຈາກນັ້ນ ຄະນະບໍລິຫານງານຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາພ້ອມທັງກ່າວລາໜ້າທີ່ ແລະ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນບໍລິຫານງານຊຸດໃໝ່, ມີຜູ້ອອກຮັບສະມັກ 25 ສະຫາຍ ເລືອກເອົາ 21 ສະຫາຍ ແລະ ໄດ້ເລືອກເອົາ ສະຫາຍ ນາງ ເໝີຍ ໄຊວຸດ ເປັນປະທານສະຫະພັນແມ່ຍິງເມືອງຊຸດໃໝ່, ສະຫາຍ ນາງ ບົວຄຳ ວົງນາລິນ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ເງິນ ໄຊຍະສານ ເປັນຮອງປະທານ, ເລືອກເອົາສະຫາຍ ນາງ ຄຳສາ ໄຊວຸດ ເປັນຮອງປະທານກວດກາ. ກອງປະຊຸມໄດ້ເລືອກເອົາ ຜູ້ແທນສົມບູນ 10 ສະຫາຍ ແລະ ຜູ່ແທນສໍາຮອງ 2 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງໄຊຍະບູລີ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້າ.

(ແຫຼ່ງຂ່າວ: ຖວທ ເມືອງຊຽງຮ່ອນ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ