ຍ້ອນລະເບີດບໍ່ທັນແຕກ ໜໍ່ ວາລີ ຈຶ່ງສູນເສຍຂາ

ຍ້ອນລະເບີດບໍ່ທັນແຕກ ໜໍ່ ວາລີ ຈຶ່ງສູນເສຍຂາ

ຍ້ອນລະເບີດບໍ່ທັນແຕກ ໜໍ່ ວາລີ ຈຶ່ງສູນເສຍຂາ
ໃນລະຫວ່າງວັນທີ 14-18 ກັນຍາ 2026, ການດໍາເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ທ່ານ ໜໍ່ ວາລີ ເປັນຊົນ ເຜົ່າມົ້ງ ມາຈາກບ້ານຜັກເບືອກ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ມາແບ່ງປັນເລື່ອງລາວຊີວິດຈິງຕໍ່ທີ່ປະຊຸມ ຊຶ່ງໄດ້ຂໍຄວາມຊ່ວຍເຫຼືອ ສປປ ລາວ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ໃນການດໍາເນີນການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ. ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຄືໄພຂົ່ມຂູ່ຕໍ່ຊີວິດ, ຄວາມຝັນ ແລະ ເສດຖະກິດຂອງປະຊາຊົນລາວ.
ຍອນລະເບດບທນແຕກ ໜ ວາລ ຈງສນເສຍຂາ - image 1
 

 

ທ່ານ ໜໍ່ ວາລີ ກ່າວວ່າ: ເມື່ອຫວນຄືນກັບໄປໃນປີ 1992 ໃນໄວໜຸ່ມອາຍຸ 20 ປີ. ມື້ນັ້ນ, ຂ້າພະເຈົ້າ ພ້ອມດ້ວຍອ້າຍນ້ອງລວມ 5 ຄົນ ໄດ້ເດີນທາງອອກຈາກບ້ານປະມານ 7 ກິໂລແມັດ. ຜ່ານເສັ້ນທາງ ທີ່ເປັນພູເຂົາ ສະຫຼັບສັບຊ້ອນ ໂດຍໃຊ້ເວລາເກືອບສອງຊົ່ວໂມງ ໄປຫາເຄື່ອງປ່າຂອງດົງ ເຊັ່ນ: ໜໍ່ໄມ້ ແລະ ຜັກປ່າ ເພື່ອມາລ້ຽງຄອບຄົວ, ພໍໄປຮອດຈຸດໝາຍ, ພວກເຮົາກໍແຍກຍ້າຍກັນໄປຫາເຄື່ອງປ່າ ແຕ່ແລ້ວ, ໃນຕອນທີ່ຂ້າພະເຈົ້າກໍາລັງຍ່າງ, ລະເບີດທີ່ຝັງຢູ່ພື້ນດິນກໍດັງກ້ອງຂຶ້ນຢ່າງຮຸນແຮງ, ສຽງດັງໃນຫູດັບວູບລົງ, ຂ້າພະເຈົ້າໄດ້ໝົດສະຕິ ຮ່າງກາຍເຕັມໄປດ້ວຍບາດແຜ ແລະ ເລືອດ, ສະເກັດລະເບີດຝັງທົ່ວຕົນໂຕ, ຂາເບື້ອງໜຶ່ງ ຕ້ອງສູນເສຍໄປຕະຫຼອດການ.

ສຽງຮ້ອງໄຫ້ ແລະ ສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງອ້າຍ ແລະ ນ້ອງ ດັງສະໜັ່ນໄປທົ່ວປ່າ, ສອງຄົນຟ້າວແລ່ນກັບບ້ານເພື່ອໄປແຈ້ງຂ່າວໃຫ້ພໍ່ແມ່ ແລະ ຍາດພີ່ນ້ອງຮັບຊາບ. ຈາກນັ້ນທຸກຄົນຕ່າງກໍ່ຟ້າວມາຫາຂ້າພະເຈົ້າຢູ່ປ່າແຫ່ງນັ້ນ ເພື່ອຊ່ວຍກັນຕັດໄມ້ມາເຮັດເປັນອູ່ມັດເປແລ້ວຍົກຂຶ້ນ ແລະ ຫາມຂ້າພະເຈົ້າກັບບ້ານ ທ່າມກາງຄວາມເຈັບປວດທໍລະມານເກືອບ 3 ຊົ່ວໂມງ.

ຍອນລະເບດບທນແຕກ ໜ ວາລ ຈງສນເສຍຂາ - image 2
 

ເຫດການໃນຄັ້ງນັ້ນ ເຮັດໃຫ້ຂ້າພະເຈົ້າກາຍເປັນຄົນພິການ ທີ່ບໍ່ສາມາດຊ່ວຍເຫຼືອຕົນເອງ ຫຼື ແບ່ງເບົາພາລະຂອງຄອບຄົວໄດ້ເລີຍ. ຄວາມເຈັບປວດ ແລະ ຄວາມເສຍໃຈ ໄດ້ສົ່ງຜົນໃຫ້ຮ່າງກາຍຈ່ອຍຜອມ, ນໍ້າໜັກຫຼຸດລົງຫຼາຍ ແລະ ຜົມຫຼົ່ນຈົນເກືອບໝົດ, ການດໍາເນີນຊີວິດປະຈໍາວັນ ແມ່ນມີຄວາມຫຍຸ້ງຍາກຫຼາຍ. ຊໍ້າຮ້າຍໄປກວ່ານັ້ນ ເມື່ອຍາມອອກໄປນອກບ້ານ, ຂ້າພະເຈົ້າຍັງຕ້ອງປະເຊີນກັບສາຍຕາ ແລະ ຄໍາດູໝິ່ນຕ່າງໆນາໆ, ຖ້າບໍ່ມີຄວາມຮັກ ແລະ ອາຫານການກິນຈາກຄອບຄົວ ຂ້າພະເຈົ້າ ກໍຄົງຈະບໍ່ມີຊີວິດຢູ່ມາເຖິງປັດຈຸບັນນີ້ ແລະ ຍ້ອນໃນໃຈບອກວ່າ "ຢ່າຍອມຈໍານົນ" ຫຼັງຈາກຜ່ານພົ້ນສອງປີກວ່າ. ຂ້າພະເຈົ້າ ຈຶ່ງຢາກອອກໄປເບິ່ງໂລກພາຍນອກ, ອອກໄປເບິ່ງສັດລ້ຽງ. ໃນຕອນນັ້ນ, ການສະໜອງ ແຂນ, ຂາທຽມ ຍັງບໍ່ທັນໄດ້ເຂົ້າເຖິງເຂດຊົນນະບົດ ຫ່າງໄກສອກຫຼີກ ຍ້ອນແນວນັ້ນ ຂ້າພະເຈົ້າ ຈຶ່ງນໍາທ່ອນໄມ້ມາຕັດ, ເຈາະຮູ, ແລ້ວລອງຜິດລອງຖືກປະດິດເປັນ "ຂາທຽມໄມ້ເຮັດດ້ວຍມື” ດ້ວຍຕົນເອງ. ເຖິງຈະເຈັບປວດຊໍ້າໆ ໃນຊ່ວງທໍາອິດທີ່ລອງໃສ່, ແຕ່ຂ້າພະເຈົ້າກໍທົນສູ້ ຈົນສາ ມາດຢືນ ແລະ ກ້າວຍ່າງໄດ້ອີກຄັ້ງ. ຈົນເຖິງປີ 2015 ຂ້າພະເຈົ້າໄດ້ສ້າງຄອບຄົວ ໄດ້ຮັບລ້ຽງລູກບຸນທໍາຊຶ່ງເປັນລູກຂອງອ້າຍທີ່ເສຍຊີວິດ ແລະ ມີລູກຊາຍຂອງຕົນເອງອີກ 2 ຄົນ ລວມຈໍານວນສະມາຊິກໃນຄອບຄົວເປັນ 4 ຄົນ, ດ້ວຍອາຊີບຈາກການເຮັດໄຮ່ປູກເຂົ້າ, ເຮັດສວນມັນຕົ້ນ 2-3 ເຮັກຕາ ແລະ ການຫາເຄື່ອງປ່າເພື່ອຂາຍ ຈຶ່ງສາມາດທ້ອນເງິນ, ສ້າງເຮືອນວິນລາໄດ້ 1 ຫຼັງ. ເຖິງວ່າຊີວິດປັດຈຸບັນແມ່ນຈະຂັດສົນ, ແຕ່ຂ້າພະເຈົ້າກໍພູມໃຈທີ່ໄດ້ສູ້ດ້ວຍສອງມືຂອງຕົນເອງ, ຈາກບາດແຜ ແລະ ຂາທີ່ສູນເສຍໄປຂອງຂ້າພະເຈົ້າ ຈຶ່ງເປັນສິ່ງຢໍ້າເຕືອນສະເໝີ ວ່າ ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຄືໄພຂົ່ມຂູ່ຕໍ່ຊີວິດ, ຄວາມຝັນ ແລະ ເສດຖະກິດຂອງປະຊາ ຊົນລາວ. ເຖິງວ່າ ຂ້າພະເຈົ້າຈະຢືນຂຶ້ນມາໄດ້ດ້ວຍຕົນເອງ, ແຕ່ຍັງມີຜູ້ທີ່ຖືກເຄາະຮ້າຍຈາກ ລບຕ ອີກຈໍານວນຫຼາຍ ທີ່ຕ້ອງການຄວາມຊ່ວຍເຫຼືອໃນດ້ານຕ່າງໆ.

ທ່ານ ໜໍ່ ວາລີ ກ່າວວ່າ: ໃນນາມຜູ້ໄດ້ຮັບຜົນກະທົບຈາກ ລບຕ ຄົນໜຶ່ງ, ຂ້າພະເຈົ້າ ຂໍສົ່ງສຽງຮຽກຮ້ອງຕໍ່ຜູ້ນໍາ ແລະ ຜູ້ແທນຈາກທົ່ວໂລກໃນທີ່ປະຊຸມ CCM ແຫ່ງນີ້: "ກະລຸນາໃຫ້ການຊ່ວຍເຫຼືອ ສປປ ລາວ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ໃນການດໍາເນີນ ການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ" ເພື່ອບໍ່ໃຫ້ມີໃຜຕ້ອງສູນເສຍຂາ, ເສຍຄວາມຝັນ ແລະ ການດໍາລົງຊີວິດແບບຍາກລຳບາກຄືກັບຂ້າພະເຈົ້າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ