ໃນວາລະກອງປະຊຸມ ຄະນະຜູ້ແທນທັງສອງຝ່າຍ ໄດ້ພັດປ່ຽນກັນລາຍງານສະພາບພາຍໃນແຂວງ ໃຫ້ກັນຮັບຮູ້, ໂດຍສະເພາະສະພາບຄວາມໝັ້ນຄົງ ທາງດ້ານການເມືອງ-ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ເສດຖະກິດ-ວັດທະນະທຳ-ສັງຄົມ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂື້ນ ເປັນຕົ້ນ: ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການລັກລອບສ້າງຄອບຄົວ ທີ່ບໍ່ຖືກຕ້ອງ, ການລັກລອບເຂົ້າ-ອອກເມືອງທີ່ຜິດກົດໝາຍ, ບັນຫາສາດສະໜາ ແລະບັນຫາປະກົດການຫຍໍ້ທໍ້ ທີ່ຜິດຕໍ່ລະບຽບກົດໝາຍທັງສອງປະເທດ, ຊຶ່ງເປັນສາເຫດທີ່ສົ່ງຜົນກະທົບຕໍ່ ຕໍ່ການດຳລົງຊີວິດ ຂອງປະຊາຊົນຢູ່ຕາມຂອບເຂດຊາຍແດນທັງສອງປະເທດ ກໍ່ຄືແຂວງຫຼວງພະບາງ ແລະແຂວງດຽນບຽນ. ພ້ອມນັ້ນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ ຊຶ່ງໄດ້ພ້ອມກັນຄົ້ນຄວ້າ-ປຶກສາຫາລື ມາດຕະການ, ວິທີການຕ້ານ ແລະສະກັດກັ້ນຕໍ່ກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວໃນຫຼາຍຮູບການ ທີ່ອາດຈະສົ່ງຜົນກະທົບຕໍ່ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ນໍາໄປສູ່ການກົດໜ່ວງທວງດຶງ ຕໍ່ການສ້າງສາພັດທະນາຂອງທັງສອງປະເທດ. ຕອນທ້າຍ ຜູ້ແທນທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນ ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ, ເພື່ອສືບຕໍ່ເສີມສ້າງສາຍພົວພັນແບບພິເສດ ແລະການຮ່ວມມືຮອບດ້ານຂອງສອງພັກ-ສອງລັດຖະບານ ລາວ-ຫວຽດນາມ ໂດຍສະເພາະ ແຂວງຫຼວງພະບາງ ສປປ ລາວ ແລະແຂວງດຽນບຽນ ສສ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດນີ້ ຄະນະຜູ້ແທນທັງສອງຝ່າຍ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຊ່ວຍຈຳ ໃນການຮ່ວມມືກັນຮັກສາຄວາມສະຫງົບ ລະຫວ່າງສອງແຂວງ, ຮ່ວມ ລົງນາມໂດຍທ່ານ ພົນຈັດຕະວາ ຕູຊົງ ປັດໃຈ ແລະ ທ່ານ ພົນຈັດຕະວາ ວູ ວັນ ເດົາ . ຂ່າວ-ພາບ ຮອ ນາງ ມະໄລວັນ ລັດສະໝີ
ຄະນະສະມາຄົມມິດຕະພາບປະຊາຊົນແຂວງຢຸນນານສປຈີນຢ້ຽມຢາມສປປລາວ
ໂດຍຕອບສະໜອງຕາມຄຳເຊີນຂອງສະມາຄົມມິດຕະພາບລາວ-ຈີນຂັ້ນສູນກາງ,ຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນແຂວງຢຸນນານກັບຕ່າງປະເທດ, ສປຈີນນຳໂດຍສະຫາຍນາງຢາງ ເຊິງ(Yang Sheng)ທີ່ປຶກສາລະດັບ2ຂອງສະມາຄົມມິດຕະພາບປະຊາຊົນແຂວງຢຸນນານກັບຕ່າງປະເທດ, ສປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸລາ 2026.
ຄໍາເຫັນ