ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ
ໃນວັນທີ 17 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໄດ້ມີການຈັດກອງປະຊຸມລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ແລະ ການດຳເນີນຄະດີຕໍ່ຜູ້ກະທຳຜິດ ໃນຄະດີອາຊະຍາກຳສັດປ່າຂ້າມຊາດ ທີ່ຕິດພັນກັບຮ້ານຂາຍເຄື່ອງທີ່ລະນຶກ ພ້ອມທັງວາງແຜນຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນ ໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນເດດ ສຸດທະວີໄລ ຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ພັນເອກ ຂາວພອນ ພົມມະຈັນ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ແລະ ທ່ານ ແສງເພັດ ຮຸ່ງດວງຈັນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມວາງມາດຕະການຕານສະກດກນ ແລະ ປາບປາມອາຊະຍາກຳສດປາຂາມຊາດ - image 1
 

ໃນກອງປະຊຸມຄັ້ງນີ້ ທ່ານ ບຸນເດດ ສຸດທະວີໄລ ໃນນາມກອງເລຂາ ຄະນະສະເພາະກິດຕ້ານ, ສະກັດກັ້ນ ແລະ ປາບປາມ ອາຊະຍາກຳສັດປ່າຂ້າມຊາດ ຕາມຂໍ້ຕົກລົງ ສະບັບເລກທີ 11/ນຍ, ໄດ້ກ່າວເປີດ ແລະ ມີຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນຮີບດ່ວນທີີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂບັນຫາ ກ່ຽວກັບ ວຽກງານການສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ ໂດຍສະເພາະແມ່ນການຄ້າຂາຍສິ້ນສ່ວນສັດປ່າຫວງຫ້າມ, ຊຶ່ງໄດ້ຖືກຍົກລະດັບໃຫ້ເປັນວຽກງານບູລິມະສິດລະດັບຊາດທີ່ຈະຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຕາມທິດຊີ້ນຳຂອງລັດຖະບານ ກໍຄືການປະຕິບັດກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ບັນດານິຕິກຳຕ່າງໆ ແລະ ພັນທະສາກົນທີ່ ສປປ ລາວ ເປັນພາຄີ.

ການສະກັດກັ້ນຮ້ານຄ້າທີ່ດຳເນີນກິດຈະການ ບໍ່ສອດຄ່ອງຕໍ່ກົດໝາຍ ແລະ ລະບຽບການ ຢູ່ນະຄອນຫຼວງພະບາງ ທີ່ພົບເຫັນແມ່ນ ມີການຄ້າຂາຍຊິ້ນສ່ວນສັດປ່າຫວງຫ້າມປະເພດ I (ນໍແຮດ, ງາຊ້າງ, ເກັດລິ່ນ ແລະ ອື່ນໆ) ການດຳເນີນທຸລະກິດດັ່ງກ່າວ ແມ່ນຜິດຕໍ່ລະບຽບກົດໝາຍໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ພາບພົດຂອງ ສປປ ລາວ ກໍຄື ພາບພົດຂອງ ແຂວງຫຼວງພະບາງ ທີ່ບັນດາອົງການຈັດຕັ້ງສາກົນໃຫ້ຄວາມສົນໃຈ ໃນການແກ້ໄຂບັນຫາດັ່ງກ່າວຂອງ ສປປ ລາວ. ຜ່ານມາລັດຖະບານໄດ້ ແຕ່ງຕັ້ງຄະນະສະເພາະກິດໃນການຕ້ານ ແລະ ສະກັດກັ້ນຢ່າງເຂັ້ມງວດ ແລະ ຜ່ານການລົງກວດກາຕົວຈິງໃນໄລຍະຜ່ານມາ ຢູ່ຮ້ານເປົ້າໝາຍ 15 ແຫ່ງ ໃນແຂວງຫຼວງພະບາງ, ເຈົ້າໜ້າທີ່ສາມາດຈັບກຸມ ແລະ ສັ່ງປິດກິດຈະການແລ້ວ 2 ຮ້ານ ໂດຍສາມາດຢຶດຂອງກາງປະເພດຊິ້ນສ່ວນຜະລິດຕະພັນສັດປ່າຫວງຫ້າມ ບັນຊີ I ຂອງ ສປປ ລາວ ແລະ ອົງການ CITES ໄດ້ຈຳນວນຫຼາຍ ພ້ອມທັງກັກຕົວຜູ້ຖືກຫາຊາວຕ່າງປະເທດ ມາດຳເນີນຄະດີຕາມກົດໝາຍ.

ໃນກອງປະຊຸມ ຍັງໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ສະຫຼັບຊັບຊ້ອນ ເພື່ອລົບຫຼີກການຕິດຕາມກວດກາຂອງ ເຈົ້າໜ້າທີ່ກ່ຽວຂ້ອງ, ກຸ່ມອາຊະຍາກຳເຫຼົ່ານີ້ມັກດຳເນີນການໃນລັກສະນະເຄືອຂ່າຍຂ້າມຊາດ ໂດຍນຳໃຊ້ຊື່ຄົນລາວຈົດທະບຽນວິສາຫະກິດເພື່ອບັງໜ້າ, ນຳໃຊ້ແຮງງານຕ່າງປະເທດທີ່ຜິດກົດໝາຍ ເຂົ້າມາດຳເນີນກິດຈະການ ມີການຊຳລະເງິນຄ່າສິນຄ້າຜ່ານລະບົບອອນລາຍ ຂ້າມຊາດ ເຊັ່ນ: WeChat Pay , Taobao ແລະ ອື່ນໆ ໂດຍບໍ່ໄດ້ຜ່ານລະບົບທະນາຄານຂອງ ສປປ ລາວ ບໍ່ພຽງແຕ່ເປັນການຫຼີກລ່ຽງພາສີ-ອາກອນຢ່າງຈະແຈ້ງເທົ່ານັ້ນ, ແຕ່ຍັງເຂົ້າຂ່າຍການຟອກເງິນຂ້າມຊາດ (Money Laundering).

ເພື່ອແກ້ໄຂບັນຫາດັ່ງກ່າວຢ່າງເດັດຂາດ, ທີ່ປະຊຸມໄດ້ວາງທິດທາງມາດຕະການອັນຮີບດ່ວນປະກອບມີ: ໃຫ້ຖອນກຳລັງເວນຍາມອອກຈາກຮ້ານເປົ້າໝາຍ, ໃຫ້ໃຊ້ມາດຕະການໃຫ້ປິດຮ້ານ ຫຼື ຖ້າຈະເປີດກໍເປີດເປັນປົກຕິຮັບແຂກທົ່ວໄປ (ລີກລ້ຽງບໍ່ໃຫ້ເປີດສະເພາະກຸ່ມລູກຄ້າທີ່ກຸ່ມທົວເປົ້າໝາຍ ຫຼື ເອີ້ນວ່າກຸ່ມທົວສູນຢວນເທົ່ານັ້ນ), ໃຫ້ໂຈະກິດຈະການຮ້ານທີ່ບໍ່ມີໃບອະນຸຍາດ, ໃຫ້ກວດກາຄືນບັນດາບໍລິສັດທ່ອງທ່ຽວຂອງຄົນຕ່າງປະເທດທີ່ບໍ່ມີຄົນລາວເປັນຄົນນຳທ່ຽວ ລວມທັງເນື້ອຫາໃນການອະທິບາຍ ແລະ ໂຄສະນາຊວນເຊື່ອເຮັດໃຫ້ ນັກທ່ອງທ່ຽວຕ່າງປະເທດເຂົ້າໃຈຜິດຕໍ່ລະບຽບກົດໝາຍ ຂອງ ສປປ ລາວ, ໃຫ້ການກວດກາການນຳໃຊ້ແຮງງານຢູ່ບັນດາຮ້ານເປົ້າໝາຍຕ່າງໆ, ໃຫ້ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ ສົມທົບກັບ ພະແນກອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ລົງລາດຕະເວນປະຈຳທຸກໆວັນແຕ່ 6:00 ໂມງເຊົ້າ ຫາ 21:00 ໂມງຄືນ ຢູ່ບັນດາຮ້ານເປົ້າໝາຍ ພ້ອມທັງໂຄສະນາເຜີຍແຜ່ ລະບຽບກົດໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ ຢູ່ເຂດເປົ້າ

ໝາຍທີ່ມີນັກທ່ອງທ່ຽວ ແລະ ທຸກໆຄະດີທີ່ກຳລັງດຳເນີນການ ແລະ ຕໍ່ໜ້າແມ່ນໃຫ້ປະຕີບັດຕາມກົດໝາຍອາຍາຢ່າງເຂັ້ມງວດ (ຫ້າມບໍ່ໃຫ້ແກ້ໄຂແບບບໍລິຫານ).

ກອງປະຊຸມໃນຄັ້ງນີ້ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ໂດຍສະເພາະຂະແໜງການ ວັດທະນະທຳ ແລະ ທ່ອງທ່ຽວ, ອຸດສາຫະກຳ ແລະ ການຄ້າ, ພາສີ, ຕຳຫຼວດ, ທະຫານ, ໄອຍະການ, ສານ ແລະ ພາກສ່ວນສັງຄົມ ຈົ່ງໃຫ້ການຮ່ວມມື ໃນການຕ້ານ ແລະ ສະກັດກັ້ນອາຊະຍາກຳສັດປ່າຂ້າມຊາດ ໃນກໍລະນີພົບເຫັນເບາະແສ ໃນການລັກລອບຄ້າຂາຍ, ມີໄວ້ຄອບຄອງສັດປ່າຫວງຫ້າມ ສາມາດ ລາຍງານແຈ້ງເຫດໄດ້ທີ່ສາຍດ່ວນ 1528.

ເພື່ອເຮັດໃຫ້ຜົນກອງປະຊຸມຄັ້ງນີ້ກໍຄືບັນດາມາດຕະການທີ່ໄດ້ຕົກລົງກັນ ໄດ້ຖືກຈັດຕັ້ງປະຕິບັດ, ຄະນະປະທານ ກອງປະຊຸມໄດ້ເຂົ້າລາຍງານຜົນກອງປະຊຸມຕໍ່ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ຊຶ່ງທ່ານກໍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນກອງປະຊຸມທີ່ທຸກພາກສ່ວນຈະໄດ້ພ້ອມສຸມໃສ່ນຳໃຊ້ມາດຕະການຕ່າງໆ ເພື່ອຮີບຮ້ອນແກ້ໄຂວຽກງານຕ້ານ ແລະ ສະກັດກັ້ນຂະບວນການອາຊະຍາກຳສັດປ່າຂ້າມຊາດຢູ່ແຂວງຫຼວງພະບາງ ອັນສຳຄັນທຸກພາກສ່ວນຈະຕ້ອງໄດ້ເປັນເຈົ້າການຮ່ວມກັນ.ຂ່າວ:ອາພຸດເດດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ