![]() |
ທ່ານ ເຄນທອງ ພອນພະແກ້ວ ກໍາມະການພັກແຂວງ ເລຂາພັກເມືອງຊຽງຄໍ້ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເມືອງຊຽງຄໍ້ວ່າ: ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ອອກມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ກອງເລຂາຊ່ວຍວຽກຄະນະກຳມະການເລືອກຕັ້ງຂັ້ນເມືອງ, ໄດ້ລົງເກັບກໍາສະຖິຕິພົນລະເມືອງຜູ້ທີ່ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ອາຍຸ 18 ປີ ຂຶ້ນໄປ ເພື່ອລາຍງານໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງໄດ້ສໍາເລັດ. (ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນ ເມືອງຊຽງຄໍ້ ມີພົນລະເມືອງ ຜູ້ມີສິດປ່ອບບັດເລືອກຕັ້ງທັງໝົດ 14,693 ຄົນ ຍິງ 6, 806 ຄົນ) ໄດ້ເຊື່ອມຊຶມບັນດາເອກະສານກ່ຽວກັບການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ຈຸດເທດສະບານເມືອງຊຽງຄໍ້ໃຫ້ແກ່ຄະນະປະຈໍາພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ໄດ້ລົງເຊື່ອມຊຶມເອກະສານໃຫ້ບັນດາເຂດເລືອກຕັ້ງ ໃນ 28 ຈຸດ ປັດຈຸບັນສຳເລັດແລ້ວ ຈຳນວນໜຶ່ງ ແລະ ຍັງຈະໄດ້ສືບຕໍ່ອີກຈຳນວນໜຶ່ງ, ໄດ້ຂຶ້ນແຜນງົບປະມານໃຫ້ຄະນະຮັບຜິດຊອບປະຈໍາໜ່ວຍປ່ອນບັດເລືອກຕັ້ງ ຢູ່ 28 ຈຸດ ທົ່ວເມືອງຊຽງຄໍ້ ເພື່ອນໍາເອກະສານລົງເຜີຍແຜ່ ເຊື່ອມຊຶມໃຫ້ປະຊາຊົນຜູ້ມີສິດປ່ອນບັດ, ພ້ອມທັງເກັບກຳສະຖິຕິພົນລະເມືອງ ຜູ້ມີສິດປ່ອນບັດເລືອກຕັ້ງ ໃນ 28 ຈຸດເລືອກຕັ້ງ, ໄດ້ຂຶ້ນແຜນງົບປະມານຈັດຊື້ຫີບບັດ, ກະແຈ ຕາມຈໍານວນຕ້ອງການ, ໄດ້ສົ່ງລາຍຊື່ ພ້ອມທັງປະກອບເອກະສານຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ເມືອງຊຽງຄໍ້ ຈໍານວນ 5 ທ່ານ, ປະສານສົມທົບກັບສະພາປະຊາຊົນແຂວງ ກ່ຽວກັບອຸປະກອນຮັບໃຊ້ຕ່າງໆໂດຍສະເພາະແມ່ນບັດຄະນະກໍາມະການເລືອກຕັ້ງຂັ້ນເມືອງ 25 ບັດ, ບັດໜ່ວຍງານຊ່ວຍວຽກອະນຸກໍາມະການຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ 20 ບັດ, ບັດອະນຸກໍາມະການຊ່ວຍວຽກຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ 4 ບັດ, ບັດຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ 203 ບັດ, ບັດໜ່ວຍງານປ້ອງກັນ 116 ບັດ, ບັດນັກຂ່າວ 4 ບັດ, ບັດແພດ 30 ບັດ ແລະ ເອົາໃຈໃສ່ເຮັດວຽກງານປ້ອງກັນ ເວນຍາມປົກກະຕິ ເພື່ອບໍ່ໃຫ້ມີສະພາບເກີດຂຶ້ນ ໃນໄລຍະການປ່ອນບັດສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາໜ້າວຽກທີ່ພວກເຮົາໄດ້ກະກຽມຄວາມພ້ອມໃນໄລຍະຜ່ານມາ ຈາກບັນຫາດັ່ງກ່າວ ເມືອງຂອງພວກເຮົາກໍປາສະຈາກບໍ່ໄດ້ຂໍ້ຫຍຸ້ງຍາກ ທີ່ຈະໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນແມ່ນການເກັບກຳສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງຍັງພົບຄວາມຫຍຸ້ງຍາກປະຊາຊົນບາງບ້ານຍັງໄປໆ - ມາໆບໍ່ທັນປົກກະຕິ, ການເຕົ້້າໂຮມປະຊາຊົນຜູ້ມີສິດປ່ອນບັດເພື່ອເຂົ້າຮ່ວມຮັບຟັງການເຜີຍແຜ່ເອກະສານຕ່າງໆຍັງບໍ່ທັນຄົບຖ້ວນ, ງົບປະມານໃນການກະກຽມການປ່ອນບັດບໍ່ພຽງພໍກັບຄວາມຕ້ອງການໜ້າທີ່ວຽກງານ. ຢາກສະເໜີຂໍອຸປະກອນຮັບໃຊ້ ໃຫ້ຄະນະກຳມະການເລືອກຕັ້ງເມືອງຊຽງຄໍ້ ເປັນຕົ້ນແມ່ນ ຄອມພິວເຕີ, ປິນເຕີ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານສະດວກຂຶ້ນ.
![]() |
ທ່ານ ຈະເລີນ ເຢຍປາວເຮີ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກ ແຕ່ນີ້ຮອດ ວັນທີ 22 ກຸມພາ 2026 ວຽກງານຈຸດສຸມ ແມ່ນໃຫ້ຄະນະກຳມະການເລືອກຕັ້ງຂັ້ນເມືອງສືບຕໍ່ສຶກສາອົບຮົມ ຜູ້ມີສິດເລືອກຕັ້ງໃຫ້ທົ່ວເຖິງ, ກຳແໜ້ນກ່ຽວກັບລະບຽບການເລືອກຕັ້ງໃຫ້ລະອຽດຊັດເຈນ, ໃຫ້ແຕ່ລະອະນຸກໍາມະການສືບຕໍ່ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານຂອງຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ, ໃຫ້ເກັບກໍາຜູ້ທີ່ມີສິດລົງສະໝັກເລືອກຕັ້ງມີຈຳນວນທໍໍ່ໃດ, ຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນເມືອງມີຈຳນວນທໍ່ໃດ, ຈຳນວນຜູ້ເຖົ້າບໍ່ສາມາດມາປ່ອນບັດໄດ້ມີຈຳນວນທໍ່ໃດ, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງໄປປ່ອນຢູ່ບ່ອນອື່ນມີຈໍານວນທໍ່ໃດ, ໃຫ້ປະສານສົມທົບກັບບັນດາບໍລິສັດຕ່າງໆຢູ່ພາຍໃນເມືອງໃຫ້ການຮ່ວມມື ສະເພາະ 2 ກຳລັງ ປກສ-ປກຊ ແມ່ນຕ້ອງໄດ້ປ່ອນກ່ອນ ເພາະຮອດວັນທີ 22 ກຸມພາ 2026 , 2 ກຳລັງດັ່ງກ່າວແມ່ນປ້ອງກັນຄວາມສະຫງົບ ແລະ ເຮັດໜ້າທີ່ບໍລິການໃຫ້ຄວາມສະດວກ ແລະ ເປັນລະບຽບຮຽບຮ້ອຍ ແລະ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ທວງທັນເວລາຕາມລະດັບຄາດໝາຍທີ່ວາງໄວ້,
ຂ່າວ-ພາບ: ບຸນຕອມ.


ຄໍາເຫັນ