ຂ່າວສານຊີອາໄອລາຍງານໃນວັນທີ 3 ເມສາ ຜ່ານມາວ່າ: ສະມາຄົມອຸດສາຫະກຳກົນຈັກຈີນເປີດເຜີຍໃຫ້ຮູ້ວ່າ, ໃນ 2 ເດືອນຕົ້ນປີນີ້ ມູນຄ່າເພີ່ມຂອງອຸດສາຫະກຳກົນຈັກ 5 ປະເພດຫຼັກຂອງຈີນ ໄດ້ຮັກສາທ່າອ່ຽງການເຕີບໂຕທີ່ດີເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ອຸດສາຫະກຳຜະລິດອຸປະກອນໃຊ້ງານທົ່ວໄປເພີ່ມຂຶ້ນ 8.9%, ອຸດສາຫະກຳຜະລິດອຸປະກອນໃຊ້ງານພິເສດເພີ່ມຂຶ້ນ 8.8%, ອຸດສາຫະກຳຜະລິດລົດຍົນເພີ່ມຂຶ້ນ 3.4%. ການຜະລິດ ແລະ ການສະໜອງຜະລິດຕະພັນປະເພດຕ່າງໆ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຄວາມຕ້ອງການຂອງຕະຫຼາດໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຮັດໃຫ້ອຸດສາຫະກຳກົນຈັກມີການເລີ່ມຕົ້ນທີ່ດີ.
ພ້ອມດຽວກັນນີ້, ໃນດ້ານການສົ່ງອອກ: ໃນ 2 ເດືອນຕົ້ນປີນີ້, ມູນຄ່າການສົ່ງອອກຜະລິດຕະພັນກົນຈັກກໍ່ສ້າງຂອງຈີນ ບັນລຸ 10.686 ຕື້ໂດລາ, ເພີ່ມຂຶ້ນ 33.4% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ກົນຈັກທີ່ມີເຕັກໂນໂລຊີລະດັບສູງ ແລະ ໃຊ້ພະລັງງານໄຟຟ້າ ກາຍເປັນຈຸດເດັ່ນໃໝ່ຂອງການສົ່ງອອກ.
ຄໍາເຫັນ