​ໃນ 4 ປີ ນາ​ຍົກລັດ​ຖະ​ມົນ​ຕີ​ແອັດ​ສະ​ປາຍ ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນເຖິງ 4 ​ຄັ້ງ​

​ໃນ 4 ປີ ນາ​ຍົກລັດ​ຖະ​ມົນ​ຕີ​ແອັດ​ສະ​ປາຍ ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນເຖິງ 4 ​ຄັ້ງ​

​ໃນ 4 ປີ ນາ​ຍົກລັດ​ຖະ​ມົນ​ຕີ​ແອັດ​ສະ​ປາຍ ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນເຖິງ 4 ​ຄັ້ງ​
ຂ່າວສານຊີອາໄອລາຍງານວ່າ: ລະ​ຫວ່າງວັນ​ທີ 11 ຫາ 15 ເມ​ສາ​ ຜ່ານມານີ້, ທ່ານ ເປໂດຣ ຊານເຊັສ ນາຍົກລັດຖະມົນຕີແອັດສະປາຍ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ອີກ​ຄັ້ງ​ໜຶ່ງ. ນີ້​ແມ່ນ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນຄັ້ງທີ 4 ພາຍ​ໃນ​ເວ​ລາ 4 ປີຂອງທ່ານ ເປໂດຣ ຊານເຊັສ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ພົບ​ປະ​ກັບ​ທ່ານທ່ານ ເປໂດຣ ຊານເຊັສ, ສອງ​ຝ່າຍ​ໄດ້​ລົງ​ນາມ​​ເອ​ກະ​ສານ​ການ​ຮ່ວມ​ມືຫຼາຍ​ສະ​ບັບ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ກະ​ສິ​ກຳ, ສະ​ບຽງ​ອາ​ຫານ ແລະ ອື່ນໆ.
​ໃນ 4 ປ ນາ​ຍກລດ​ຖະ​ມນ​ຕ​ແອດ​ສະ​ປາຍ ​ເດນ​ທາງ​ມາ​ຢຽມ​ຢາມ​ຈນເຖງ 4 ​ຄງ​ - image 1
 

 

 ສື່ມວນຊົນແອັດສະປາຍເຫັນວ່າ: ຜົນງານເຫຼົ່ານີ້ໄດ້ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດລະຫວ່າງສອງປະເທດ ແລະ ຊຸກຍູ້ “ການສົນທະນາທີ່ມີລັກສະນະສ້າງສັນ ແລະ ການຮ່ວມມືຕົວຈິງ” ລະຫວ່າງສອງຝ່າຍຢ່າງແຂງແຮງ.

ເປັນເວລາດົນນານມາແລ້ວ, ຈີນ ແລະ ແອັດສະປາຍ ມີຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງໃນການປົກປັກຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ, ທັງມີແຮງຂັບເຄື່ອນການຮ່ວມມືລະຫວ່າງສອງຝ່າຍ. ວັນທີ 14 ເມສາ ຜ່ານມານີ້ ຢູ່ນະຄອນຫຼວງປັກກິ່ງ, ໃນເວລາທ່ານ ສີຈິ້ນຜິງ ພົບປະກັບທ່ານ ເປໂດຣ ຊານເຊັສ, ຜູ້ນຳສອງທ່ານລ້ວນແຕ່ໄດ້ເນັ້ນໜັກເຖິງຄຳສັບໜຶ່ງ ຄື: “ຈິດໃຈໝັ້ນຄົງດ້ານຍຸດທະສາດ”. ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນ ແລະ ແອັດສະປາຍລ້ວນແຕ່ເປັນປະເທດທີ່ມີຫຼັກການ ແລະ ມີສິນທຳ, ຄັດຄ້ານບໍ່ໃຫ້ໂລກກັບຄືນໄປສູ່ກົດແຫ່ງປ່າ ຫຼື ຜູ້ໃດແຂງແຮງກວ່າຜູ້ນັ້ນເປັນຝ່າຍຊະນະ, ຮ່ວມກັນປົກປ້ອງລັດທິຫຼາຍຝ່າຍທີ່ແທ້ຈິງ, ປົກປ້ອງລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ ແລະ ລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ. ທ່ານ ເປໂດຣ ຊານເຊັສ ກ່າວວ່າ: ແອັດສະປາຍສະໜັບສະໜູນ 4 ຂໍ້ລິເລີ່ມທົ່ວໂລກຂອງຈີນຢ່າງຕັ້ງໜ້າ, ຍິນດີແລກປ່ຽນ ແລະ ປະສານງານກັບຈີນຢ່າງແໜ້ນແຟ້ນ, ຮ່ວມກັນຮັບມືກັບສິ່ງທ້າທາຍໃນດ້ານຕ່າງໆ ເຊັ່ນ: ການເມືອງພູມີພາກສາກົນ, ລັດທິປົກປ້ອງການຄ້າ ແລະ ການປ່ຽນແປງຂອງດິນຟ້າອາກາດ, ຮ່ວມກັນປົກປ້ອງກົດໝາຍສາກົນ ແລະ ລັດທິຫຼາຍຝ່າຍ. ນັກວິເຄາະເຫັນວ່າ: ຄວາມພະຍາຍາມຂອງຈີນ ແລະ ແອັດສະປາຍ ໃນການຮ່ວມກັນປົກປ້ອງລະບົບລັດທິຫຼາຍຝ່າຍ ຈະສ້າງສະຖຽນລະພາບຫຼາຍກວ່າເກົ່າໃຫ້ແກ່ໂລກ ທີ່ເຕັມໄປດ້ວຍການປ່ຽນແປງ ແລະ ຄວາມປັ່ນປ່ວນທີ່ສັບສົນ.

ໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນບໍ່ພຽງແຕ່ມີຄວາມຕັດສິນໃຈທີ່ເດັດດ່ຽວໃນການຊຸກຍູ້ຄວາມທັນສະໄໝແບບຈີນເທົ່ານັ້ນ, ຍັງມີວິໄສທັດທີ່ຈະແບ່ງປັນໂອກາດການພັດທະນາໃຫ້ແກ່ໂລກ ດ້ວຍການເປີດປະຕູສູ່ພາຍນອກໃນລະດັບສູງ. ໃນໂລກທີ່ປັ່ນປ່ວນວຸ່ນວາຍ, ຈີນ ແລະ ແອັດສະປາຍສືບຕໍ່ຮັກສາຈິດໃຈໝັ້ນຄົງດ້ານຍຸດທະສາດ ແລະ ລົງເລິກການຮ່ວມມືຕົວຈິງ, ບໍ່ພຽງແຕ່ຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດເທົ່ານັ້ນ, ຍັງຈະຊ່ວຍສ້າງແຮງຂັບເຄື່ອນທີ່ເຂັ້ມແຂງກວ່າເກົ່າໃຫ້ແກ່ການຮ່ວມມືຈີນ-ເອີຣົບ ກໍຄືສັນຕິພາບ ແລະ ການພັດທະນາຂອງໂລກອີກດ້ວຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ