ໃນປີ 2023 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວ ໃນລະດັບ 4,7%

ໃນປີ 2023 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວ ໃນລະດັບ 4,7%
ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ແຂວງວຽງຈັນ ຕໍ່ກອງປະຊຸມສະພາປະຊາຊົນແຂວງວຽງຈັນ ສະໄໝສາມັນ ເທື່ອທີ 6 ຊຸດທີ II ຄັ້ງວັນທີ 26-29 ທັນວາ 2023 ຊຶ່ງບາງຕອນທ່ານໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີ ຜ່ານມາ ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກແຂວງ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະແນກ ການຕ່າງໆຂອງແຂວງ ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ. ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 4,7%, ຄິດເປັນມູນຄ່າໃນປັດຈຸບັນ 9.704 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 19,93 ລ້ານກີບ ຫຼື 1.308 ໂດລາ, ເທົ່າກັບ 97,46% ແລະ ມີການຂະຫຍາຍຕົວຕາມໂຄງປະກອບເສດຖະກິດ ຄື: ຂະແໜງກະສິກໍາ ມີມູນຄ່າທັງໝົດ 3.135 ຕື້ກີບ, ມີອັດຕາການຂະຫຍາຍຕົວເພີ່ມຂຶ້ນ 2,64%, ກວມເອົາ 34,87% ຂອງ GDP, ຜະລິດເຂົ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 2%, ຜົນຜະລິດເຂົ້າທັງໝົດ 281.194 ໂຕນ, ສະເລ່ຍເຂົ້າເປືອກ 683 ກິໂລຕໍ່ຄົນຕໍ່ປີ, ອັນພົ້ນເດັ່ນແມ່ນ ການຜະລິດພືດປະຕິບັດໄດ້ 54.017 ເຮັກຕາ, ລື່ນແຜນການ 22%, ຜົນຜະລິດໄດ້ 665.456 ໂຕນ, ລື່ນແຜນການ 44% ການຜະລິດຊີ້ນ, ປາ ແລະ ໄຂ່ ໄດ້ 35.023 ໂຕນ, ເທົ່າກັບ 100,10% ຂອງແຜນການ, ສະເລ່ຍບໍລິໂພກຊີ້ນ 66 ກິໂລ/ຄົນ/ປີ. ພ້ອມນີ້ການຜະລິດເປັນສິນຄ້າ ກໍມີບາດກ້າວຂະຫຍາຍ ຕົວດີຂຶ້ນ ປູກພືດເປັນສິນຄ້າໄດ້ 423.174 ໂຕນ, ມູນຄ່າ 1.768,22 ຕື້ກີບ, ໃນນີ້: ປ້ອນເຂົ້າໂຮງງານ 79.665 ໂຕນ, ມູນຄ່າ 299,94 ຕື້ກີບ, ຈໍາໜ່າຍພາຍໃນ 190.094 ໂຕນ, ມູນຄ່າ 570,28 ຕື້ກີບ ແລະ ສົ່ງອອກ 153.758 ໂຕນ, ມູນຄ່າ 898,00 ຕື້ກີບ. ການລ້ຽງສັດແບບເປັນຟາມມີທັງໝົດ 128 ຟາມ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3 ຟາມ, ສາມາດຂາຍເປັນສິນຄ້າໄດ້ 234,87 ຕື້ກີບ. ຂະແໜງອຸດສາຫະກໍາ: ມີມູນຄ່າ 3.575 ຕື້ກີບ, ມີອັດຕາການຂະຫຍາຍຕົວພຽງ 5,53%, ກວມເອົາ 33,33% ຂອງ GDP, ໃນນັ້ນ: ລວມຍອດຜະລິດຕະພັນອຸດສາຫະກໍາ ແລະ ຫັດຖະກໍາໄດ້ 2.127,71 ຕື້ກີບ, ເທົ່າກັບ 100,4% ຂອງແຜນການ; ລວມຍອດການຜະລິດພະລັງງານໄຟຟ້າໄດ້ 1.995,21 ກິກາວັດໂມງ, ເທົ່າກັບ 97,56% ຂອງແຜນການ, ມູນຄ່າ 1.064,49 ຕື້ກີບ, ເທົ່າກັບ 96,60%; ທຽບໃສ່ປີຜ່ານມາຫຼຸດລົງ 3,60%, ການຈໍາໜ່າຍໄດ້ 1.966,47 ກິກາວັດໂມງ, ມູນຄ່າ 1.471,20 ຕື້ກີບ, ເທົ່າກັບ 97,27% ຂອງແຜນການ ແລະ ການຜະລິດແຮ່ທາດໄດ້ 735,60 ຕື້ກີບ, ລື່ນແຜນ 3,16% ທຽບໃສ່ປີຜ່ານມາເພີ່ມຂຶ້ນເກືອບເທົ່າຕົວ ແລະ ການຈໍາໜ່າຍໄດ້ 1.419,63 ຕື້ກີບ, ເທົ່າກັບ 92,56% ຂອງແຜນການ ລວມເຖິງການຂຸດຄົ້ນແຮ່ທາດຕ່າງໆ ເພີ່ມຂຶ້ນເຊັ່ນດ່ຽວກັນ. ຂະແໜງການບໍລິການ: ມີມູນຄ່າ 2.787 ຕື້ກີບ, ມີອັດຕາການຂະຫຍາຍຕົວເພີ່ມຂຶ້ນ 5,13%, ກວມເອົາ 28.85% ຂອງ GDP, ການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ ມູນຄ່າ 3.777,07 ຕື້ກີບ, ລື່ນແຜນການ 10,55%; ການນໍາເຂົ້າ-ສົ່ງອອກສິນຄ້າໄດ້ທັງໝົດ 20,51 ລ້ານໂດລາ, ເທົ່າກັບ 32,68% ຂອງແຜນການ ແລະ ມີມູນຄ່ານໍາເຂົ້າສິນຄ້າໄດ້ 0,83 ລ້ານໂດລາ, ເທົ່າກັບ 2% ຂອງແຜນການ. ມີການບໍລິການຂົນສົ່ງສິນຄ້າທາງບົກ-ທາງນໍ້າ ໄດ້ 1.025 ພັນໂຕນ, ລື່ນແຜນການ 4,6%. ລົງຊຸກຍູ້ຫົວໜ່ວຍທຸລະກິດດ້ານບໍລິການການທ່ອງທ່ຽວ ແລະ ດຶງດູດນັກທ່ອງທຽ່ວເຂົ້າມາທ່ຽວແຂວງວຽງຈັນ ໄດ້ 817.369 ເທື່ອຄົນ, ລື່ນແຜນການ 77%, ສ້າງລາຍຮັບທົ່ວສັງຄົມໄດ້ 553,66 ຕື້ກີບ, ລື່ນແຜນການ 4 ເທົ່າ. ຊຸກຍູ້ບັນດາ ເມືອງຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໄດ້ເພີ່ມຂຶ້ນ 3 ຫົວໜ່ວຍ, ມີສິນຄ້າທັງໝົດ 26 ຫົວໜ່ວຍ ແລະ 124 ລາຍການ. ຂະແໜງອາກອນ: ມີມູນຄ່າ 287 ຕື້ກີບ, ມີອັດຕາການຂະຫຍາຍຕົວ 0,59%, ກວມເອົາ 2,95% ຂອງ GDP.
ປັດໄຈທີ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວໄດ້ແມ່ນ: ຂະແໜງກະສິກໍາການປູກຝັງ-ລ້ຽງສັດ ທີ່ສົ່ງອອກ, ຮອງລົງມາແມ່ນການບໍລິການ-ການທ່ອງທ່ຽວທີ່ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ ແລະ ການຂຸດຄົ້ນແຮ່ທາດ, ສ່ວນຂະແໜງອຸດສາຫະກໍາປຸງແຕ່ງ, ຫັດຖະກໍາ ແລະ ຂະແໜງການກໍ່ສ້າງກໍຂະຫຍາຍຕົວພໍສົມຄວນ. 
(ຂ່າວ-ພາບ: ແກ້ວອຸດົມ)

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ