ໃນປີ2023ເສດຖະກິດຂອງແຂວງຜົ້ງສາລີຂະຫຍາຍຕົວ8,11%.

ໃນປີ2023ເສດຖະກິດຂອງແຂວງຜົ້ງສາລີຂະຫຍາຍຕົວ8,11%.
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ6ຂອງສະພາປະຊາຊົນແຂວງຜົ້ງສາລີຊຸດທີII ໃນວັນທີ27ທັນວາ ນີ້ໂດຍພາຍໃຕ້ການເປັນປະທານຂອງທ່ານທອງສີເສົາສຸລິພົມຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ. 
ທ່ານຄຳຜອຍວັນນະສານກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຜົ້ງສາລີໄດ້ລາຍງານກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງໃນປີ2023ແລະແຜນການໃນປີ2024ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ປີ2023ເປັນປີທີ3ທີ່ອົງການປົກຄອງແຂວງຊຸດທີIX ໄດ້ສຸມໃສ່ຈັດຕັ້ງປະຕິບັດ6ເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ5ປີຄັ້ງທີIX (2021-2025), ສຸມໃສ່ແກ້ໄຂ8ບັນຫາໂດຍຈັດຕັ້ງປະຕິບັດ16ວຽກໃຫຍ່, 6ເປົ້າໝາຍ, 11ວຽກຈຸດສຸມ, 4ວຽກເນັ້ນໜັກແລະ9ແຜນງານແລະ6ທາງອອກ, ໃນປີ2023ເສດຖະກິດຂະຫຍາຍຕົວ8,11%ລື່ນແຜນ25,73%ຂອງແຜນການປີ (ແຜນການ6,45%), ລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນໜຶ່ງບັນລຸ892ໂດລາຫຼືເທົ່າກັບ18,54ລ້ານກີບ (ແຜນການ16,31ລ້ານກີບ); ໄດ້ເອົາໃຈໃສ່ຕິດຕາມຊຸຸກຍູ້, ສົ່ງເສີມດຶງດູດແຫຼ່ງທຶນຕ່າງໆເຂົ້າໃສ່ການຈັດຕັ້ງປະຕິບັດແຜນການ, ໂຄງການໃນປີ2023ໄດ້ທັງໝົດ769,4ຕື້ກີບ (ແຜນການ838,17ຕື້ກີບ), ທຽບໃສ່ມະຕິສະພາປະຊາຊົນແຂວງເທົ່າກັບ91,80%ແລະທຽບໃສ່ໄລຍະດຽວກັນໃນປີ2022ເທົ່າກັບ93,46% (ຫຼຸດລົງ6,54%), ການຂຸດຄົ້ນລາຍຮັບລວມປະຕິບັດໄດ້483,05ຕື້ກີບ, ເທົ່າກັບ122,98%ຂອງແຜນການປີ (ແຜນ392,78ຕື້ກີບ), ທຽບໃສ່ໄລຍະດຽວກັນໃນປີຜ່ານມາເພີ່ມຂຶ້ນ17,47%; ໃນນີ້ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນໄດ້41,67ຕື້ກີບເທົ່າກັບ83,35% ຂອງແຜນການປີ (ແຜນການ50,00ຕື້ກີບ) ແລະລາຍຮັບພູດທ້ອງຖິ່ນປະຕິບັດໄດ້90,62ຕື້ກີບ, ເທົ່າກັບ114,15%ຂອງແຜນການ (ແຜນການ79,39ຕື້ກີບ), ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ12,94%; ແລະທຽບໃສ່ແຜນດັດແກ້ແມ່ນປະຕິບັດໄດ້118,51%. ການປະຕິບັດລາຍຈ່າຍ: ໄດ້ຖືເອົາການເບີກຈ່າຍເງິນເດືອນ, ເງິນອຸດໜູນແລະເງິນນະໂຍບາຍເປັນບູລິມະສິດ, ປະຕິບັດລາຍຈ່າຍລວມໄດ້ທັງໝົດ372,11ຕື້ກີບ, ທຽບໃສ່ມະຕິສະພາປະຊາຊົນແຂວງເທົ່າກັບ99,67% (ແຜນການ373,33ຕື້ກີບ) ແລະທຽບໃສ່ໄລຍະດຽວກັນໃນປີຜ່ານມາແມ່ນຫຼຸດລົງ0,33%; ການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ສຸມໃສ່ແກ້ໄຂຄວາມທຸກຍາກໃນ128ບ້ານ, 7.040ຄອບຄົວໃນ7ເມືອງດ້ວຍການມອບຄວາມຮັບຜິດຊອບໃຫ້ບັນດາພະແນກການ.
ອົງການແລະກອງບັນຊາການປກຊ-ປກສຂັ້ນແຂວງລົງໄປນໍາພາຄະນະພັກ, ອົງການປົກຄອງບ້ານແລະປະຊາຊົນຈັດຕັ້ງປະຕິບັດຕາມຄໍາແນະນໍາຂອງຄະນະປະຈຳພັກແຂວງສະບັບເລກທີ3059/ຄພຂ, ຕາມໂຄງການແລະຕາມການແບ່ງຄວາມຮັບຜິດຊອບໃຫ້ບ້ານ, ໃຫ້ເມືອງແລະໃຫ້ຂະແໜງການ, ອົງການຂັ້ນແຂວງແລະໄດ້ປະເມີນຕາມດໍາລັດ348/ລບມີບ້ານພົ້ນທຸກ163ບ້ານແລະຄອບຄົວພົ້ນທຸກ21.305ຄອບຄົວແລະຍັງມີບ້ານທຸກ344ບ້ານ, ກວມ67,85% ຂອງຈໍານວນບ້ານໃນທົ່ວແຂວງທຽບໃສ່ມະຕິສະພາປະຊາຊົນແຂວງປະຕິບັດໄດ້43,47% ທຽບໃສ່ປີ2022ຫຼຸດລົງ10ບ້ານແລະຄອບຄົວຍັງບໍ່ພົ້ນທຸກມີ15.405ຄອບຄົວກວມ41,96 % ຂອງຈຳນວນຄອບຄົວທົ່ວແຂວງ, ທຽບໃສ່ມະຕິສະພາປະຊາຊົນແຂວງປະຕິບັດໄດ້435,51%, ທຽບໃສ່ປີ2022ພົ້ນທຸກເພີ່ມຂຶ້ນ5.531ຄອບຄົວ (ຜ່ານການປະເມີນແລ້ວ6ເມືອງແລະອີກ1ເມືອງພວມດໍາເນີນ).
(ຂ່າວ-ພາບ: ແສງຄຳສາລີວັນ )

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ