ທ່ານນາງ ສູນທອນ ໄຊຍະຈັກ ກ່າວວ່າ: ຄຳເຫັນສ່ວນໃຫຍ່ແມ່ນເປັນເອກະພາບ ແລະ ສະໜັບສະໜູນຕໍ່ເນື້ອໃນແຜນການດັ່ງກ່າວ ໂດຍສາມາດສັງລວມ ແລະ ຊີ້ແຈງບັນຫາຕົ້ນຕໍ ຄື: ການສະຫຼຸບວຽກງານ 5 ປີຜ່ານ ມາ ແລະ ແຜນການ 5 ປີຕໍ່ໜ້າ (2026-2030) ຂອງ ສພຊ ຊຸດທີ X, ໃນບົດລາຍງານໄດ້ເນັ້ນການເຄື່ອນໄຫວຂອງຄະນະ ສສຊ ປະຈຳເຂດເລືອກຕັ້ງ ຊຶ່ງໄດ້ຜ່ານການພິຈາລະນາຮັບຮອງໃນກອງປະຊຸມຄັ້ງທີ X ຂອງ ສພຊ ຊຸດທີ IX ມາແລ້ວ, ສ່ວນທີ່ຍັງບໍ່ທັນຄົບຖ້ວນ ແມ່ນຈະໄດ້ສືບຕໍ່ປັບປຸງຕື່ມ, ໂຄງສ້າງແຜນການທິດທາງ: ຈະມີການປັບປຸງການກຳນົດຕົວຊີ້ວັດໃຫ້ຊັດເຈນ, ຫຼີກເວັ້ນການມີສອງຕົວເລກໃນໂຄງການຕ່າງໆ ລວມທັງການຕິດ ຕາມໂຄງການລົງທຶນ ແລະ ບັນຫາຊາຍແດນກັບປະເທດໃກ້ຄຽງ ເຊັ່ນ: ຈີນ, ຫວຽດນາມ ແລະ ກຳປູເຈຍ, ດ້ານກົງຈັກການຈັດຕັ້ງ: ຈະສືບຕໍ່ປະສານງານເພື່ອປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ແລະ ຂັ້ນແຂວງ ໃຫ້ມີຄວາມເປັນເອກະພາບກັນທົ່ວປະເທດ, ດ້ານການສ້າງຄວາມເຂັ້ມແຂງ: ເນື່ອງຈາກ ສສຊ ຊຸດທີ X ມີສະມາຊິກ ໃໝ່ເຖິງ 81.7% ແມ່ນຜູ້ໃໝ່ ລວມທັງສະພາປະຊາຊົນຂັ້ນແຂວງ (ສປຂ) ກໍມີຜູ້ໃໝ່ເປັນສ່ວນຫຼາຍ, ຈຶ່ງມີຄວາມຈຳເປັນຕ້ອງສ້າງຄວາມເຂັ້ມແຂງໃຫ້ສະມາຊິກເຫຼົ່ານັ້ນຢ່າງຮີບດ່ວນ, ບັນຫາງົບປະມານ: ເປັນບັນຫາຊໍາເຮື້ອທີ່ງົບປະມານການເຄື່ອນໄຫວບໍ່ພຽງພໍ, ທີ່ຜ່ານມາໄດ້ຮັບການສະໜັບສະໜູນເພີ່ມເຕີມຈາກລັດຖະບານ ແລະ ຈາກສາກົນ ເພື່ອຮັບໃຊ້ວຽກງານການສ້າງກົດໝາຍ ແລະ ການກຽມກອງປະຊຸມ. ນອກນັ້ນ, ຍັງໄດ້ຂໍການຊ່ວຍເຫຼືອຈາກງົບປະມານເກີນແຜນຂອງທ້ອງຖິ່ນ ເພື່ອຊື້ອຸປະກອນທີ່ຈຳເປັນ ເຊັ່ນ: ຊຸດອຸປະກອນສຳລັບກອງປະຊຸມທາງໄກ, ການສ້າງພື້ນຖານໂຄງລ່າງ: ຈະພະຍາຍາມຊຸກຍູ້ການສ້າງຕຶກຫ້ອງການສະພາຂັ້ນແຂວງ ໂດຍນຳໃຊ້ງົບປະມານເກີນແຜນຂອງແຂວງ. ປັດຈຸບັນມີແຂວງໄຊຍະບູລີ ແລະ ແຂວງໄຊສົມບູນທີ່ໃກ້ຈະສຳເລັດ, ແຕ່ສະພານະຄອນຫຼວງວຽງຈັນ ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນມີຕຶກຫ້ອງການເປັນຂອງຕົນເອງ, ວຽກງານຕ່າງ ປະເທດ: ໃນ 5 ປີ ຜ່ານມາ ມີການເຄື່ອນໄຫວຕ່າງປະເທດຫຼາຍຄັ້ງ, ແຕ່ການຜັນຂະຫຍາຍໝາກຜົນຍັງເຮັດບໍ່ທັນໄດ້ດີ. ໃນຊຸດທີ X ນີ້ ຈະເນັ້ນການຄັດເລືອກບຸກຄະລາກອນທີ່ມີຄວາມຮູ້ດ້ານພາສາຕ່າງປະເທດ ເພື່ອໃຫ້ສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິຜົນ, ການຫັນເປັນທັນສະໄໝ: ຈະຮ່ວມມືກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຫັນວຽກງານສະພາເປັນທັນສະໄໝ ເພື່ອຫຼຸດຜ່ອນການນຳໃຊ້ເຈ້ຍ ແລະ ນຳໃຊ້ເຕັກນິກທີ່ທັນສະໄໝເຂົ້າໃນການນັບຄະແນນສຽງ ເພື່ອຄວາມວ່ອງໄວ ແລະ ຊັດເຈນ. (ຂ່າວ: ແສງຈັນ)
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ
ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ຄໍາເຫັນ