ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ
ນະຄອນ ຫຼວງພະບາງ ໄດ້ຈັດພິທີປະກາດສ້າງຕັ້ງ 4 ຕາແສງ ໃນ​ວັນ​ທີ 5 ສິງ​ຫາ​ນີ້ ທີ່ ນະ​ຄອນ ຫຼວງ​ພະ​ບາງ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳນະຄອນ ຫຼວງພະບາງ, ຕາງໜ້າພະແນກການ-ກົມກອງ ແລະປະທານບ້ານ ເຂົ້າຮ່ວມ.
ນະຄອນ ຫວງພະບາງ ປະ​ກາດ​ສາງ​ຕງ 4 ຕາແສງ - image 1
 

ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ ຫຼວງພະບາງ ໄດ້ລາຍງານສະພາບການກະກຽມ ແລະ ສ້າງຕັ້ງຕາແສງພາຍໃນນະຄອນ ຫຼວງພະບາງ ວ່າ: ນະຄອນ ຫຼວງພະບາງ ໄດ້ກຳນົດໃຫ້ມີທັງໝົດ 05 ຕາແສງ ແລະ ໄດ້ປະກາດສໍາເລັດແລ້ວ 01 ຕາແສງຄື: ຕາແສງຊຽງທອງ, ສ່ວນ 04 ຕາແສງ ທີ່ປະກາດຄັ້ງນີ້ ປະກອບມີ ຕາແສງ ສັງຄະໂລກ ມີ 27 ບ້ານ, ພົນລະເມືອງ 26,526 ຄົນ, ຍິງ 13,331 ຄົນ ມີສໍານັກງານຕັ້ງຢູ່ ໂຮງຮຽນປະຖົມບ້ານສັງຄະໂລກ, ຕາແສງເມືອງງາ ມີ 21 ບ້ານ, ພົນລະເມືອງ 31,275 ຄົນ, ຍິງ 15,746 ຄົນ, ມີສໍານັກງານຕັ້ງຢູ່ ຫ້ອງການບ້ານເມືອງງາ, ຕາແສງ ເມືອງຂາຍ ມີ 19 ບ້ານ, ພົນລະເມືອງ 10,928 ຄົນ, ຍິງ 4,593 ຄົນ, ມີສໍານັກງານ ແມ່ນຕັ້ງຢູ່ ຫ້ອງການບ້ານເມືອງຂາຍ ແລະ ຕາແສງປາກເຊືອງ ມີ 18 ບ້ານ, ພົນລະເມືອງ 9,412 ຄົນ, ຍິງ 4,593 ຄົນ, ມີສໍານັກງານຕັ້ງຢູ່ ຫ້ອງການບ້ານ ກອກຫວານ.

ນະຄອນ ຫວງພະບາງ ປະ​ກາດ​ສາງ​ຕງ 4 ຕາແສງ - image 2
 

ຜ່ານການເກັບກຳ ແລະ ສັງລວມດ້ານຂໍ້ມູນທັງ 04 ຕາແສງ ເຫັນວ່າຄົບຖ້ວນຕາມມາດຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້ ຕາມຄໍາແນນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເປັນຕົ້ນ ມີທີ່ຕັ້ງພູມສາດທີ່ເໝາະສົມແກ່ການປົກຄອງ ແລະ ການສະໜອງການບໍລິການຂອງລັດໃຫ້ແກ່ປະຊາຊົນ; ມີຈຳນວນພົນລະເມືອງ ຖືກຕ້ອງຕາມເງື່ອນໄຂ ທີ່ໄດ້ກໍານົດໄວ້ຕາມລະບຽບການ, ມີຢ່າງໜ້ອຍສາມບ້ານຂຶ້ນໄປ, ແຕ່ບໍ່ເກີນ 35 ບ້ານ; ມີໂຄງລ່າງພື້ນຖານ ແລະ ມີເງື່ອນໄຂໃນການພັດທະນາເສດຖະກິດ-ສັງຄົມ; ພ້ອມນັ້ນໄດ້ປະກອບກົງຈັກຂອງຕາແສງ ຕາມລະບຽບ.

ໃນພິທີ ໄດ້ມີການຜ່ານຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດ ສ້າງຕັ້ງອົງຄະນະພັກຮາກຖານ 4 ຕາແສງ, ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງວ່າດ້ວຍການ ອານຸມັດສ້າງຕັ້ງ 4 ຕາແສງ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກນະຄອນ ວ່າດ້ວຍການອະນຸມັດ ແຕ່ງຕັ້ງຄະນະບໍລິຫານງານພັກຮາກຖານ 4 ຕາແສງ ແລະ ຜ່ານຂໍ້ຕົກຂອງປະທານຄະນະກຳມະການປົກຄອງນະຄອນ ວ່າດ້ວຍການ ແຕ່ງຕັ້ງປະທານ-ຮອງປະທານຄະນະກຳມະການປົກຄອງ 4 ຕາແສງ ໃນນັ້ນ ໄດ້ແຕ່ງຕັ້ງ ທ່ານ ນາງ ສຸດາວອນ ອ່ອນແກ້ວ ເປັນເລຂາຄະນະບໍລິຫານງານພັກ-ປະທານຄະນະກຳມະການປົກຄອງຕາແສງເມືອງງາ, ທ່ານ ສອນເພັດ ທຳມຸງຄຸນ ເປັນເລຂາຄະນະບໍລິຫານງານພັກ-ປະທານ ຄະນະກຳມະການປົກຄອງຕາແສງສັງຄະໂລກ, ທ່ານ ສົມສັກ ອີນທະມາໄລ ເປັນເລຂາຄະນະບໍລິຫານງານພັກ-ປະທານຄະນະກຳມະການປົກຄອງຕາແສງປາກເຊືອງ ແລະ ທ່ານ ບຸນທັນ ອີນສະຫວ່າງ ເປັນເລຂາຄະນະບໍລິຫານງານພັກ-ປະທານຄະນະກຳມະການປົກຄອງຕາແສງເມືອງຂາຍ, ພ້ອມນັ້ນໄດ້ມີການແຕ່ງຕັ້ງ ຫົວໜ້າໜ່ວຍງານ, ພະນັກງານຊ່ວຍວຽກໃນ 4 ຕາແສງ ຕື່ມອີກ.

ນະຄອນ ຫວງພະບາງ ປະ​ກາດ​ສາງ​ຕງ 4 ຕາແສງ - image 3
 

ໂອກາດນີ້ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ໄດ້ມີຄຳເຫັນເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ ປະຈຳຢູ່ແຕ່ລະຕາແສງ ພ້ອມກັນສຸມໃສ່ປະຕິບັດວຽກງານໃຫ້ມີຜົນສຳເລັດ ຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ. ຕອນທ້າຍ ທ່ານໄດ້ຕາງໜ້າການນຳຂອງແຂວງ ມອບເງິນຊຸກຍູ້ບໍລິຫານວຽກງານໃຫ້ທັງ 4 ຕາແສງຈຳນວນ 120 ລ້ານກີບ, ທັງໄດ້ຮ່ວມເປີດປ້າຍ ແລະ ລັ່ນຄ້ອງ 9 ບາດເພື່ອປະກາດສ້າງຕັ້ງ 4 ຕາແສງຢ່າງເປັນທາງການ.

ຂ່າວ: ຫຼວງພະບາງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ