ນະ​ຄອນໂຮ່​ຈິມິນ ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະກຳ ໂຄງ​ການ​ຈຸດ​ສຸມ

ນະ​ຄອນໂຮ່​ຈິມິນ ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະກຳ ໂຄງ​ການ​ຈຸດ​ສຸມ

ນະ​ຄອນໂຮ່​ຈິມິນ ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະກຳ ໂຄງ​ການ​ຈຸດ​ສຸມ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 1 ກໍ​ລະ​ກົດ ຜ່ານມາ, ນະ​ຄອນໂຮ່​ຈິມິນ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະ​ກຳ, ໂຄງ​ການ​ຈຸດ​ສຸມ ແນ​ໃສ່​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ນະ​ຄອນໄຊ​ງ່ອນ - ຢາ​ດິ້ງ ໃສ່​ຊື່​ປະ​ທານ ໂຮ່​ຈິ​ມິນ (2/7/1976 – 2/7/2026).

ຂ່າວລະບຸວ່າ: ພິທີເລີ່ມລົງມືກໍ່ສ້າງຖືກຈັດຂຶ້ນຢູ່ທ່າກ່ຳປັ່ນ ຍ່າຣົ່ງ - ແຄັງໂຮ້ຍ, ບ່ອນທີ່ຕິດພັນກັບຂີດໝາຍປະຫວັດສາດວັນທີ 5 ມິຖຸນາ 1911, ປະທານ ໂຮ່ຈິມິນ ອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ. 8 ກິດຈະກຳ, ໂຄງການທີ່ໄດ້ເລີ່ມລົງມືກໍ່ສ້າງໃນຄັ້ງນີ້ ລວມມູນຄ່າທັງໝົດ 253.000 ຕື້ກວ່າດົງ (ປະມານ 9,6 ຕື້ໂດລາ), ໃນນັ້ນ ສ່ວນໃຫຍ່ແມ່ນໄດ້ລະດົມທຶນຕາມຮູບແບບຄູ່ຮ່ວມມືພາກລັດ ແລະ ພາກເອກະຊົນ (PPP) ແລະ ແຫຼ່ງກຳລັງວິສາຫະກິດເອກະຊົນ.

ທ່ານ ຮວ່າງງວຽນຢິງ ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ກ່າວຄຳເຫັນໃນພິທີວ່າ: ນະຄອນໂຮ່ຈິມິນ ສະເໜີໃຫ້ບັນດາອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນ ຍົກສູງຈິດໃຈຄວາມຮັບຜິດຊອບດ້ານການເມືອງສູງສຸດ, ບໍ່ປະໃຫ້ເກີດສະພາວະບ່າຍບ່ຽງ, ຫຼີກລ່ຽງ, ຊັກຊ້າ ໃນການແກ້ໄຂລະບຽບການບໍລິຫານຢ່າງເດັດຂາດ. ເຈົ້າຂອງການລົງທຶນ, ບໍລິສັດໃຫ້ຄຳປຶກາສາ ແລະ ຜູ້ຮັບເໝົາກໍ່ສ້າງ ຕ້ອງສຸມທຸກແຫຼ່ງກຳລັງ ແລະ ເຄື່ອງອຸປະກອນທີ່ທັນສະໄໝ, ຈັດຕັ້ງການກໍ່ສ້າງຢ່າງມີວິທະຍາສາດ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ ແລະ ຄວາມປອດໄພ.

ຄໍາເຫັນ

ຂ່າວຕ່າງປະເທດ

ໂຕກຽວ ປະສົບກັບມື້ທີ່ຮ້ອນທີ່ສຸດ ຄັ້ງທຳອິດຂອງປີ 2026

ໂຕກຽວ ປະສົບກັບມື້ທີ່ຮ້ອນທີ່ສຸດ ຄັ້ງທຳອິດຂອງປີ 2026

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 20 ກໍລະກົດ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ, ນະຄອນຫຼວງໂຕກຽວໄດ້ປະສົບກັບ "ມື້ທີ່ຮ້ອນທີ່ສຸດ" ຄັ້ງທຳອິດຂອງປີ 2026 ໃນວັນທີ 20 ກໍລະກົດ ຜ່ານມາ, ໂດຍມີອຸນຫະພູມສູງກວ່າ 35 ອົງສາ ຊຶ່ງເປັນຈຸດສິ້ນສຸດຂອງລະດູຝົນໃນພາກພື້ນຄັນໂຕ-ໂຄຊິນ ຊຶ່ງລວມທັງໂຕກຽວ ແລະ ພາກພື້ນໂຕໄກໃນພາກກາງ ຂອງປະເທດຍີ່ປຸ່ນ.
ກອງ​ປະ​ຊຸມຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ​ຄັ້ງ​ທີ 48

ກອງ​ປະ​ຊຸມຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ​ຄັ້ງ​ທີ 48

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ກອງ​ປະ​ຊຸມ​ຄັ້ງ​ທີ 48 ຂອງ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ຂຶ້ນ​ກັບ ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ​ໄດ້ເປີດ​ຂຶ້ນ​ໃນ​ວັນ​ທີ 19 ກໍ​ລະ​ກົດ ຜ່ານມາ ຢູ່​ນະ​ຄອນປູຊານ ສ ເກົາຫຼີ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະ​ມານ 3,000 ທ່ານ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ບັນ​ດາ​ອົງ​ການ​ສັງ​ເກດ​ການ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ ວົງ​ການ​ນັກ​ຮຽນ​ຮູ້ ເພື່ອ​ແນ​ໃສ່​ປຶກ​ສາ​ຫາລື​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ.
ສິງກະໂປ ກຳນົດໃຫ້ຂໍຄວາມຍິນຍອມ ກ່ອນທີ່ຈະນໍາຂໍ້ມູນຜູ້ໃຊ້ໄປພັດທະນາ GenAI

ສິງກະໂປ ກຳນົດໃຫ້ຂໍຄວາມຍິນຍອມ ກ່ອນທີ່ຈະນໍາຂໍ້ມູນຜູ້ໃຊ້ໄປພັດທະນາ GenAI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ຄະນະກຳມະການຄຸ້ມຄອງຂໍ້ມູນ ແລະ ອົງການພັດທະນາສື່ມວນຊົນ (IMDA) ຂອງສິງກະໂປ ໄດ້ອອກຄຳແນະນຳໃໝ່ ຮຽກຮ້ອງໃຫ້ອົງການຈັດຕັ້ງຕ່າງໆໃນສິງກະໂປ ຈະຕ້ອງຂໍຄວາມຍິນຍອມຈາກຜູ້ໃຊ້ກ່ອນທີ່ຈະນຳຂໍ້ມູນທີ່ເກັບກຳມາເພື່ອຈຸດປະສົງອື່ນນອກເໜືອຈາກການພັດທະນາປັນຍາປະດິດທີ່ສ້າງສັນ (GenAI) ໄປໃຊ້ໃນການພັດ ທະນາຮູບແບບ GenAI.
ອິນໂດເນເຊຍ ສົ່ງເສີມການທ່ອງທ່ຽວເພື່ອສຸຂະພາບ

ອິນໂດເນເຊຍ ສົ່ງເສີມການທ່ອງທ່ຽວເພື່ອສຸຂະພາບ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ວິດີຢານຕີ ປຸຕຣີ ວາທານາລັດຖະມົນຕີກະຊວງການທ່ອງທ່ຽວອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກຳລັງສຸມໃສ່ການພັດທະນາການທ່ອງທ່ຽວເພື່ອສຸຂະພາບ (wellness tourism) ທີ່ມີຄວາມສາມາດໃນການແຂ່ງຂັນລະດັບໂລກ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ. ໂດຍກະຊວງດັ່ງກ່າວຈະສືບຕໍ່ສະໜັບສະໜູນກິດຈະກຳຕ່າງໆທີ່ປະສົມປະສານກິລາ, ການທ່ອງທ່ຽວ ແລະ ວິຖີຊີວິດທີ່ມີສຸຂະພາບດີ.
ຈີນ​ ມີ​ຜະ​ລິດ​ຕະ​ພັນ​ຫຸ່ນ​ຍົນ​ກວມ​ເອົາ​ຫຼາຍກວ່າເຄິ່ງ​ໜຶ່ງ​ຂອງ​ໂລກ

ຈີນ​ ມີ​ຜະ​ລິດ​ຕະ​ພັນ​ຫຸ່ນ​ຍົນ​ກວມ​ເອົາ​ຫຼາຍກວ່າເຄິ່ງ​ໜຶ່ງ​ຂອງ​ໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 20 ກໍ​ລະ​ກົດຜ່ານມາ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ ​ໄດ້​ເຜີຍ​ແຜ່​ຂໍ້​ມູນ​ໃຫ້​ຮູ້​ວ່າ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ມີ​ຫຼາຍ​ອຸດ​ສາ​ຫະ​ກຳ​ທີ່​ມີ​ຄວາມ​ໄດ້​ປຽບ​ທາງ​ດ້ານ​ການ​ແຂ່ງ​ຂັນ​ກັບ​ສາ​ກົນ​, ໄດ້​ເລັ່ງ​ລັດ​ພັດ​ທະ​ນາ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ.
ຫວຽດນາມ ຫັ​ນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ ແລະ ຍືນ​ຍົງ ໃຫ້ປະກົດຜົນເປັນຈິງ

ຫວຽດນາມ ຫັ​ນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ ແລະ ຍືນ​ຍົງ ໃຫ້ປະກົດຜົນເປັນຈິງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ທີ່​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ກ່າວ​​ໃນ​ບົດ​ຄຳ​ເຫັນ​ເປີດ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV ທີ່ຈັດ​ຂຶ້ນ​ໃນວັນ​ທີ 20 ກໍ​ລະ​ກົດ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ແມ່ນ​ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ອີງ​ຕາມ​ສະ​ມັດ​ຖະ​ພາບ, ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ ແລະ ມະ​ນຸດ. ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ, ໃນ​ນັ້ນ​ຖື​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ກຳ​ລັງ​ໜູນຫຼັກ​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຍົກ​ສູງ​ສະ​ມັດ​ຖະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ມູນ​ຄ່າ​ເພີ່ມ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ຖື​ນີ້​ແມ່ນເຂັມ​ຊີ້​ທິດ​ເພື່ອ​ຫັນ​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ບັນ​ລຸ​ລະ​ດັບ 2 ໂຕ​ເລກ​ໃນ​ໄລ​ຍະ 2026 – 2030.
ແຮງງານເດັກໃນຟີລິບປິນ ເພີ່ມຂຶ້ນເຖິງ 868,000 ຄົນ ໃນປີ 2025

ແຮງງານເດັກໃນຟີລິບປິນ ເພີ່ມຂຶ້ນເຖິງ 868,000 ຄົນ ໃນປີ 2025

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ກໍລະກົດ ຜ່ານມາວ່າ: ສຳນັກງານສະຖິຕິຟີລິບປິນລາຍງານວ່າ, ຈຳນວນແຮງງານເດັກອາຍຸ 5-17 ປີ ມີທັງໝົດ 868,540 ຄົນ ໃນປີ 2025 ຊຶ່ງເພີ່ມຂຶ້ນ 0.8% ຈາກ 861,450 ຄົນໃນປີ 2024.
ອາກາດຮ້ອນຮຸນແຮງອາດເຮັດໃຫ້ເສດຖະກິດອີຕາລີເສຍຫາຍ

ອາກາດຮ້ອນຮຸນແຮງອາດເຮັດໃຫ້ເສດຖະກິດອີຕາລີເສຍຫາຍ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 18 ກໍ​ລະ​ກົດ ຜ່ານມາ, ສະ​ຫະ​ພັນ​ວິ​ສາ​ຫະ​ກິດ​ດ້ານ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ​ກາ​ນ​ບໍ​ລິ​ການ​ອີ​ຕາ​ລີ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງວ່າ: ຄຽງຄູ່ກັບສະພາບອາກາດທີ່ຮຸນແຮງນັບມື້ນັບຫຼາຍຂຶ້ນ, ສະພາບອາກາດຮ້ອນຮຸນແຮງຢ່າງຕໍ່ເນື່ອງອາດຈະເຮັດໃຫ້ເສດຖະກິດອີຕາລີໄດ້ຮັບຜົນເສຍຫາຍໃນລະຫວ່າງ 6 ຕື້ ຫາ 12 ຕື້ເອີໂຣຕໍ່ປີ.
ຫຼາຍ​ປະ​ເທດ​ປະ​ເຊີນ​​ກັບ​ສະ​ພາບອາ​ກາດທີ່​ຮຸນ​ແຮງ

ຫຼາຍ​ປະ​ເທດ​ປະ​ເຊີນ​​ກັບ​ສະ​ພາບອາ​ກາດທີ່​ຮຸນ​ແຮງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າ​ວ​ເຕືອນ​ສະ​ພາບ​ອາ​ກາດ​ຮ້ອນ​​ຮ້າຍ​ແຮງ​ພວມ​ນາບ​ຂູ່​ພາກ​ພື້ນເອີ​ຣົບໃຕ້, ດ້ວຍ​ລະ​ດັບ​ອຸນ​ຫະ​ພູມ​ທີ່​ໄດ້​ຮັບ​ການ​ພະ​ຍາ​ກອນ​ອາດ​ຈະ​ບັນ​ລຸ​ລະ​ດັບ​ປະ​ຫວັດ​ສາດ 50 ອົງ​ສາ. ໃນໄລຍະບໍ່ເທົ່າໃດ​ວັນຜ່ານມາ​ນີ້, ຫຼາຍ​ເຂດ​ຢູ່​ແອັດ​ສະ​ປາຍ ຖືກ​ຜົນ​ກະ​ທົບ​ດ້ວຍ​ລະ​ດັບ​ອຸນ​ຫະ​ພູມສູງ​ຂຶ້ນ​ເຖິງ 44 ອົງ​ສາ. ອາ​ກາດ​ແຫ້ງ​ບວກ​ກັບ​ແດດ​ກ້າ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ປ່າ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ປະ​ເທດແອັດ​ສະ​ປາຍ​ ແລະ ຝ​ຣັ່ງ, ເຮັດ​ໃຫ້​ນັບ​ພັນ​ຄົນ​ຕ້ອງດຳ​ເນີນ​ການ​ຍົກ​ຍ້າຍ​ໂດຍ​ດ່ວນ. ​ຕາມ​ຂໍ້​ສັງ​ເກດ​ຂອງ​ນັກ​ຊ່ຽວ​ຊານຫຼາຍ​ທ່ານ​ແລ້ວ, ອຸນ​ຫະ​ພູມ​ໃນ​ພາກ​ພື້ນ​ນີ້ ອາດ​ຈະ​ກາຍ​ລະ​ດັບ 50 ອົງ​ສາໃນທ້າຍ​ລະ​ດູ​ຮ້ອນ​ນີ້ ຫຼື ປີ​ໜ້າ, ເມື່ອ​ຖືກ​ຜົນ​ກະ​ທົບ​​ຈາກປະ​ກົດ​ການແອວນີໂຢບັນ​ລຸ​ລະ​ດັບ​ຄວາມ​ຮ້ອນ​ສູງ​ສຸດ.

ເພີ່ມເຕີມ