ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຈຳນວນໂຄງການສະໜອງໃໝ່ສືບຕໍ່ເພີ່ມຂຶ້ນຢ່າງແຮງ. ໃນເດືອນສິງຫາ ຜ່ານມາ, ນະຄອນຫຼວງຮ່າໂນ້ຍ ມີ 62 ໂຄງການສະໜອງໃໝ່, ດ້ວຍທຶນຈົດທະບຽນໃໝ່ 46.7 ຕື້ກວ່າໂດລາ. ສະສົມຮອດວັນທີ 24 ສິງຫາຜ່ານມາ, ນະຄອນຮ່າໂນ້ຍມີ 450 ໂຄງການສະໜອງໃໝ່. ພ້ອມກັບບັນດາໂຄງການໃໝ່, ແຫຼ່ງທຶນເພີ່ມ ຂຶ້ນຈາກບັນດາໂຄງການທີ່ພວມເຄື່ອນໄຫວສືບຕໍ່ໄດ້ຮັບການຮັກສາໄວ້. ໃນເດືອນສິງຫາ ຜ່ານມາ ມີ 8 ໂຄງການດັດປັບເພີ່ມທຶນດ້ວຍຈຳນວນທຶນ 30.8 ຕື້ໂດລາ, ສູງກວ່າ 1.68 ເທົ່າເມື່ອທຽບໃສ່ເດືອນກໍລະກົດ.
ປັດຈຸບັນ, ນະຄອນຫຼວງຮ່າໂນ້ຍ ພວມສ້າງໂຄງປະກອບທຶນ FDI ຄືນໃໝ່ຕາມທິດມີຄຸນນະພາບສູງ, ໃຫ້ບຸລິມະສິດດ້ານເຕັກໂນໂລຊີ, ນະວັດຕະກຳ, ການບໍລິການດີຈີຕອນ ແລະ ການຄົ້ນຄວ້າ - ພັດທະນາ. ຮອດວັນທີ 24 ສິງຫາ ຜ່ານມາ, ຂົງເຂດວິຊາສະເພາະ, ວິທະຍາສາດ ແລະ ເຕັກໂນໂລຊີ ນຳໜ້າດ້ວຍທຶນ 2.2 ຕື້ກວ່າໂດລາ, ກວມເອົາ 60% ຍອດຈໍານວນທຶນ FDI. ຖັດຈາກນັ້ນແມ່ນຂະແໜງຖະແຫຼງຂ່າວ ແລະ ສື່ສານ; ອະສັງຫາລິມະຊັບ; ການຂາຍສົ່ງ - ຂາຍຍ່ອຍ.
ໄລ່ມາຮອດປັດຈຸບັນ, ທຶນ FDI ບັນລຸ 1,3 ຕື້ກວ່າໂດລາ, ເທົ່າກັບກວ່າ 125% ຂອງໄລຍະດຽວກັນໃນປີ 2025 ແລະ ບັນລຸ 82% ແຜນການຂອງປີ 2026.
ຄໍາເຫັນ