ຂ່າວລະບຸວ່າ: ໃນການເຮັດວຽກ, ທ່ານເລຂາທິການໃຫຍ່ ປະທານປະເທດຮັບຮູ້ວ່ານະຄອນຫຼວງຮ່າໂນ້ຍ ໄດ້ເປັນເຈົ້າການ, ມີຄວາມຂ້ຽວຂາດໃນການປັບປຸງລະບອບລະບຽບການ, ວາງແຜນຜັງ, ປະຕິຮູບການບໍລິຫານໃຫ້ສົມບູນແບບ ແລະ ຜັນຂະຫຍາຍມະຕິຂອງກົມການເມືອງ, ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່. ເຖິງຢ່າງໃດກໍຕາມ, ນະຄອນຫຼວງຮ່າໂນ້ຍ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ, ໃນນັ້ນ, ສູ້ຊົນບັນລຸການເຕີບໂຕ 2 ໂຕເລກ ແຕ່ບໍ່ແລກປ່ຽນດ້ວຍສິ່ງແວດລ້ອມ, ການໜູນຊ່ວຍທາງສັງຄົມ ແລະ ຄຸນນະພາບການດຳລົງຊີວິດ. ທ່ານເນັ້ນໜັກວ່າ: ນະຄອນຫຼວງຮ່າໂນ້ຍ ຕ້ອງເພີ່ມທະວີມີການເຕີບໂຕໄວກວ່າເກົ່າ ແລະ ມີຄຸນນະພາບກວ່າເກົ່າ; ທັນສະໄໝກວ່າເກົ່າ ແຕ່ຍັງຮັກສາໄດ້ສີສັນວັດທະນະທຳ; ຮັ່ງມີເຂັ້ມແຂງກວ່າເກົ່າ ປະຊາຊົນທຸກຄົນລ້ວນແຕ່ໄດ້ຊົມໃຊ້ຜົນປະໂຫຍດຂອງການພັດທະນາ, ພ້ອມທັງນຳໜ້າໃນການສ້າງບັນດາຮູບແບບ, ກຳລັງໜູນໃໝ່ທີ່ມີກຳລັງແຜ່ກະຈາຍໃນທົ່ວປະເທດ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ