![]() |
ຜ່ານການປະກອບຄໍາເຫັນ ແລະ ການໃຫ້ຄວາມສົນໃຈບາງບັນຫາຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ທີ່ຕິດພັນກັບຂົງເຂດຂະແໜງກະສິກຳ ແລະ ສິ່ງແວດລ້ອມໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IV ທີ່ອົງການປົກຄອງ ນວ, ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອນ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງກ່ຽວກັບວຽກງານການຊຸກຍູ້ສົ່ງເສີມກຸ່ມຜະລິດກະສິກຳເປັນສິນຄ້າ ວ່າ: ໃນແຜນວຽກງານວາລະແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ກໍຄື ພະແນກກະສິກຳ ແລະ ສິ່ງແວດລ້ອມໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດ ເປັນຕົ້ນ ຂໍ້ຕົກລົງທ່ານເຈົ້າຄອງ ນວ ສະບັບເລກທີ 856/ຈນວ ລົງວັນທີ 1 ພະຈິກ 2021 ຊຶ່ງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມກຸ່ມການຜະລິດພາຍໃນຫຼຸດຜ່ອນການນໍາເຂົ້າ ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ການຜະລິດພ້ອມກັບການເຜີຍແຜ່ເຕັກນິກວິຊາການ, ຈາກການຜະລິດ, ການປຸງແຕ່ງຂັ້ນຕົ້ນໂດຍເນັ້ນໃສ່ພືດ ແລະ ສັດເຊັ່ນ: ກຸ່ມປູກເຂົ້າ, ພືດຜັກ, ໄມ້ໃຫ້ໝາກ ແລະ ພືດອຸດສາຫະກຳ, ດ້ານລ້ຽງສັດ ແມ່ນສຸມໃສ່ການລ້ຽງໝູ ,ສັດປີກ ແລະ ປາ. ປັດຈຸບັນ ມີກຸ່ມຜະລິດກະສິກຳທັງໝົດ 150 ກຸ່ມ ແລະ ມີສະມາຊິກທັງໝົດ 13.772 ຄອບຄົວ ແລະ ສະຫະກອນ 8 ສະຫະກອນ.
![]() |
ພະແນກກະສິກຳ ແລະ ສິ່ງແວດລ້ອນ ນວ ໄດ້ວາງມາດຕະການໃນການຊຸກຍູ້ສົ່ງເສີມເຊັ່ນ: ກຳນົດເຂດຈຸດສຸມໃນເມືອງເປົ້າໝາຍໂດຍສະເພາະແມ່ນ 5 ເມືອງນອກ, ກຳນົດປະເພດພືດ ແລະ ສັດ ທີ່ຈະໄປຊຸກຍູ້ສົ່ງເສີມເປັນບູລິມາສິດ ເຊັ່ນ: (ໝູ, ປາ, ສັດປີກ, ເຂົ້າ ແລະ ພືດ-ຜັກ) ທີ່ໄດ້ເອກະພາບກັບກະຊວງກະສິກຳ ແລະ ສິ່ງ ແວດລ້ອມກຳນົດເປັນບູລິມະສິດ, ກຳນົດເປົ້າໝາຍໃນການສ້າງເປັນກຸ່ມແຕ່ລະປະເພດທີ່ໄດ້ກຳນົດໄວ້ແລ້ວ ຄື: ກຸ່ມຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ກຸ່ມຜະລິດເປັນສິນຄ້າເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ, ອອກຂໍ້ຕົກລົງ ແຕ່ງຕັ້ງພະນັກງານວິຊາການ ລົງຊຸກຍູ້ສົ່ງເສີມປະຈຳຮັບຜິດຊອບແຕ່ລະເມືອງ, ໃນການແນະນໍາທາງດ້ານວິຊາການ, ຍົກລະດັບມາດຕະຖານການປູກ-ການລ້ຽງ, ສ້າງຄອບຄົວຕົວແບບ, ສ້າງເປັນຟາມຕົວແບບ ແລະ ສ້າງເປັນກຸ່ມການຜະລິດ ແລະ ກ້າວເປັນສະຫະກອນທີ່ເຂັ້ມແຂງ, ອໍານວຍຄວາມສະດວກໃນການເຂົ້າຫາແຫຼ່ງທຶນທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະ ທຶນນະໂຍບາຍຈາກລັດຖະບານທີ່ມີດອກເບັ້ຍຕໍ່າ ພ້ອມກັນນັ້ນກໍຊຸກຍູ້ສົ່ງເສີມບັນດາກຸ່ມ ແລະ ສະຫະກອນໃຫ້ເຂົ້າເຖິງການປຸງແຕ່ງຜະລິດຕະພັນກະສິກຳຂັ້ນຕົ້ນ ແລະ ຕະຫຼາດຫຼາຍຂຶ້ນ
.


ຄໍາເຫັນ