ໃນໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນຕໍ່ພິທີວ່າ: ການເຮັດວຽກຮ່ວມກັບການນໍາຂອງແຂວງວຽງຈັນ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ, ທັງເປັນຂີດໝາຍແຫ່ງການຮ່ວມມື ທາງດ້ານບຸກຄະລາກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ໃຫ້ມີການພັດທະນາໄປພ້ອມໆກັນ.
ສອງຝ່າຍໄດ້ເຊັນບົດບັນທຶກການຮ່ວມມືຮອບດ້ານ 3 ສະບັບ ຮ່ວມກັນຄື:
1. ບົດບັນທຶກການຮ່ວມມື ລະຫວ່າງຄະນະບໍລິຫານງານພັກ ນວ ແລະ ຄະນະບໍລິຫານງານພັກແຂວງວຽງຈັນ ລົງນາມ ໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ນວ ແລະ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກ ແຂວງວຽງຈັນ.
2. ບົດບັນທຶກການຮ່ວມມື ລະຫວ່າງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະພາປະຊາຊົນ ແຂວງວຽງຈັນ ໄລຍະປີ 2026-2030 ລົງນາມ ໂດຍ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ປະທານສະພາ ປະຊາຊົນ ແຂວງວຽງຈັນ.
3. ບົດບັນທຶກການຮ່ວມມື ລະຫວ່າງຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ແລະ ຄະນະກໍາມະການປົກຄອງແຂວງວຽງຈັນ ລົງນາມໂດຍ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ແລະ ທ່່ານ ພູວົງ ບຸນຊູ ປະທານຄະນະກໍາມະການປົກຄອງແຂວງວຽງຈັນ.
(ຂ່າວ: ຈັນທະຫວິນ)
ຄໍາເຫັນ